Skip to main content
04/03/2026 | ສຶກສາ

ສະຫະພັນແມ່ຍິງ ສສກ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ

ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ໃນວັນທີ 26 ກຸມພາ 2026 ທີ່ວິທະຍາໄລເຕັກນິກປາກປ່າສັກ ໂດຍການເປັນປະທານຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ສສກ, ມີບັນດາສະຫາຍເລຂາພັກ, ຄະນະພັກຮາກຖານອ້ອມຂ້າງ ແລະ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍ 2 ອົງການຈັດຕັ້ງພາຄີ ກໍຄື ສະຫະພັນກຳມະບານ ແລະ ຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະບໍລິຫານງານສະຫະພັນແມ່ຍິງ ສສກ ແລະ ບັນດາສະມາຊິກແມ່ຍິງຮາກຖານອ້ອມຂ້າງກະຊວງ ແລະ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮວ່ມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ໃຫ້ຄຳເຫັນ ແລະ […]

04/03/2026 | ສຶກສາ

ຄະນະຜູ້ແທນສຶກສາ ສປປ ລາວ ແລກປ່ຽນບົດຮຽນ ແລະ ເສີມສ້າງ ເຄືອຂ່າຍການຮ່ວມມືລະດັບພາກພື້ນ ເພື່ອພັດທະນາການສຶກສາ ທີ່ ອິນໂດເນເຊຍ

ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ລາວ 13 ທ່ານ ເຊິ່ງນຳໂດຍ ທ່ານ ຮສ.ປອ ນ ສີລິນທອນ ສັກລໍຄຳ, ຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຫຼື ຊີເມວ, ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນ ທີ່ ນະຄອນຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງ ວັນທີ 2–3 ມີນາ 2026 ນີ້ ເພື່ອແລກປ່ຽນບົດຮຽນ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທືນ ເພື່ອນຳມາປັບໃຊ້ໃນການພັດທະນາການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ. ກອງປະຊຸມ ໃນຫົວຂໍ້ “ການຮຽນຮູ້ເພື່ອອານາຄົດ: ເວທີແລກປ່ຽນຫຼັກຖານ ແລະ ຂໍ້ມູນໃນຂອບການຮ່ວມມືອາຊຽນ-ສະຫະລາຊະອານາຈັກອັງກິດ ເພື່ອຄວາມກ້າວຫນ້າດ້ານການສຶກສາຂອງເດັກຍີງ (Learning for the Future: ASEAN-UK SAGE Evidence and Insights Forum)” ແນໃສ່ເພື່ອເຜີຍແຜ່ຜົນການຈັດຕັ້ງປະຕິບັດ ແຜນງານການຮ່ວມມືອາຊຽນ-ສະຫະລາຊະອານາຈັກອັງກິດ […]

04/03/2026 | ສຶກສາ

ຄໍາມ່ວນ ສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງ ປະຈໍາສົກຮຽນ 2025-2026

ພິທີເປີດການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງສາຍສາມັນສຶກສາ (ປ.5, ມ.4 ແລະ ມ.7) ປະຈໍາສົກຮຽນ 2025 – 2026 ທົ່ວແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ກຸມພາ 2026 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ( ຫຼັກ4 ) ໂດຍການເຂົ້າຮ່ວມເປັນປະທານມີຄໍາເຫັນກ່າວເປີດ ແລະ ຕັດຫົວບົດສອບເສັງຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ, ມີທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງພ້ອມຄະນະ, ມີບັນດາແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ຕົວເມືອງ, ຄະນະອໍານວຍການໂຮງຮຽນ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນເກັ່ງທີ່ຕາງໜ້າບັນດາເມືອງໃນທົ່ວແຂວງເຂົ້າຮ່ວມ. ທ່ານ ນາງ ສຸກຂະເສີມ ສິດທິເດດ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ສາຍສາມັນ ສຶກສາ ລະດັບແຂວງ ປະຈໍາສົກຮຽນ 2025-2026 ບັນລຸຕາມຈຸດປະສົງຢ່າງມີປະສິດທິພາບ […]

04/03/2026 | ສຶກສາ

ສສກ ຕີລາຄາຄືນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາພາກຮຽນ I ສົກຮຽນ 2025-2026

ກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາພາກຮຽນທີ I ສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2026 ທີ່ຕຶກໄອຊີທີ (ICT) ກະຊວງສຶກສາທິການ ແລະ ກິລາ, ໂດຍການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານຮອງລັດຖະມົນຕີ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ. ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບການຈັດຕັງປະຕິບັດວຽກງານບູລິມະສິດ ປະຈໍາພາກຮຽນທີ I ແລະ ທິດທາງແຜນການສໍາລັບພາກຮຽນທີ II ຂອງສົກຮຽນ 2025-2026; ລາຍງານຄວາມຄືບໜ້າໃນການຜັນຂະຫຍາຍມະຕິຂອງກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025; ລາຍງານກ່ຽວກັບຜົນສໍາເລັດໃນການຈັດຕັ້ງປະຕິບັດຫຼັກສູດສາມັນວິຊາຊີບຢູ່ໂຮງຮຽນກິນນອນຊົນເຜົ່າ ແລະ ທິດທາງໃນການຜັນຂະຫຍາຍຫຼັກສູດດັ່ງກ່າວໄປສູ່ໂຮງຮຽນມັດທະຍົມຕອນປາຍ; ສະພາບການກໍ່ສ້າງ, ພັດທະນາຄູ, ການຮັບນັກສຶກສາໃນວິທະຍາໄລຄູ […]

