20/09/2023 | ສຶກສາ
ຮອງຫົວໜ້າ ສກຂ ຊຽງຂວາງ ເຄື່ອນໄຫວຕິດຕາມທີມງານຖ່າຍທໍາຄູຕົວແບບ ທີ່ໂຮງຮຽນປະຖົມ ລ້ອງລານ
ທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ໄດ້ລົງເຄື່ອນໄຫວຕິດຕາມຄະນະທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ກະຊວງສຶກສາທິການ ແລະ ກິລາ ທີ່ລົງຖ່າຍທໍາວິດິໂອຄູຕົວແບບ, ຜູ້ອໍານວຍການທີ່ເປັນແບບຢ່າງໃນການບໍລິຫານໂຮງຮຽນ ເມື່ອວັນທີ 19 ກັນຍາ 2023 ທີ່ໂຮງຮຽນປະຖົມລ້ອງລານ ເມືອງຄໍາ ໂດຍມີທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ນາງ ຄໍຣິນ ຈາວາລີ ຫົວໜ້າຝ່າຍສື່ສານ ແລະ ການຜະລິດວິດິໂອ ພ້ອມທີມງານໃຫ້ກຽດເຂົ້າຮ່ວມ