Skip to main content
22/10/2026 | ສຶກສາ

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ໃນຕອນເຊົ້າຂອງວັນທີ 21 ຕຸລາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ; ໜ່ວຍຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບຢັ້ງຢືນຖືກຮັບຮອງເປັນ ຄນຊປປ ລາວ 4 ບຸກ ພ້ອມມອບໃບຍ້ອງຍໍໃຫ້ແກ່ບຸກຄົນຜູ້ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ມະໄລຄໍາ ໄຊຍະເທດ ຮອງເລຂາໜ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ມີ ສະຫາຍ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ, ຮອງຫົວຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ສະຫາຍ ສາຍພະພິມ ພົມວີຈິດ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. […]

22/10/2026 | ສຶກສາ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການ, ຮອງຜູ້ອຳນວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ສຸລິຍາ ປ່າໄຊ ໄດ້ລາຍງານໃຫ້ຮູ້ວ່າ: ການຮ່ວມມືລະຫວ່າງ […]

21/10/2026 | ສຶກສາ

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສຳລັບນັກຮຽນທີ່ມີຄວາມພິການ, ການມີສ່ວນຮ່ວມຢ່າງເຕັມສ່ວນໃນໂຮງຮຽນ ຈະເກີດຂຶ້ນໄດ້ກໍເມື່ອຄວາມຕ້ອງການໃນການຮຽນຮູ້ ແລະ ການສະໜັບສະໜູນເຂົາເຈົ້າ ສາມາດຮູ້ໄດ້ໂດຍຄູ. ນັກຮຽນບາງຄົນ ອາດປະສົບກັບຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ການຮຽນຮູ້ ເຊິ່ງສົ່ງຜົນກະທົບຕໍ່ຄວາມສາມາດໃນການມີສ່ວນຮ່ວມໃນກິດຈະກຳການຮຽນການສອນໃນຫ້ອງຮຽນ. ຄວາມຫຍຸ້ງຍາກແຕ່ລະດ້ານ ແມ່ນຕ້ອງການວິທີການແກ້ໄຂທີ່ແຕກຕ່າງກັນ ແລະ ການດັດປັບວິທີການສອນໃຫ້ເໝາະສົມ. ຖ້າວ່າຄວາມຕ້ອງການເຫຼົ່ານີ້ ບໍ່ໄດ້ຮັບການລະບຸຢ່າງຖືກຕ້ອງ, ນັກຮຽນອາດຈະບໍ່ໄດ້ຮັບການສະໜັບສະໜູນທີ່ຈຳເປັນຢ່າງເໝາະສົມ ເພື່ອໃຫ້ເຂົາເຈົ້າສາມາດມີສ່ວນຮ່ວມ ແລະ ຮຽນຮູ້ໄປພ້ອມກັບເພື່ອນຮ່ວມຫ້ອງໄດ້. ເພື່ອຊ່ວຍແກ້ໄຂສິ່ງທ້າທາຍດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ກໍຄືລັດຖະບານ ແຫ່ງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ກໍາລັງນໍາພາການດໍາເນີນຂັ້ນຕອນຕໍ່ໄປຂອງການສຶກສາຄົ້ນຄວ້າ ກ່ຽວກັບການມີສ່ວນຮ່ວມຂອງນັກຮຽນພິການ ໃນລະຫວ່າງວັນທີ 5-16 ຕຸລາ 2026 ຢູ່ທີ່ເມືອງຄູນ ແຂວງຊຽງຂວາງ. ການສຶກສາຄົ້ນຄວ້າ ແມ່ນຈະດໍາເນີນຕະຫຼອດສົກຮຽນ 2026-2027 ໃນໂຮງຮຽນປະຖົມຈໍານວນໜຶ່ງ. ການສຶກສາແມ່ນຈະສຶກສາວ່າ ຊຸດອະປະກອນຊ່ວຍເຫຼືອຄູ ທີ່ພັດທະນາໂດຍ ສສກ ຮ່ວມກັບ ແຜນງານບີຄວາ ສາມາດນຳໃຊ້ຢູ່ໃນໂຮງຮຽນຕົວຈິງໄດ້ດີຄືແນວໃດ, ເປັນປະໂຫຍດ […]

