Skip to main content

ວາງສີລາລຶກໂຄງການກໍ່ສ້າງອາຄານສູນພັດທະນາຄູໃນ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າກວ່າ 1,2 ຕື້ເຢນ

29/06/2026
ໃນວັນທີ 24 ມິຖຸນາ 2026 ຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ມີການຈັດພິທີວາງສີລາລຶກ ໂຄງການກໍ່ສ້າງອາຄານສູນພັດທະນາຄູຂັ້ນແຂວງ 9 ແຫ່ງ ພາຍໃຕ້ໂຄງການປັບປຸງສູນພັດທະນາຄູຂັ້ນແຂວງ (PTDC) ໃນ ສປປ ລາວ, ເຊິ່ງເປັນຂີດໝາຍອັນສຳຄັນໃນການຍົກລະດັບພື້ນຖານໂຄງລ່າງ ແລະ ຄຸນນະພາບການສຶກສາຂັ້ນພື້ນຖານຂອງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ນາງ ໂຄບາຍາຊິ ມິຢາໂກະ ຫົວໜ້າຫ້ອງການອົງການໄຈກາ (JICA) ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຫົວໜ້າພະແນກສຶກສາທິການ ແລະ ກິລາຈາກ 9 ແຂວງ, ວິຊາການຈາກພາກສ່ວນກ່ຽວຂ້ອງ, ທີ່ປຶກສາໂຄງການ ແລະ ຕົວແທນບໍລິສັດກໍ່ສ້າງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວລາຍງານໃຫ້ຮູ້ກ່ຽວກັບໂຄງການດັ່ງກ່າວ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າທາງການເພື່ອການພັດທະນາ (ODA) ຈາກລັດຖະບານຍີ່ປຸ່ນ ພາຍໃຕ້ການເຊັນສັນຍາແລກປ່ຽນ E/N ໃນວັນທີ 21 ມັງກອນ 2025 ແລະ ສັນຍາຈັດຕັ້ງປະຕິບັດໂຄງການ G/A ໃນວັນທີ 25 ກຸມພາ 2025 ມູນຄ່າທຶນຊ່ວຍເຫຼືອລ້າທັງໝົດແມ່ນ 1,270,000,000 ເຢນ ຫຼື ປະມານ 8,000,000 ໂດລາສະຫະລັດ ໂດຍລວມທັງຄ່າກໍ່ສ້າງ ແລະ ຄ່າທີ່ປຶກສາໂຄງການ. ນອກນີ້ ຍັງມີທຶນສົມທົບຈາກລັດຖະບານລາວອີກ ຈຳນວນ 138,420 ໂດລາສະຫະລັດ (ໃນນີ້ເປັນຮ່ວມທຶນຂອງກະຊວງສຶກສາທິການ ແລະ ກິລາ 51,500 ໂດລາສະຫະລັດ ແລະ ຮ່ວມທຶນຂອງພະແນກສຶກສາທິການ ແລະ ກິລາແຂວງ 86,920 ໂດລາສະຫະລັດ). ເຊິ່ງແຜນການຈັດຕັ້ງປະຕິບັດ ແລະ ລາຍລະອຽດການກໍ່ສ້າງໂຄງການປັບປຸງສູນພັດທະນາຄູຂັ້ນແຂວງ (PTDC) ທັງໝົດ 9 ແຂວງ ແມ່ນມີເນື້ອທີ່ປຸກສ້າງລວມ 5,060 ຕາແມັດ ແມ່ນແນໃສ່ການເສີມສ້າງການພັດທະນາວິຊາຊີບຄູ ໂດຍການກໍ່ສ້າງອາຄານ ແລະ ສະໜອງອຸປະກອນອຳນວຍຄວາມສະດວກ ເຊັ່ນ: ໂຕະ, ຕັ່ງ, ຄອມພິວເຕີ, ແລະ ຈໍແອວຊີດີ ໂດຍໄດ້ແບ່ງການດຳເນີນງານອອກເປັນ 2 ໄລຍະ ຄື: ໄລຍະທີ 1 (ປີ 2026-2027) ເລີ່ມດຳເນີນການກໍ່ສ້າງໃນ 05 ແຂວງ (ຊຸດທີ 1) ໄດ້ແກ່ ແຂວງບໍ່ແກ້ວ, ອຸດົມໄຊ, ຜົ້ງສາລີ, ໄຊຍະບູລີ ແລະ ແຂວງຫົວພັນ ມູນຄ່າສັນຍາວຽກງານກໍ່ສ້າງລວມທັງໝົດ 2,462,307.44 ໂດລາສະຫະລັດ. ຜ່ານຂະບວນການປະມູນທີ່ຖືກຕ້ອງຕາມເງື່ອນໄຂ, ໄດ້ຄັດເລືອກເອົາ 5 ບໍລິສັດຜູ້ຮັບເໝົາພາຍໃນ ເຂົ້າມາຮັບຜິດຊອບ ໂດຍມີກຳນົດໃຫ້ແລ້ວທັງໝົດບໍ່ເກີນ ວັນທີ 31 ສິງຫາ 2027. ໄລຍະທີ 2 (ປີ 2027-2028) ຈະເລີ່ມຈັດຕັ້ງປະຕິບັດກໍ່ສ້າງໃນອີກ 04 ແຂວງ ທີ່ເຫຼືອ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ, ເຊກອງ ແລະ ແຂວງອັດຕະປື. ລັກສະນະຂອງອາຄານສ່ວນຫຼາຍຈະເປັນອາຄານ 2 ຊັ້ນ ປະກອບມີ ຫ້ອງປະຊຸມໃຫຍ່, ຫ້ອງປະຊຸມນ້ອຍ, ຫ້ອງອະເນກປະສົງ, ຫ້ອງການ, ຫ້ອງບໍລິຫານ, ຫ້ອງເກັບເຄື່ອງອຸປະກອນຄອມພິວເຕີ, ຫ້ອງເກັບເຄື່ອງທົ່ວໄປ, ຫ້ອງນ້ຳແຍກຍິງ-ຊາຍ ແລະ ຫ້ອງນ້ຳລວມ. ດ້ານການຄວບຄຸມຄຸນນະພາບ ແລະ ຄວາມປອດໄພ ແມ່ນມີຜູ້ຊ່ຽວຊານຍີ່ປຸ່ນ ແລະ ວິຊາການປະຈຳສະໜາມຕິດຕາມກວດກາທຸກຂັ້ນຕອນ ພ້ອມທັງມີການປະເມີນຄວາມຄືບໜ້າຮ່ວມກັນເປັນປະຈຳທຸກເດືອນ. ໂຄງການນີ້ໄດ້ຮັບການປຶກສາໂດຍ ບໍລິສັດ ໂມຣິ (Mohri, Architect & Associates, Inc.) ຮ່ວມກັບ ບໍລິສັດ INTEM Consultant, Inc.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມພາກພູມໃຈ ແລະ ເນັ້ນໜັກວ່າ: ລັດຖະບານລາວ ຍາມໃດກໍຖືວ່າ ຊັບພະຍາກອນມະນຸດຄືຮາກຖານທີ່ສຳຄັນທີ່ສຸດໃນການພັດທະນາປະເທດຊາດ. ສູນພັດທະນາຄູ (PTDC) ທີ່ຈັດພິທີວາງສີລາລຶກຂຶ້ນໃນມື້ນີ້ ຈະກາຍເປັນສະຖານທີ່ຝຶກອົບຮົມອັນສຳຄັນໃຫ້ແກ່ ຄູ-ອາຈານ ແລະ ບຸກຄະລາກອນການສຶກສາ ເພື່ອຍົກສູງຂີດຄວາມສາມາດຢ່າງຕໍ່ເນື່ອງ (CPD). ອາຄານເຫຼົ່ານີ້ ຈະຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍຈະປະສານສົມທົບກັບວິທະຍາໄລຄູ (TTC) ໃນ 8 ແຂວງ ທີ່ລັດຖະບານຍີ່ປຸ່ນ ແລະ ອົງການ JICA ໄດ້ປັບປຸງສຳເລັດແລ້ວກ່ອນໜ້ານີ້. ພ້ອມດຽວກັນນັ້ນ, ຈະມີການເຊື່ອມໂຍງກັບ “ໂຄງການສ້າງຄວາມເຂັ້ມແຂງໃນການຮຽນ-ການສອນ ວິຊາຄະນິດສາດໃນຊັ້ນປະຖົມສຶກສາ” (iTEAM2). ຄວາມພະຍາຍາມຮ່ວມກັນໃນໄລຍະຜ່ານມາ ສາມາດເຮັດໃຫ້ຄະແນນວິຊາຄະນິດສາດ ຂອງນັກຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ແຕ່ປີ 2019 ຫາ ປີ 2024 ເພີ່ມຂຶ້ນສະເລ່ຍ 5 ຄະແນນ ອີງຕາມບົດລາຍງານການປະເມີນຜົນພາກພື້ນ SEA-PLM 2024. ນອກຈາກນີ້, ສູນ PTDC ຍັງຈະເປັນບ່ອນຮອງຮັບການຮ່ວມມືໃນການປັບປຸງຫຼັກສູດວິຊາຄະນິດສາດ ເພື່ອສອດຄ່ອງກັບການຫັນປ່ຽນລະບົບການສຶກສາຂອງ ສປປ ລາວ ຈາກລະບົບ 5-4-3 ມາເປັນລະບົບ 6-3-3 ໃນອະນາຄົດ.
ໃນຕອນທ້າຍຂອງພິທີ, ຝ່າຍລາວໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ອົງການ JICA ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າມາໂດຍຕະຫຼອດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ຮັບເໝົາ ຈົ່ງພ້ອມກັນເອົາໃຈໃສ່ດຳເນີນການກໍ່ສ້າງໃຫ້ໄດ້ມາດຕະຖານ, ມີຄວາມປອດໄພສູງ ແລະ ສຳເລັດຕາມກຳນົດເວລາ ເພື່ອຮ່ວມກັນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງ ສປປ ລາວ ໃຫ້ມີຄວາມຈະເລີນກ້າວໜ້າຢ່າງຍືນຍົງ.
ພາບ-ຂ່າວ: ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