Skip to main content
18/12/2025 | ສຶກສາ

ນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ລາວ

ນາຍົກລັດຖະມົນຕີ ຟາມ ມິງ ຈິ໋ງ ແຫ່ງ ສສ ຫວຽດນາມ ສະແດງຄວາມໝັ້ນໃຈວ່າການມາຢ້ຽມຢາມຂອງຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ຈາກ ສປປ ລາວ ໃນຄັ້ງນີ້ ຈະເຮັດໃຫ້ສາຍພົວພັນພິເສດລະຫວ່າງຫວຽດນາມ-ລາວ ເລິກເຊິ່ງຍິ່ງຂຶ້ນ ພ້ອມທັງສົ່ງເສີມການຮ່ວມມືທີ່ມີປະສິດທິພາບ ແລະ ໜ້າເຊື່ອຖືລະຫວ່າງກະຊວງສຶກສາທິການ ແລະ ຝຶກອົບຮົມຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ. ໃນໂອກາດທີ່ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ລາວ ຊຶ່ງນຳໂດຍ ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຟາມ ມິງ ຈິ໋ງ, ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ຮ່າໂນ້ຍ, ໃນວັນທີ 16 ທັນວາ ຜ່ານມານີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ມາຍັງຜູ້ນຳພັກ, […]

18/12/2025 | ສຶກສາ

ມສ ວຽງຈັນ ຈັດກິດຈະກຳໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ

ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ຈັດກິດຈະກຳໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ, ນັກຮຽນນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ປະຈຳປີ 2025 ໄດ້ມີຂຶ້ນໃນວັນທີ 16 ທັນວາ 2025 ທີ່ສະໂມສອນໂຮງຮຽນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຈັນທະວົງ ປັນຍາສິລິ ຄະນະພັກ, ຫົວໜ້າກົມກວດກາ, ຮອງປະທານກວດກາກະຊວງ ທັງເປັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ມະນີວອນ ພະໄຊຍະວົງ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ, ມີບັນດາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ຄະນະຮັບຜິດຊອບກິດຈະກຳ, ຄະນະອໍານວຍການ, ຄູອາຈານ, ນ້ອງໆນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດດັ່ງກ່າວ, ສະຫາຍ ປອ ຈັນທະວົງ ປັນຍາສິລິ ໄດ້ມີຄຳເຫັນຊີ້ນຳຕໍ່ກິດຈະກຳດັ່ງກ່າວວ່າ: ໃນໄລຍະທີ່ຜ່ານມາ ກິດຈະກຳ ນ້ອງຢາກເປັນວິທະຍາສາດ […]

16/12/2025 | ສຶກສາ

ຄະນະຜູ້ແທນ ສສກ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ທັນວາ 2025 ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງໝົດ 12ທ່ານ ນຳໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ອອກເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 15-17 ທັນວາ 2025 ຊຶ່ງໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ. ໃນການເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ຊຶ່ງຖືເປັນຄັ້ງທໍາອິດຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ […]

16/12/2025 | ສຶກສາ

ເປີດປ້າຍໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ຮຸ່ງເຮືອງ ເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍ ໂຮງຮຽນລ້ຽງເດັກ-ອະນຸບານສຶກສາ ຮຸ່ງເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ເປັນໂຮງຮຽນຕົວແບບຄຸນນະພາບ ນວ ຈັດຂຶ້ນວັນທີ 12 ທັນວາ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທ່ານ ຟອງສະໝຸດ ຕຸລາຄົມ ຜູ້ອຳນວຍການໂຮງຮຽນ ຮຸ່ງເຮືອງ ພ້ອມດ້ວຍຜູ້ປະກອບການ, ແຂກຖືກເຊີນ, ຄະນະຜູ້ອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ວັນວິໄລ ເຜີຍສີຣິ ຮອງຜູ້ອຳນວຍການໂຮງຮຽນ ຮຸ່ງເຮືອງ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນ ຮຸ່ງເຮືອງ ເປັນໂຮງຮຽນພາກເອກະຊົນ ຕັ້ງຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ ເລີ່ມຈັດຕັ້ງການຮຽນການສອນ ມາແຕ່ປີ 2004 ເປັນຕົ້ນມາ, ປັດຈຸບັນ ມີຄູອາຈານ ທັງໝົດ 101 ຄົນ, […]

16/12/2025 | ສຶກສາ

ສສກ ປະຊຸມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ປະຈໍາໄຕມາດ 3 ແລະ 4 ປີ 2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ປະຈໍາໄຕມາດ 3 ແລະ 4 ປີ 2025 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຕຸດາວັນ ໝໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ (FG5), ທ່ານ ນາງ ເຮເລັນ ຄໍເນຟຣີ ອານຸເລຂາຂະແໜງການສຶກສາ ແລະ ສັງຄົມ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ຢາຊຶມາສະ ນາກາໂອກະ ທີ່ປຶກສາດ້ານນະໂຍບາຍການສຶກສາ ຕາງໜ້າຈາກອົງການໄຈກ້າປະຈຳລາວ ປະທານຮ່ວມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ, ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ວ່າການແທນຫົວໜ້າກົມ, […]

16/12/2025 | ສຶກສາ

ເພີ່ມທະວີຮັດແໜ້ນການຮ່ວມມື ດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ໃນໂອກາດທີ່ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ທີ່ ສສ ຫວຽດນາມ, ໃນຕອນແລງມື້ວານນີ້ (15 ທັນວາ 205) ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ, ໄດ້ເຂົ້າຢ້ຽມຢາມ ແລະ ພົບປະທ່ານ ຫງວຽນ ກິມ ເຊິນ, ກຳມະການສູນກາງພັກ, ລັດຖະມົນຕີສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ຊຶ່ງທ່ານໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ການຮ່ວມມື ແລະ ການສະໜັບສະໜູນຢ່າງໃກ້ຊິດສະໜິດແໜ້ນ ຂອງ ສສ ຫວຽດນາມ ຕໍ່ ສປປ ລາວ ຊຶ່ງຖືເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ […]