21/10/2026 | ສຶກສາ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາ 2026 ຢູ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລຢູ່ປະເທດຍີ່ປຸ່ນ, ອົງການ JASSO, ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ, ຫົວໜ້າຫ້ອງການ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ເລີ່ມແຕ່ປີ 2008 ເປັນຕົ້ນມາ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ […]

21/10/2026 | ສຶກສາ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນຕອນເຊົ້າວັນທີ 21 ຕຸລາ 2026 ໄດ້ມີພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ປອ ສາຍສະໝອນ ງາມສີ ວ່າການແທນການຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງນຈັນ, ຜູ້ອໍານວຍການບໍລິສັດຄູໂບຕ້າລາວ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວໃຫ້ຮູ້ກ່ຽວກັບຄວາມເປັນມາ, ຈຸດປະສົງ ແລະ ຂັ້ນຕອນການພັດທະນາວິທະຍາໄລດັ່ງກ່າວ, ເຊິ່ງວິທະຍາໄລເຕັກນິກລາວ-ເຢຍລະມັນ ມີ 2 ວິທະຍາເຂດຄື ສໍາໜັກງານໃຫຍ່ ຕັ້ງຢູ່ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ມີເນື້ອທີ່ […]

20/10/2026 | ສຶກສາ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

ໃນວັນທີ 16 ຕຸລາ 2026, ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີກອງປະຊຸມ ປຶກສາຫາລືນະໂຍບາຍ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມການສຶກສາກ່ອນໄວຮຽນ, ສູນກາງສະຫະພັນແມ່ຍິງລາວ, ອົງການ UNICEF ປະຈຳ ສປປລາວ ແລະ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽງມະລີ ດາລາກອນ ຮັກສາການຫົວໜ້າກົມພັດທະນາ ແລະ ຂະບວນການ ສູນກາງສະຫະພັນແມ່ຍິງລາວ, ທ່ານ ໄມໂຄ ຄາຣີ (Michael Currie), ເລຂາເອກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ […]

20/10/2026 | ສຶກສາ

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ

ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມຄະນະ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 (The 2026 World Vocational and Technical Education Development Conference) ລະຫວ່າງວັນທີ 15-17 ຕຸລາ 2026 ທີ່ນະຄອນທຽນຈິນ, ສປ ຈີນ ຊຶ່ງກອງປະຊຸມດັ່ງກ່າວ ຖືເປັນເວທີສາກົນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເປີດໂອກາດໃຫ້ ບັນດາປະເທດໃນທະວີບຕ່າງໆ ໂດຍສະເພາະ ສປປ ລາວ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ເພີ່ມພູນຄວາມຮູ້ໃນແນວທາງການພັດທະນາອາຊີວະສຶກສາ ແນໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ການຝຶກອົບຮົມວິຊາຊີບຂອງລາວ ໃຫ້ສອດຄ່ອງກັບມາດຕະຖານສາກົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເຂົ້າຮ່ວມບັນດາກອງປະຊຸມໂຕະມົນລະດັບລັດຖະມົນຕີ, […]

20/10/2026 | ສຶກສາ

ສສກ ປິດຊຸດຝຶກອົບຮົມ ການບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງ ຂັ້ນຮອງຫົວໜ້າກົມ

ໃນວັນທີ 16 ຕຸລາ 2026, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ປິດຊຸດຝຶກອົບຮົມການບໍລິຫານຄຸ້ມຄອງລັດ ສໍາລັບຜູ້ບໍລິຫານລະດັບສູງ ຂັ້ນຮອງຫົວໜ້າກົມ (ປະເພດ 3), ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ປອ ນາງ ຈັນທາ ອ່ອນວຽງໄຊ ຫົວໜ້າສະຖາບັນຄົ້ນຄວ້າວຽກງານຈັດຕັ້ງ ແລະ ການປົກຄອງ ຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ […]