Skip to main content
09/09/2026 | ສຶກສາ

ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນວິທະຍາໄລຄູປາກເຊ ປະຕິຮູບການສ້າງຄູຮອບດ້ານ ຮອງຮັບການສ້າງເປັນມະຫາວິທະຍາສ້າງຄູແຫ່ງຊາດ

ໃນຕອນເຊົ້າວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະກັບຄະນະນຳ, ພະນັກງານ, ຄູ-ອາຈານ ວິທະຍາໄລຄູປາກເຊ ເພື່ອຕິດຕາມການຈັດຕັ້ງປະຕິບັດວຽກງານພາຍໃນວິທະຍາໄລ. ໂດຍໃຫ້ກຽດເຂົ້າຮ່ວມມີ: ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າແຜນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ; ທ່ານ ສຸກຂະສະຫວາດ ວົງຫາຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລຄູປາກເຊ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ທ່ານ ສຸກຂະສະຫວາດ ວົງຫາຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລຄູປາກເຊ […]

08/09/2026 | ສຶກສາ

ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ

ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ! ເດັກທຸກຄົນຄວນມີໂອກາດໄດ້ໄປໂຮງຮຽນ. ການສຶກສາສາມາດເປີດປະຕູສູ່ອະນາຄົດທີ່ດີກວ່າ ແລະ ປະສົບຜົນສຳເລັດໃນຊີວິດ. ຂໍເຊີນທ່ານຮັບຊົມ ແລະ ສົ່ງຕໍ່ວິດີໂອ ທີ່ເປັນແຮງບັນດານໃຈ 4 ເລື່ອງ ທີ່ຜະລິດໂດຍ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ. ສອງເສັ້ນທາງ – ເລື່ອງ ພໍ່ ແລະ ລູກຊາຍ ສະທ້ອນເຖິງທາງເລືອກດ້ານການສຶກສາ ສາມາດສ້າງອະນາຄົດຂອງເດັກ. ຮັບຊົມທີ່ລິ້ງນີ້: ວິດີໂອສົ່ງເສີມການສຶກສາ, ບົດເລື່ອງ: ສອງເສັ້ນທາງ ຄຸນຄ່າຂອງຄູ – ເລື່ອງທີ່ສັນລະເສີນຄູ ແລະ ການອຸທິດຕົນໃນການສິດສອນນັກຮຽນໃຫ້ປະສົບຜົນສຳເລັດ. ຮັບຊົມທີ່ລິ້ງນີ້: ວິດີໂອສົ່ງເສີມການສຶກສາ, ບົດເລື່ອງ: ຄຸນຄ່າຂອງຄູ ຄວາມຝັນ – ເລື່ອງຂອງເດັກຍິງຊົນເຜົ່າຄົນໜຶ່ງ ທີ່ຂໍໃຫ້ພໍ່ແມ່ສະໜັບສະໜູນຄວາມຝັນຂອງລາວ ທີ່ຈະກາຍເປັນນັກວິທະຍາສາດ ຫຼື ນັກວິສະວະກອນ. ຮັບຊົມທີ່ລິ້ງນີ້: ວິດີໂອສົ່ງເສີມການສຶກສາ, ບົດເລື່ອງ: ຄວາມຝັນ ໝູ່ບ້ານທີ່ໃຫ້ຄວາມສຳຄັນກັບການສຶກສາ – ຊຸມຊົນທັງໝົດມາຮ່ວມແຮງຮ່ວມໃຈກັນ […]

08/09/2026 | ສຶກສາ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ພ້ອມຄະນະ ລົງຊຸກຍູ້ການຮຽນ-ການສອນ ແລະ ມອບອຸປະກອນການສຶກສາ-ກິລາ ຢູ່ໂຮງຮຽນປະຖົມສົມບູນສະຜ່າຍ

ໃນຕອນເຊົ້າວັນທີ 7 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍ, ເມືອງຊະນະສົມບູນ, ແຂວງຈຳປາສັກ. ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ມີ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ; ທ່ານ ປອ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າແຜນກສຶກສາທິການ ແລະ ກິລາແຂວງຈຳປາສັກ; ທ່ານ ສຳລານ ອ່ອນໄຊວຽງ ຮອງເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ຂັ້ນແຂວງ, ຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ, ອຳນາດການປົກຄອງທ້ອງຖິ່ນ ແລະ […]

08/09/2026 | ສຶກສາ

ມສ ຕານມີໄຊ ຄວ້າລາງວັນຊະນະເລີດແຂ່ງຂັນເວົ້າພາສາເກົາຫຼີ ຊັ້ນ ມ.ປາຍ ສະຫຼອງງານສັບປະດາ ເກົາຫຼີ

ໂຮງຮຽນມັດທະຍົມສົມບູນ (ມສ) ຕານມີໄຊ ຄວ້າລາງວັນຊະນະເລີດການແຂ່ງຂັນເວົ້າພາສາ ເກົາຫຼີ ໃນລະດັບຊັ້ນມັດທະຍົມສຶກສາຕອນປາຍ ທົ່ວນະຄອນຫຼວງວຽງຈັນ ສ່ວນລາງວັນຊະນະເລີດການແຂ່ງຂັນເວົ້າພາສາ ເກົາຫຼີ ລະດັບຊັ້ນມັດທະຍົມຕອນຕົ້ນ ຕົກເປັນຂອງ ມສ ວຽງຈັນ ເນື່ອງໃນໂອກາດງານສັບປະດາເກົາຫຼີ. ງານສັບປະດາເກົາຫຼີ ຈັດຂຶ້ນລະຫວ່າງວັນທີ 5-6 ກັນຍາ 2026 ທີ່ສູນການຄ້າວຽງຈັນເຊັນເຕີ ຊຶ່ງງານດັ່ງກ່າວ ເຕັມໄປດ້ວຍບັນຍາກາດຟົດຟື້ນ ຊຶ່ງມີຫຼາາຍກິດຈະກຳ ເປັນຕົ້ນແມ່ນ ການແຂ່ງຂັນກິລາເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ຄັ້ງທີ 10 ປະຈຳປີ 2026 ແລະ ການແຂ່ງຂັນທັກສະເວົ້າພາສາເກົາຫຼີ, ເທດສະການອາຫານ ແລະ ມີບູດຕ່າງໆມາວາງສະແດງ ເຮັດໃຫ້ຜູ້ມາຮ່ວມງານໄດ້ມ່ວນຊື່ນເພີດເພີນໄປພ້ອມໆກັນ. ໃນໂອກາດທີ່ເຂົ້າຮ່ວມພິທີປິດ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຂຶ້ນມີຄຳເຫັນ ເຊິ່ງທ່ານໄດ້ກ່າວວ່າ ຕາງໜ້າໃຫ້ຄະນະນຳກະຊວງ ສຶກສາທິການ ແລະ ກິລາ, ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜູ້ທີ່ ໄດ້ຮັບລາງວັນ […]

08/09/2026 | ສຶກສາ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ເຄື່ອນໄຫວຊຸກຍູ້ວຽກງານການສຶກສາ ຢູ່ແຂວງຈຳປາສັກ ໂອກາດໄຂສົກຮຽນໃໝ່ 2026-2027

ໃນຕອນເຊົ້າວັນທີ 7 ກັນຍາ 2026 ນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເດີນທາງລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງຈຳປາສັກ ເນື່ອງໃນໂອກາດໄຂສົກຮຽນໃໝ່ ສົກຮຽນ 2026-2027 ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານພັກແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ພ້ອມດ້ວຍ ທ່ານພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາໃນຄັ້ງນີ້, ມື້ທຳອິດ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ໂຮງຮຽນປະຖົມສະຜ່າຍ ເມືອງຊະນະສົມບູນ ເພື່ອພົບປະໂອ້ລົມຄູ-ອາຈານ, ນັກຮຽນ […]

08/09/2026 | ສຶກສາ

ຫ້ອງການກະຊວງ ສສກ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຫ້ອງການ ພ້ອມມອບຫຼຽນກາລະນຶກ 50 ປີ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ວຽກງານຂອງຫ້ອງການ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ກິ່ງມະໂນ ພົມມະຫາໄຊ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາຫ້ອງການກະຊວງ, ມີສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍສະຫາຍຮອງເລຂາຄະນະພັກຮາກຖານຫ້ອງການ, ຄະນະພັກຮາກຖານ, ບັນດາເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງການກະຊວງ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ, ມະຫາຊົນກ້າວໜ້າ ແລະ ພະນັກງານ-ລັດຖະກອນ ພາຍໃນຫ້ອງການກະຊວງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ໃນພິທີ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ […]

08/09/2026 | ສຶກສາ

ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ສສກ ດຳເນີນຊີວິດການເມືອງ ພ້ອມເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ

ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະຫຼຸບວຽກງານ ແລະ ດຳເນີນຊີວິດການເມືອງ ພ້ອມທັງເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂຶ້ນໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມຕຶກ ICT ຊັ້ນ 4, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ນາງ ກອງມະນີ ວາດຕະນາ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມແຜນການ ແລະ ການເງິນ, ພ້ອມດ້ວຍບັນດາສະຫາຍຄະນະໜ່ວຍພັກ, ແຂກຖືກເຊີນ, ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ເພື່ອເປັນການຮັບເອົາສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ກໍຄື ສະຫາຍ ນາງ ພິດດາວັນ ທຳມະວົງ ຂຶ້ນເປັນສະມາຊິກພັກສົມບູນ […]

07/09/2026 | ສຶກສາ

ຕ້ອນຮັບຄູ ສ. ເກົາຫຼີ ທີ່ມາປະຈໍາການສອນໃນໂຮງຮຽນ 3 ແຫ່ງ ນວ ໄລຍະ 5 ເດືອນ ພາຍໃຕ້ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປີ 2026”

ໃນລະຫວ່າງວັນທີ 2-4 ກັນຍາ 2026, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ພາກພື້ນອາຊີ-ປາຊີຟິກ (APCEIU) ໄດ້ຈັດພິທີຕ້ອນຮັບ ແລະ ຝຶກອົບຮົມເພື່ອການປັບຕົວໃຫ້ແກ່ຄູສອນ 3 ທ່ານ ຈາກສາທາລະນະລັດ ເກົາຫຼີ ທີ່ເດີນທາງມາເຂົ້າຮ່ວມ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈຳປີ 2026” (The 2026 Korea-Lao PDR Teacher Exchange Programme) ໂດຍການເປັນປະທານຂອງ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງເລຂາທິການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ, ທັງເປັນຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຕາງໜ້າຈາກກົມທີ່ກ່ຽວຂ້ອງ, ຄະນະຜູ້ອໍານວຍການ, ຄູອາຈານຈາກທັງ 3 ໂຮງຮຽນ ແລະ ພະນັກງານຈາກຫ້ອງການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ແລະ ກົມຮ່ວມມືກັບຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 26 ທ່ານ. […]