ຝຶກອົບຮົມອະນາຄົດທີ່ຍືນຍົງໃນມືຊາວໜຸ່ມ “ການເຊື່ອມໂຍງການປະຕິບັດດ້ານການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ຄວາມເປັນຜູ້ນຳຂອງຊາວໜຸ່ມໃນບັນດາໂຮງຮຽນສະມາຊິກເຄືອຂ່າຍ”
14/12/2025

ຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ(ຄລອ), ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້: “ອະນາຄົດທີ່ຍືນຍົງໃນມືຊາວໜຸ່ມ: ການເຊື່ອມໂຍງການປະຕິບັດດ້ານການສຶກສາເພື່ອ ການພັດທະນາແບບຍືນຍົງ (ESD) ແລະ ຄວາມເປັນຜູ້ນຳຂອງຊາວໜຸ່ມໃນບັນດາໂຮງຮຽນສະມາຊິກເຄືອຂ່າຍ” (ASPnet) ຂຶ້ນໃນວັນທີ 9 ທັນວາ 2025 ຜ່ານມາ ທີ່ຫ້ອງປະຊຸມລີສອດນາປ່າກວາງ ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ດຣ. ນາງ ຟາຢານ ຄານ ຊ່ຽວຊານໂຄງການດ້ານການສຶກສາຫ້ອງການອຸຍເນັດສະໂກພາກພື້ນ ປະຈໍາບາງກອກ, ມີວິທະຍາກອນຈາກຫ້ອງການກະຊວງ ສສກ, ຜູ້ປະສານງານໂຄງການຂັ້ນແຂວງຈາກ 5 ແຂວງ, ນ້ອງໆນັກຮຽນຈາກໂຮງຮຽນທີ່ເຂົ້າຮ່ວມໂຄງການ 23 ໂຮງຮຽນພ້ອມດ້ວຍພະນັກງານຈາກຫ້ອງການ ຄລອ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສີສະໝຸດ ແສນບຸດຕະລາດ ໄດ້ກ່າວໃຫ້ຮູ້ວ່າໃນການຈັດກອງປະຊຸມຝຶກອົບຮົມຂອງ ໂຄງການ “ອະນາຄົດທີ່ຍືນຍົງໃນມືຊາວໜຸ່ມ: ການເຊື່ອມໂຍງການປະຕິບັດດ້ານການສຶກສາ ເພື່ອການພັດທະນາແບບຍືນຍົງ (ESD) ແລະ ຄວາມເປັນຜູ້ນຳຂອງຊາວໜຸ່ມ ໃນບັນດາໂຮງຮຽນສະມາຊິກ ASPnet”ໃນມື້ນີ້, ໃນນາມຂອງຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນັດສະໂກ ຂໍສະແດງຄວາມຂອບໃຈຢ່າງຍິ່ງມາຍັງອົງການອຸຍແນັດສະໂກ ທີ່ໃຫ້ການສະໜັບສະໜູນທາງດ້ານງົບປະມານ ແລະ ຂໍສະແດງຄວາມຂອບໃຈຢ່າງຍິ່ງມາຍັງຫ້ອງການອຸຍແນັດສະໂກພາກພື້ນປະຈໍາບາງກອກ ທີ່ຊ່ວຍທາງດ້ານວິຊາການ ແລະ ຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນັດສະໂກ ໃນການກະກຽມການຈັດຝຶກອົບຮົມຄັ້ງນີ້. ປັດຈຸບັນໂລກຂອງພວກເຮົາ ກໍາລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໃນຍຸກໂລກາພິວັດນີ້ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍຄວາມຫຼາກຫຼາຍທາງຊີວະພາບ, ການຫຼຸດລົງຂອງຊັບພະຍາກອນ, ຄວາມຂັດແຍ້ງໃນສັງຄົມ ແລະ ຄວາມບໍ່ສະເໝີພາບທາງສັງຄົມ. ສິ່ງທ້າທາຍເຫຼົ່ານີ້ ເປັນໄພຂົ່ມຂູ່ຕໍ່ສະຫວັດດີພາບຂອງທຸກຄົນ ໃນປັດຈຸບັນ ແລະ ອະນາຄົດ. ການແກ້ໄຂບັນຫາທີ່ສັບສົນເຫຼົ່ານີ້ ຮຽກຮ້ອງໃຫ້ມີການປ່ຽນແປງ ແລະ ການສຶກສາ ມີບົດບາດສຳຄັນທີ່ສຸດ ໃນການຂັບເຄື່ອນການປ່ຽນແປງນີ້ ແລະ ການສຶກສາ ເພື່ອການພັດທະນາແບບຍືນຍົງ ຫຼື Education for Sustainable Development (ESD) ຄືໜຶ່ງໃນວິທີການແກ້ໄຂສິ່ງທ້າທາຍຕ່າງໆທີ່ກຳລັງເກີດຂຶ້ນ. ແນວຄວາມຄິດຂອງ ESD ຄືການໃຫ້ຄວາມຮູ້, ພັດທະນາທັກສະ, ເພີ່ມຄ່ານິຍົມແກ່ບຸກຄົນ ເພື່ອເຂົ້າໃຈສິ່ງທ້າທາຍເຫຼົ່ານີ້ທີ່ເຮັດໃຫ້ເຂົາສາມາດຕັດສິນໃຈຢ່າງມີຂໍ້ມູນ ແລະ ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບຕໍ່ອະນາຄົດທີ່ຍືນຍົງກວ່າເກົ່າ. ນອກຈາກນັ້ນ, ESD ກໍຍັງສົ່ງເສີມການຄິດວິເຄາະ, ການຄິດຢ່າງມີວິຈາລະນະຍານ, ທັກສະການແກ້ໄຂບັນຫາ, ຄວາມເຫັນອົກເຫັນໃຈ ແລະ ຄວາມເປັນພົນລະເມືອງໂລກ ເຊິ່ງສຳຄັນຕໍ່ການສ້າງໂລກທີ່ມີຄວາມຍຸຕິທຳ ແລະ ມີຄວາມຍືນຍົງ.
