ຕັ້ງໜ້າຮໍ່າຮຽນແບບຢ່າງ ຄຸນສົມບັດຂອງ ປະທານ ໄກສອນ ພົມວິຫານ

ປະທານ ໄກສອນ ພົມວິຫານ ເກີດທີ່ບ້ານນາເຊັງ ເມືອງຄັນທະບູລີ ແຂວງສະຫວັນນະເຂດ ໃນສະພາບແວດລ້ອມທີ່ປະຊາຊົນລາວ ຖືກກົດຂີ່ຂົ່ມເຫັງຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີອິດສະຫຼະພາບ, ຖືກເກນໄປເປັນຂ້ອຍຂ້າ, ເປັນຂ້າທາດຮັບໃຊ້ຝຣັ່ງທຸກຮູບແບບ, ຊາຕາກຳຂອງຊາດ ແລະ ຂອງປະຊາຊົນ ຈົ່ມຢູ່ໃນຄວາມສິ້ນຫວັງ; ຂະບວນການຕໍ່ສູ້ຂອງບັນດານັກຮັກຊາດທັງຫຼາຍ ໃນຕົ້ນສະຕະວັດທີ XX ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ແຕ່ບັນດາຂະບວນການຕ່າງໆ ບໍ່ໄດ້ຮັບໄຊຊະ ຈົນກວ່າຈະມີພັກກອມມູນິດກຳເນີດຂຶ້ນ ແລະ ພັກແຄວ້ນລາວນຳພາ. ໃນທ່າມກາງສະພາບອັນແສນສາຫັດດັ່ງກ່າວ ປະທານ ໄກສອນ ພົມວິຫານ ໃນເມື່ອເຍົາໄວໄດ້ແຕ່ຕັ້ງໃຈຮໍ່າຮຽນ, ຊອກຫາຄວາມຮູ້ໃໝ່ ບົນເສັ້ນທາງການສຶກສານັບແຕ່ຊັ້ນປະຖົມສຶກສາ, ມັດທະຍົມສຶກສາ, ອຸດົມສຶກສາພາສາຝຣັ່ງ ແລະ ຮຽນທີ່ວິທະຍາໄລແພດສາດ, ວິທະຍາໄລກົດໝາຍທີ່ຮ່າໂນ້ຍ ສສ ຫວຽດນາມ.
ໃນໄລຍະແຫ່ງການຮ່ຳຮຽນນັ້ນ ສະພາບການຢູ່ອິນດູຈີນ ໄດ້ຜັນແປໄປຢ່າງສັບສົນ ແລະ ສົ່ງຜົນກະທົບເຖິງ 3 ປະເທດ ໃນອິນດູຈີນ, ປະທານ ໄກສອນ ພົມວິຫານ ຮູ້ດີກ່ຽວກັບທ່າອ່ຽງຂະຫຍາຍຕົວ ຂອງສະພາບການຢູ່ລາວ ແລະ ຫວຽດນາມ, ທ້າຍປີ 1944 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າເປັນສະມາຊິກສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ (ຫວຽດມິນ) ຊຶ່ງເປັນບາດກ້າວທໍາອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ. ເພິ່ນເປັນຜູ້ໜຶ່ງໃນບັນດາຜູ້ຮັກຊາດ ເຂົ້າຮ່ວມໃນຂະບວນການຢຶດອໍານາດການປົກຄອງຈາກກໍາມືຂອງພວກຍີ່ປຸ່ນ ຢູ່ແຂວງສະຫວັນນະເຂດ ໃນວັນທີ 23 ສິງຫາ 1945, ນັ້ນຄືຈຸດເລີ່ມຕົ້ນຂອງການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ.