25/02/2026 | ສຶກສາ

ສວສ ຈັດກອງປະຊຸມປັບປຸງປຶ້ມຄູ່ມືກຸ່ມພັດທະນາເດັກໃນຊຸມຊົນ 3-4 ປີ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປັບປຸງປຶ້ມຄູ່ມືກຸ່ມພັດທະນາເດັກໃນຊຸມຊົນ 3-4 ປີ ໃນວັນທີ 23 ກຸມພາ 2026 ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານພາຍໃນສູນ, ກົມການສຶກສາກ່ອນໄວຮຽນ, ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງຄໍາມ່ວນ, ແຂວງຫົວພັນ ແລະ ແຂວງບໍລິຄໍາໄຊ ຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ກ່າວມີຄຳເຫັນວ່າ: ການຈັດຕັ້ງປະຕິບັດກຸ່ມພັດທະນາເດັກ ໃນຊຸມຊົນເປັນວຽກງານທີ່ສໍາຄັນເພື່ອສະໜັບສະໜູນໃຫ້ແກ່ເດັກ ອາຍຸ 3-4 ປີໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນ ແລະ ໄດ້ຮັບການພັດທະນາຢ່າງມີຄຸນນະພາບ. ໃນປີ 2016 ຜ່ານມາຜູ້ດູແລເດັກໃນບ້ານເປົ້າໝາຍ ຈໍານວນ […]

25/02/2026 | ສຶກສາ

ຖອດຖອນບົດຮຽນຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມ ກ່ຽວກັບການບໍລິຫານຄຸ້ມຄອງ ໂຮງຮຽນສາມັນສຶກສາ ປີ 2025

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມ ກ່ຽວກັບການບໍລິຫານຄຸ້ມຄອງໂຮງຮຽນສາມັນສຶກສາ ປະຈຳປີ 2025 ເມື່ອວັນທີ 16 ກຸມພາ 2026 ທີ່ຫ້ອງປະຊຸມ ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງສາມັນສຶກສາ ແລະ ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມ ຈາກນະຄອນຫຼວງ ແລະ ແຂວງ ທັງໝົດ 155 ຄົນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອຖອດຖອນບົດຮຽນການຈັດຕັ້ງບໍລິຫານຄຸ້ມຄອງໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ປະຈໍາສົກຮຽນ 2025-2026; ຜີຍແຜ່ນິຕິກໍາ ທີ່ກ່ຽວຂ້ອງກັບໜ້າທີ່ຂອງຜູ້ອໍານວຍການໂຮງຮຽນ […]

25/02/2026 | ສຶກສາ

ເປີດປ້າຍໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ເປັນໂຮງຮຽນຕົວແບບຄຸນນະພາບ

ໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ໄດ້ມີພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 24 ກຸມພາ 2026 ທີ່ ໂຮງຮຽນ ປະຖົມົສມບູນສາທິດດົງຄຳຊ້າງ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮວ່ມຂອງ ທ່ານ ທະນົງສິນ ແສງພະວົງ ປະທານຄະນະອົງການປົກຄອງເມືອງຫາດຊາຍຟອງ, ທ່ານ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນນຳ ສີສຸທຳມະວົງ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາ, ທ່ານ ນາງ ແກ້ວມະນີ ມາລາທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ປອງບີດາ ພຸດທະຍອດຟ້າ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນສາມັນສຶກສາ, ຜູ້ຕ່າງໜ້າຈາກໂຄງການ ໄອທີມ2 (ITEAM2 ), ທ່ານ ນາງ ເກດມະນີ ເພັງເມືອງຄູນ ຜູ້ອຳນວຍການໂຮງຮຽນ ປະຖົມສົມບູນສາທິດດົງຄຳຊ້າງ, […]

23/02/2026 | ສຶກສາ

ເປີດປ້າຍໂຮງຮຽນປະຖົມນາໄຮ່ດຽວ ເປັນໂຮງຮຽນຕົວແບບຄຸນນະພາບ

ໂຮງຮຽນປະຖົມສຶກສາສົມບູນນາໄຮ່ດຽວ ໄດ້ມີພິທີເປີດປ້າຍ ເປັນໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ໃນວັນທີ 20 ກຸມພາ 2026 ທີ່ໂຮງຮຽນ ປະຖົມສົມບູນ ນາໄຮ່ດຽວ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກຳມະການປົກກຄອງເມືອງຈັນທະບູລີ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ ແລະ ທ່ານ ນາງ ຫຼ້າເຕົ້າ ສິນທິປັນຍາ ຜູ້ອຳນວຍການໂຮງຮຽນ, ມີຮອງຜູ້ອຳນວຍການ, ຄູອາຈານ, ຜູ້ປົກຄອງນັກຮຽນ, ແຂກຖືກເຊີນ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານ ຂັນໄຊ ແສງສຸນີ ໄດ້ກ່າວໃຫ້ຮູ້ວ່າ: ການເປີດປ້າຍໂຮງຮຽນຕົວແບບຄຸນນະພາບ ແມ່ນເປັນການຢັ້ງຢືນ ແລະ ປະກາດໃຫ້ຮູ້ເຖິງຄຸນນະພາບຂອງການບໍລິຫານຄຸ້ມຄອງ ໂຮງຮຽນເພື່ອໃຫ້ສັງຄົມ, […]