ຊາວໜຸ່ມ ແມ່ນກຳລັງສໍາຄັນ ໃນການປ່ຽນແປງໃນທາງທີ່ດີຂຶ້ນ ເນື່ອງຈາກພວກເຂົາເປີດຮັບແນວຄວາມຄິດໃໝ່ໆ, ມີພະລັງ ແລະ ຄວາມຄິດສ້າງສັນ ເພື່ອຂັບເຄື່ອນນະວັດຕະກຳ. ພວກເຮົາເຊື່ອວ່າການສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມດ້ວຍຄວາມຮູ້ ແລະ ທັກສະຂອງ ESD ຈະຊ່ວຍກໍ່ສ້າງອະນາຄົດທີ່ຍືນຍົງກວ່າເກົ່າເນື່ອງຈາກຊາວໜຸ່ມບໍ່ພຽງແຕ່ເປັນຜູ້ໄດ້ຮັບຜົນປະໂຫຍດຈາກການປ່ຽນແປງເທົ່ານັ້ນ, ພວກເຂົາເປັນຜູ້ຂັບເຄື່ອນທີ່ມີພະລັງຂອງການປ່ຽນແປງ.
ສຳລັບການຝຶກອົບຮົມນັກຮຽນຈະໄດ້ຮຽນຮູ້ທັກສະການເປັນຜູ້ນໍາ, ການຄິດວິເຄາະ, ຄວາມຮັບຮູ້ດ້ານສິ່ງແວດລ້ອມ ແລະ ການຮຽນຮູ້ແບບມີສ່ວນຮ່ວມ, ພວກເຮົາກໍາລັງກະກຽມພວກເຂົາໃຫ້ຕອບໂຕ້ຕໍ່ສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມບໍ່ສະເໝີພາບທາງສັງຄົມ. ພ້ອມນີ້, ຄລອ ຍັງໄດ້ຊຸກຍູ້ໃຫ້ຊາວໜຸ່ມມີສ່ວນຮ່ວມ ໃນຂອບວຽກ ແລະ ກິດຈະກຳຕ່າງໆຂອງອົງການອຸຍແນັດສະໂກ ຢ່າງສະເໝີມາ ດ້ວຍການສົ່ງຄວາມຮູ້ກ່ຽວກັບວິກິດການໂລກທີ່ສົ່ງຜົນກະທົບຕໍ່ຊີວິດ ແລະ ອະນາຄົດຂອງເຂົາເຈົ້າ. ນອກຈາກນີ້, ໂຄງການສະທ້ອນໃຫ້ເຫັນເຖິງພາລະກິດຫຼັກຂອງເຄືອຂ່າຍໂຮງຮຽນທີ່ກ່ຽວຂ້ອງຂອງອົງການອຸຍແນັດສະໂກ ເພື່ອກະຕຸ້ນນະວັດຕະກໍາ, ສົ່ງເສີມຄວາມເປັນພົນລະເມືອງໂລກ ແລະ ສົ່ງເສີມຄ່ານິຍົມຂອງການຮ່ວມມື, ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຜ່ານໂຄງການນີ້, ພວກເຮົາມີຈຸດປະສົງ ເພື່ອສ້າງຄວາມເຊື່ອມໂຍງລະຫວ່າງການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ການປະຕິບັດທີ່ນຳພາໂດຍຊາວໜຸ່ມ, ຮັບປະກັນວ່າຄວາມຍືນຍົງບໍ່ພຽງແຕ່ຖືກສອນໃນຫ້ອງຮຽນເທົ່ານັ້ນ ແຕ່ຍັງສາມາດປະຕິບັດໃນກິດຈະກໍາອື່ນໆພາຍໃນໂຮງຮຽນ ແລະ ຊຸມຊົນໄດ້. ສະນັ້ນ, ນ້ອງນັກຮຽນຈະມີໂອກາດໃນການຝຶກການຂຽນໂຄງການເພື່ອເຮັດກິດຈະກຳພາຍໃນໂຮງຮຽນຫຼັງຈາກຈົບການຝຶກອົບຮົມໃນຄັ້ງນີ້.
ຂ່າວໂດຍ: ບຸນທະວີ ນະວົງສາ















