Skip to main content

ເພີ່ມທະວີຮັດແໜ້ນການຮ່ວມມື ດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

16/12/2025
ໃນໂອກາດທີ່ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ທີ່ ສສ ຫວຽດນາມ, ໃນຕອນແລງມື້ວານນີ້ (15 ທັນວາ 205) ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ທອງສະລິດ ມັງໜໍ່ເມກ, ເລຂາຄະນະບໍລິຫານງານສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ, ໄດ້ເຂົ້າຢ້ຽມຢາມ ແລະ ພົບປະທ່ານ ຫງວຽນ ກິມ ເຊິນ, ກຳມະການສູນກາງພັກ, ລັດຖະມົນຕີສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ຊຶ່ງທ່ານໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ການຮ່ວມມື ແລະ ການສະໜັບສະໜູນຢ່າງໃກ້ຊິດສະໜິດແໜ້ນ ຂອງ ສສ ຫວຽດນາມ ຕໍ່ ສປປ ລາວ ຊຶ່ງຖືເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ. ພິເສດ ການຕ້ອນຮັບຂອງສະຫາຍ ລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະ ໃນຄັ້ງນີ້ ແມ່ນອົບອຸ່ນທີ່ສຸດ ປຽບເໜືອນ ການຕ້ອນຮັບຜູ້ເປັນເພື່ອນມິດ, ເປັນອ້າຍ, ເປັນນ້ອງ ໃນຄອບຄົວດຽວກັນ ທີ່ມາຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈເຊິ່ງ ກັນ ແລະ ກັນ.
ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ທີ່ທ່ານລັດຖະມົນຕີຫວຽດນາມ ໄດ້ເຊີນຄະນະຜູ້ແທນສຶກສາລາວມາຢ້ຽມຢາມໃນຄັ້ງນີ້ ຊຶ່ງຖືເປັນການເດີນທາງຢ້ຽມຢາມ ສສ. ຫວຽດນາມ ຄັ້ງທໍາອິດ ໃນຕຳແໜ່ງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ເປັນການເຄື່ອນໄຫວຕ່າງປະເທດທີ່ສໍາຄັນ ເພາະມີຂຶ້ນໃນທ້າຍສະໄໝ ແລະ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຂອງ ພັກແຕ່ລະປະເທດ ໃນຕົ້ນປີ 2026 ທີ່ຈະມາເຖິງນີ້. ອັນນີ້, ກໍເປັນການສະແດງໃຫ້ເຫັນເຖິງ ການຖືສຳຄັນ ແລະ ບູລິມະສິດຕົ້ນຕໍຂອງ ພັກ, ລັດ ແຫ່ງ ສສ ຫວຽດນາມ ກໍ່ຄືໃນນາມສ່ວນຕົວ ສະຫາຍເອງ ທີມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງ ສອງປະເທດ ລາວ – ຫວຽດນາມ ກໍຄືສ່ວນຕົວ ຂ້າພະເຈົ້າ ແລະ ຂອບໃຈສະຫາຍ ຢ່າງຈິງໃຈ ທີ່ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ໃນພາລະກິດ ແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໂດຍສະເພາະແມ່ນ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ໃນປັດຈຸບັນ ຂອງ ສປປ ລາວ ເວົ້າລວມ , ເວົ້າສະເພາະ ກະຊວງສຶກສາທິການ ແລະ ກິລາ ຂອງ ພວກຂ້າພະເຈົ້າ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍທີ່ສຸດ ຕໍ່ບັນດາຜົນສຳເລັດທີ່ ປະຊາຊົນ ຫວຽດນາມອ້າຍນ້ອງ ຍາດມາໄດ້ ພາຍໃຕ້ການຊີ້ນຳ-ນຳພາ ອັນສະຫຼາດສ່ອງໃສ ຂອງ ພັກກອມມູນິດ ຫວຽດນາມ (ສ້າງຕັ້ງພັກ ຄົບຮອບ 95 ປີ) ມີຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍທາງດ້ານປະຫວັດສາດ ຕະຫຼອດໄລຍະ 80 ປີ ໂດຍສະເພາະເກືອບ 4 ທົດສະວັດ ການປະຕິບັດ ນະໂຍບາຍການປ່ຽນແປງໃໝ່ ຂອງ ສສ.ຫວຽດນາມ ຈາກປະເທດທີ່ລ້າຫຼັງ ພາຍຫຼັງສົງຄາມ ກາຍເປັນປະເທດ ທີ່ມີການພັດທະນາ ຢູ່ ໃນລະດັບສູງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງ ປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ, ບົດບາດ ແລະ ອິດທິພົນ ຂອງ ຫວຽດນາມ ໄດ້ຮັບການ ຍົກສູງ ແລະ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພິເສດ ໃນປີ 2025, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງວຽກງານຂອງກະຊວງສຶກສາ ແລະ ກໍ່ສ້າງ ຂອງ ສສ ຫວຽດນາມ ຊຶ່ງສະແດງໃຫ້ເຫັນໄດ້ ໂດຍສະເພາະ ການປັບປຸງຄຸນນະພາບການສອນ ແລະ ການຮຽນ ເນັ້ນໃສ່ການພັດທະນາຄວາມສາມາດ ແລະ ທັກສະຂອງຜູ້ຮຽນ, ບໍ່ແມ່ນການເນັ້ນໃສ່ແຕ່ການຍັດເນື້ອໃນຄວາມຮູ້ຢ່າງດຽວ, ການປັບປຸງຫຼັກສູດໃໝ່ ໃຫ້ທັນສະໄໝ ແລະ ສອດຄ່ອງກັບຕະຫຼາດແຮງງານສາກົນ. ການຫັນເປັນດິຈິຕອລ ກໍ່ເລັ່ງລັດການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ (IT) ເຂົ້າໃນການສອນ, ການບໍລິຫານໂຮງຮຽນ, ແລະ ການສ້າງຄັງຂໍ້ມູນການຮຽນຮູ້ຂະໜາດໃຫຍ່,ການພັດທະນາໂຄງລ່າງພື້ນຖານດ້ານໄອທີໃນໂຮງຮຽນ. ນອກນັ້ນ, ການພັດທະນາຄູອາຈານກໍ່ເພີ່ມທະວີຂຶ້ນ ດ້ວຍການຝຶກອົບຮົມຄູອາຈານກ່ຽວກັບວິທີການສອນໃໝ່ ແລະ ການນຳໃຊ້ເຕັກໂນໂລຊີ ແລະ ປັບປຸງມາດຕະຖານອາຊີບຄູໃຫ້ສູງຂຶ້ນ.