ບົນເສັ້ນທາງປະຕິວັດອັນຍຶີດເຍື້ອຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບ, ລະອິດລະອ້ຽວ, ມີບາງຄັ້ງເກືອບເອົາຊີວິດບໍ່ລອດ. ເພິ່ນໄດ້ປະຕິບັດບົດບາດເປັນແກ່ນກາງສຳຄັນໃນການນຳພາສ້າງຕັ້ງກອງທັບປະຊາຊົນລາວ (ກອງລາດຊະວົງ) ແລະ ສ້າງຕັ້ງພັກປະຊາຊົນລາວ, ໄດ້ນຳພາຂະບວນການຕໍ່ສູ້ກູ້ຊາດ ດ້ວຍຫຼາຍຮູບການ ແລະ ວິທີການຕ້ານການຮຸກຮານຂອງຈັກກະພັດຝຣັ່ງ ແລະ ອາເມຣິກາ: ໄດ້ຊີ້ນຳການປະຕິວັດ ແລະ ລວມລາວຄັ້ງທີໜຶ່ງ, ຊີ້ນຳດ້ານທິດທາງ, ວິທີເຈລະຈາ, ນໍາໃຊ້ຍຸດໂທບາຍປະນິປະນອມຢ່າງມີຫຼັກການ; ໄດ້ມີການຊີ້ນຳໃນການຫັນທິດຕໍ່ສູ້ ແລະ ວາງນະໂຍບາຍການຕໍ່ສູ້, ສົມທົບການຕໍ່ສູ້ດ້ວຍອາວຸດກັບການຕໍ່ສູ້ແບບອື່ນ, ຕ້ານການແຊກແຊງຂອງພວກຈັກກະພັດອາເມຣິກາ, ຕ້ານນະໂຍບາຍທໍລະຍົດຊາດ, ທໍາລາຍປະຊາຊົນຂອງລັດຖະບານຫຸ່ນ, ຮູ້ໝູນໃຊ້ຮູບການ ແລະ ວິທີການຕໍ່ສູ້ຢ່າງຖືກ ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ; ໄດ້ຊີ້ນຳກອງພັນທີສອງປະເທດລາວ ຕີຜ່າວົງປິດລ້ອມຂອງສັດຕູ (18/5-2/6/1959) ແລະ ຊີ້ນຳໂດຍກົງ ກ່ຽວກັບແຜນການເອົາບັນດາຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັງ ກັບຄືນຖານທີ່ໝັ້ນການປະຕິວັດ ດ້ວຍຄວາມປອດໄພ (24/05/1960), ໄດ້ຊີ້ນຳການຢຶດອຳນາດການປົກຄອງ ດ້ວຍ 3 ບາດຄ້ອນຍຸດທະສາດ “ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນແຕ່ຈັບປາໄດ້ທັງໝົດ”; ໄດ້ຊີ້ນຳ ແລະ ບັນຊາການຫຼາຍຂະບວນການຕໍ່ສູ້ ໄດ້ຮັບໄຊຊະນະເປັນກ້າວໆ, ສາມາດປົດປ່ອຍປະເທດຊາດ ໄດ້ຢ່າງມີໄຊ ແລະ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ປະທານ ໄກສອນ ພົມວິຫານ ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການມອບໝາຍໃຫ້ຮັບຜິດຊອບໜ້າທີ່ອັນສໍາຄັນຍິ່ງ ດ້ວຍອາຍຸພຽງແຕ່ 35 ປີ, ເພິ່ນໄດ້ທຸ້ມເທທັງກໍາລັງກາຍ, ຄວາມຮູ້ສະຕິປັນຍາຢ່າງສຸດຂີດ ແລະ ມີຄວາມສາມາດປະດິດສ້າງສູງ ໃນການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ແນວຄິດຊີ້ ນໍາຂອງປະທານ ໄກສອນ ພົມວິຫານ ສະແດງອອກໃນແຕ່ລະຂົງເຂດວຽກງານຢ່າງເລິກເຊິ່ງ ແລະ ຮອບດ້ານສອດຄ່ອງກັບແຕ່ລະໄລຍະຂອງການປະຕິວັດ ດັ່ງນີ້:
1). ແນວຄິດຊີ້ນໍາ ກ່ຽວກັບວຽກງານກໍ່ສ້າງກໍາລັງປະກອບອາວຸດຍາມໃດ ເພິ່ນກໍໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າວາງແນວທາງ ດ້ານການທະຫານດ້ວຍການດໍາເນີນສົງຄາມປະຊາຊົນ, ການສ້າງກຳລັງປະກອບອາວຸດ, ສ້າງແນວຫຼັງ ແລະ ພື້ນຖານວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປວງຊົນຮອບດ້ານ; ຊີ້ນຳການທະຫານ ເພື່ອຕ້ານ ແລະ ຕໍ່ສູ້ກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ແນວຄິດດ້ານການທະຫານດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງກົດເກນຂະຫຍາຍຕົວຂອງການຕໍ່ສູ້ປົດປ່ອຍຊາດ ໃນເງື່ອນໄຂຕົວຈິງຂອງປະເທດຊາດເຮົາ ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງ ວິທະຍາສາດທີ່ເປັນມູນເຊື້ອການຕໍ່ສູ້ຂອງຊາດກັບສິ່ງຍອດຍິ່ງ ດ້ານການທະຫານ ແມ່ນປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.
2). ແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານກໍ່ສ້າງພັກໃຫ້ໜັກແໜ້ນ, ເຂັ້ມແຂງ: ເພິ່ນໄດ້ຖືວຽກງານກໍ່ສ້າງພັກເປັນບັນຫາຕັດສິນທຸກໄຊຊະນະ ຂອງການປະຕິວັດ; ເພິ່ນໄດ້ໃຫ້ທັດສະນະວ່າ: ພັກເຮົາ ໃນຖານະເປັນພັກກຳອຳນາດ ແມ່ນມີຄວາມຮັບຜິດຊອບໂດຍກົງຕໍ່ການຄົງຕົວ ແລະ ຂະ ຫຍາຍຕົວຂອງລະບອບໃໝ່ໃນປະເທດເຮົາ, ວຽກງານກໍ່ສ້າງພັກເປັນວຽກງານທີ່ມີຄວາມໝາຍສໍາຄັນ, ແມ່ນຄວາມຈຳເປັນພາວະວິໄສ ທັງເປັນຍຸດທະສາດ, ສິ່ງດັ່ງກ່າວໄດ້ຊີ້ບອກວ່າ ພວກເຮົາຈໍາເປັນຕ້ອງເພີ່ມທະວີການກໍ່ສ້າງພັກໃຫ້ໜັກແໜ້ນ, ເຂັ້ມແຂງ ທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງເຊີດຊູບົດບາດຂອງພັກ ໃຫ້ສົມເປັນແກນນໍາໃນລະບົບການເມືອງ.
3). ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງໃໝ່. ແນວຄິດກ່ຽວກັບປ່ຽນແປງໃໝ່ ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນພື້ນຖານການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບນະໂຍບາຍປ່ຽນແປງໃໝ່ໃນແຕ່ລະຂົງເຂດ ໃນນັ້ນ ແມ່ນປ່ຽນແປງໃໝ່ດ້ານຈິນຕະນາການໃນຂົງເຂດເສດຖະກິດ; ເພິ່ນໄດ້ມີຄວາມກ້າຫານ, ປະດິດສ້າງໃນການໝູນໃຊ້ທິດສະດີຂອງນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດຂອງປະເທດເຮົາ. ເພື່ອເຮັດໃຫ້ແນວທາງປ່ຽນແປງໃໝ່ ດໍາເນີນໄປຢ່າງຖືກຕ້ອງຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້ ທັງຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນ. ປະທານ ໄກສອນ ພົມວິຫານ ໄດ້ກໍານົດ 6 ຫຼັກການພື້ນຖານ ຂອງການປ່ຽນແປງໃໝ່ຢູ່ປະເທດເຮົາ.
