ໃນວັນທີ 9 ມິຖຸນາ 2026 ທີ່ໂຮງຮຽນ ມສ ຊະນະຄາມ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວແຂວງ ແລະ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງທ່ານ ແສງຈັນ ໄຊຜາສຸກ ກໍາມະການພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີທ່ານ ບຸນພັນ ສີປະມວນ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍຄະນະຫ້ອງຫານສຶກສາທິການ ແລະ ກິລາເມືອງ, ພະນັກງານລົງກໍ່ສ້າງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄະນະອໍານວຍການໂຮງຮຽນ ມຕົ້ນ, ໂຮງຮຽນ ມສ ຕະຫຼອດຮອດຄະນະຄວບຄຸ່ມຫ້ອງສອບເສັງ ແລະ ນ້ອງນັກຮຽນຊັ້ນ ມ.4 ແລະ ມ.7 ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ບຸນພັນ ສີປະມວນ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ໃນສົກຮຽນ […]