ສສກ ປະຊຸມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ປະຈໍາໄຕມາດ 3 ແລະ 4 ປີ 2025
16/12/2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ປະຈໍາໄຕມາດ 3 ແລະ 4 ປີ 2025 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຕຸດາວັນ ໝໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ (FG5), ທ່ານ ນາງ ເຮເລັນ ຄໍເນຟຣີ ອານຸເລຂາຂະແໜງການສຶກສາ ແລະ ສັງຄົມ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ທ່ານ ຢາຊຶມາສະ ນາກາໂອກະ ທີ່ປຶກສາດ້ານນະໂຍບາຍການສຶກສາ ຕາງໜ້າຈາກອົງການໄຈກ້າປະຈຳລາວ ປະທານຮ່ວມໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ, ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ວ່າການແທນຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອໍານວຍການ-ຮອງຜູ້ອໍານວຍການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆຈາກຂັ້ນກະຊວງສຶກສາທິການ ແລະ ກິລາ ພ້ອມທັງຄູ່ຮ່ວມພັດທະນາຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້, ເພື່ອນໍາສະເໜີ ແລະ ສົນທະນາກ່ຽວກັບ 4 ເນື້ອໃນຫຼັກ ຄື: ລາຍງານແຜນຄວາມຕ້ອງການຄູ 10 ປີ ແລະ ການຈັດສັນລັດຖະກອນໃໝ່ 2025 ສໍາລັບຄູ; ລາຍງານກ່ຽວກັບການຮ່ວມມື ອສບລ, ສະມາຄົມ, ມູນນິທິ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ; ລາຍງານການຮ່ວມມືກັບອົງການ UNESCO ໃນການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກິລາ ແລະ ລາຍງານຄວາມຄືບໜ້າກ່ຽວກັບຮ່າງແຜນປະຕິບັດງານດ້ານການສຶກສາ ດີຈີຕອນ ປີ 2026-2030
ນອກນັ້ນ, ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດລາຍງານ ຢ່າງກົງໄປກົງມາຢ່າງມີລັດສະນະສ້າງສັນ ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ ເປັນໄປຕາມແຜນທີ່ກຳນົດໄວ້.
ໂດຍ: ບົວລະພາ