ທ່ານລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ຢືນຢັນວ່າ: “ກະຊວງສຶກສາທິການ ແລະ ກິລາ ລາວ ຈະຮ່ວມມືຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ຝຶກອົບຮົມຫວຽດນາມ ແລະ ກະຊວງ ແລະ ອົງການອື່ນໆຂອງທັງສອງປະເທດ ເພື່ອຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ລະຫວ່າງສອງປະເທດ ໃນໄລຍະປີ 2021-2030 ໃຫ້ປະສົບຜົນສຳເລັດ”. ທ່ານຍັງອວຍພອນໃຫ້ມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຈົ່ງຍືນຍົງ ແລະ ຍືນຍົງຕະຫຼອດໄປ.
ທາງດ້ານ ທ່ານ ຫງວຽນ ກິມ ເຊີນ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກໍ່ສ້າງ ຫວຽດນາມ, ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໝັ້ນໃຈວ່າການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນພິເສດລະຫວ່າງຫວຽດນາມ ແລະ ລາວ ພ້ອມທັງການຮ່ວມມືທີ່ໜ້າເຊື່ອຖືລະຫວ່າງ ກະຊວງສຶກສາທິການ ແລະ ກໍ່ສ້າງຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ. ພ້ອມທັງເປັນຈຸດເລີ່ມຕົ້ນໃນທາງບວກ ແລະ ມີຄວາມກະຕືລືລົ້ນໃນການຈັດຕັ້ງປະຕິບັດທິດທາງ ແລະ ກິດຈະກຳຕ່າງໆ ສຳລັບການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດລະຫວ່າງສອງປະເທດໃນໄລຍະປີ 2026-2030.
ທ່ານລັດຖະມົນຕີ ຫງວຽນກິມເຊີນ ກ່າວວ່າ: “ສອງອາທິດກ່ອນ, ສອງຝ່າຍໄດ້ພົບປະກັນທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງການຢ້ຽມຢາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕ ແລມ ທີ່ປະເທດລາວ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນຊາດຄົບຮອບ 50 ປີ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ; ແລະ ໄດ້ເປັນພະຍານເຖິງຜົນສຳເລັດອັນຍິ່ງໃຫຍ່ ແລະ ຮອບດ້ານທີ່ພັກ, ລັດຖະບານ ແລະ ປະຊາຊົນລາວບັນລຸໄດ້ຫຼັງຈາກ 50 ປີ ຂອງການສ້າງຕັ້ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍສະເພາະກ່ຽວກັບຜົນສຳເລັດໃນການປະຕິຮູບການສຶກສາ ແລະ ການຝຶກອົບຮົມ, ພວກເຮົາຖືວ່າຜົນສຳເລັດຂອງເພື່ອນຮ່ວມງານລາວເປັນໄຊຊະນະຂອງຫວຽດນາມເອງ. ກະຊວງສຶກສາທິການ ແລະ ການຝຶກອົບຮົມຫວຽດນາມຈະຢືນຢູ່ຄຽງຂ້າງສະເໝີ ແລະ ພ້ອມແລ້ວທີ່ຈະສະໜັບສະໜູນລາວດ້ວຍຄວາມສາມາດທີ່ດີທີ່ສຸດເພື່ອຊ່ວຍພວກເຂົາເອົາຊະນະຄວາມຫຍຸ້ງຍາກ ແລະ ສືບຕໍ່ການພັດທະນາແບບຍືນຍົງ,”
ທ່ານລັດຖະມົນຕີ ຫງວຽນ ກິມເຊີນ ຍັງໄດ້ແຈ້ງໃຫ້ທ່ານລັດຖະມົນຕີ ທອງສະລິດ ຊາບວ່າ ໃນວັນທີ 10 ທັນວາ, ສະພາແຫ່ງຊາດຫວຽດນາມໄດ້ລົງຄະແນນສຽງຮັບຮອງກົດໝາຍສາມສະບັບໃນຂົງເຂດການສຶກສາ, ລວມທັງ: ກົດໝາຍວ່າດ້ວຍການດັດແກ້ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍການສຶກສາວິຊາຊີບ (ສະບັບປັບປຸງ); ແລະ ກົດໝາຍວ່າດ້ວຍການສຶກສາຊັ້ນສູງ (ສະບັບປັບປຸງ).
ຄະນະຜູ້ແທນສຶກສາຂອງລາວ ມີກຳນົດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຮອດວັນທີ​ 17 ທັນວາ.
ຮຽບຮຽງ: ສຸກສາຄອນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