26/07/2024 | ສຶກສາ
ສສກ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສໍາມະນາຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ກ່ຽວກັບການປັບປຸງຄຸນນະພາບການສຶກສາ, ແກ້ໄຂບັນຫາປະລະການຮຽນ ແລະ ການຂາດແຄນຄູສອນ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດຮອງລັດຖະມົນຕີ, ຮອງເລຂາຄະນະພັກກະຊວງ, ປະທານຄະນະກວດກາພັກກະຊວງ, ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກກົມ, ຜູ້ຕາງໜ້າຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ ສສກ, ບັນດາຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພັກຮາກຖານມະຫາວິທະຍາໄລ 4 ແຫ່ງ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ແລະ ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ, ບັນດາວິທະຍາໄລຢູ່ທ້ອງຖິ່ນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຜ່ານທາງອອນລາຍ ແລະ ເຊິ່ງໜ້າ. ໂອກາດດັ່ງກ່າວ, […]