14/12/2025 | ສຶກສາ

ຝຶກອົບຮົມອະນາຄົດທີ່ຍືນຍົງໃນມືຊາວໜຸ່ມ “ການເຊື່ອມໂຍງການປະຕິບັດດ້ານການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຄວາມເປັນຜູ້ນຳຂອງຊາວໜຸ່ມໃນບັນດາໂຮງຮຽນສະມາຊິກເຄືອຂ່າຍ”

ຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ(ຄລອ), ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້: “ອະນາຄົດທີ່ຍືນຍົງໃນມືຊາວໜຸ່ມ: ການເຊື່ອມໂຍງການປະຕິບັດດ້ານການສຶກສາເພື່ອ ການພັດທະນາແບບຍືນຍົງ (ESD) ແລະ ຄວາມເປັນຜູ້ນຳຂອງຊາວໜຸ່ມໃນບັນດາໂຮງຮຽນສະມາຊິກເຄືອຂ່າຍ” (ASPnet) ຂຶ້ນໃນວັນທີ 9 ທັນວາ 2025 ຜ່ານມາ ທີ່ຫ້ອງປະຊຸມລີສອດນາປ່າກວາງ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ດຣ. ນາງ ຟາຢານ ຄານ ຊ່ຽວຊານໂຄງການດ້ານການສຶກສາຫ້ອງການອຸຍເນັດສະໂກພາກພື້ນ ປະຈໍາບາງກອກ, ມີວິທະຍາກອນຈາກຫ້ອງການກະຊວງ ສສກ, ຜູ້ປະສານງານໂຄງການຂັ້ນແຂວງຈາກ 5 ແຂວງ, ນ້ອງໆນັກຮຽນຈາກໂຮງຮຽນທີ່ເຂົ້າຮ່ວມໂຄງການ 23 ໂຮງຮຽນພ້ອມດ້ວຍພະນັກງານຈາກຫ້ອງການ ຄລອ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສີສະໝຸດ ແສນບຸດຕະລາດ ໄດ້ກ່າວໃຫ້ຮູ້ວ່າໃນການຈັດກອງປະຊຸມຝຶກອົບຮົມຂອງ ໂຄງການ “ອະນາຄົດທີ່ຍືນຍົງໃນມືຊາວໜຸ່ມ: ການເຊື່ອມໂຍງການປະຕິບັດດ້ານການສຶກສາ ເພື່ອການພັດທະນາແບບຍືນຍົງ (ESD) […]

12/12/2025 | ສຶກສາ

ຕັ້ງໜ້າຮໍ່າຮຽນແບບຢ່າງ ຄຸນສົມບັດຂອງ ປະທານ ໄກສອນ ພົມວິຫານ

ປະທານ ໄກສອນ ພົມວິຫານ ເກີດທີ່ບ້ານນາເຊັງ ເມືອງຄັນທະບູລີ ແຂວງສະຫວັນນະເຂດ ໃນສະພາບແວດລ້ອມທີ່ປະຊາຊົນລາວ ຖືກກົດຂີ່ຂົ່ມເຫັງຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດສະຫຼະພາບ, ຖືກເກນໄປເປັນຂ້ອຍຂ້າ, ເປັນຂ້າທາດຮັບໃຊ້ຝຣັ່ງທຸກຮູບແບບ, ຊາຕາກຳຂອງຊາດ ແລະ ຂອງປະຊາຊົນ ຈົ່ມຢູ່ໃນຄວາມສິ້ນຫວັງ; ຂະບວນການຕໍ່ສູ້ຂອງບັນດານັກຮັກຊາດທັງຫຼາຍ ໃນຕົ້ນສະຕະວັດທີ XX ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ແຕ່ບັນດາຂະບວນການຕ່າງໆ ບໍ່ໄດ້ຮັບໄຊຊະ ຈົນກວ່າຈະມີພັກກອມມູນິດກຳເນີດຂຶ້ນ ແລະ ພັກແຄວ້ນລາວນຳພາ. ໃນທ່າມກາງສະພາບອັນແສນສາຫັດດັ່ງກ່າວ ປະທານ ໄກສອນ ພົມວິຫານ ໃນເມື່ອເຍົາໄວໄດ້ແຕ່ຕັ້ງໃຈຮໍ່າຮຽນ, ຊອກຫາຄວາມຮູ້ໃໝ່ ບົນເສັ້ນທາງການສຶກສານັບແຕ່ຊັ້ນປະຖົມສຶກສາ, ມັດທະຍົມສຶກສາ, ອຸດົມສຶກສາພາສາຝຣັ່ງ ແລະ ຮຽນທີ່ວິທະຍາໄລແພດສາດ, ວິທະຍາໄລກົດໝາຍທີ່ຮ່າໂນ້ຍ ສສ ຫວຽດນາມ.ໃນໄລຍະແຫ່ງການຮ່ຳຮຽນນັ້ນ ສະພາບການຢູ່ອິນດູຈີນ ໄດ້ຜັນແປໄປຢ່າງສັບສົນ ແລະ ສົ່ງຜົນກະທົບເຖິງ 3 ປະເທດ ໃນອິນດູຈີນ, ປະທານ ໄກສອນ ພົມວິຫານ ຮູ້ດີກ່ຽວກັບທ່າອ່ຽງຂະຫຍາຍຕົວ ຂອງສະພາບການຢູ່ລາວ ແລະ ຫວຽດນາມ, ທ້າຍປີ 1944 ປະທານ […]