4). ປະທານ ໄກສອນ ພົມວິຫານ ບໍ່ພຽງເປັນຜູ້ຊີ້ນໍາ ເປີດກວ້າງການພົວພັນກັບຕ່າງປະເທດ, ເປັນຜູ້ທີ່ເຄື່ອນໄຫວດ້ານການຕ່າງປະເທດ ຢ່າງເອົາການເອົາງານ. ເວລາໃດກໍເປັນແບບຢ່າງດ້ານການກຳແໜ້ນຫຼັກການ ແລະ ຍຸດທະສາດທີ່ວາງອອກ; ພ້ອມກັນນັ້ນກໍມີຄວາມຄ່ອງແຄ້ວນີ້ມນວນໃນດ້ານຍຸດໂທບາຍ ເພື່ອບັນລຸຈຸດປະສົງເປົ້າໝາຍທີ່ວາງໄວ້.
ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດໃນການນໍາພາ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນຕົວແທນລວມຍອດ ແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ; ປະທານ ໄກສອນ ພົມວິຫານ ເປັນນັກການເມືອງທີ່ສະຫຼາດສ່ອງໃສ, ເປັນນາຍທະຫານທີ່ປີຊາສາມາດ, ເປັນນັກທິດສະດີແນວຄິດທີ່ຍິ່ງໃຫຍ່ ຂອງຊາດລາວພວກເຮົາ, ເປັນນັກໂຄສະນາ-ປາຖະກະຖາທີ່ຊຳນານ, ເພິ່ນເປັນຜູ້ກຳແໜ້ນຫຼັກມູນພື້ນຖານ ຂອງສັດຈະວິພາກມາກ-ເລນິນ, ກຳສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຜູ້ເຜີຍແຜ່ທິດສະດີປະຕິວັດ; ຍາມໃດກໍຢຶດໝັ້ນແນວຄິດທີ່ຖືເອົາປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນຢ່າງສຸດຂີດ, ອີງໃສ່ປະຊາຊົນ ແລະ ເຊື່ອໝັ້ນຢ່າງໜັກແໜ້ນໃນກຳລັງແຮງຂອງປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ເອົາໃຈໃສ່ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ ໂດຍໄດ້ສຸມໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ໃນແຕ່ລະຂົງເຂດວຽກງານຢ່າງຮອບດ້ານ ແລະ ເລິກເຊິ່ງ ເປັນຕົ້ນ ຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ວັດທະນະທຳ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຕ່າງປະເທດ, ວຽກງານແນວໂຮມ ແລະ ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ.
ປະທານ ໄກສອນ ພົມວິຫານ ໄດ້ອອກແຮງຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີ, ບັນດາບົດຮຽນ, ທັງໄດ້ລົງພາກປະຕິບັດຕົວຈິງ; ເພິ່ນຍັງໄດ້ເອົາໃຈໃສ່ຕໍ່ການຍົກລະດັບຄວາມຮູ້ ແລະ ຄວາມສາມາດ, ເອົາໃຈໃສ່ໃນພາລະກິດສ້າງຄົນຮຸ່ນໜຸ່ມ ໃຫ້ກາຍເປັນຜູ້ສືບທອດ ພາລະກິດປະຕິວັດ ຂອງພັກຢ່າງສົມກຽດໃນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ ເພິ່ນໄດ້ຖືສໍາຄັນ ແລະ ປະຕິບັດຢ່າງເຂັ້ມງວດຢູ່ສາມປະການ ຄື: ການຊີ້ນໍາ-ນໍາພາຂອງເພິ່ນ ຍາມໃດກໍ່ເຮັດເປັນໝູ່ຄະນະ, ໃກ້ຊິດຕິດແທດກັບມະຫາຊົນ, ອິງໃສ່ບົດຮຽນ ແລະ ຫົວຄິດດັດສ້າງຂອງມະຫາຊົນ ເພິ່ນເຄີຍເວົ້າໄວ້ວ່າ: ຕ້ອງຮຽນ, ຂຽນ ແລະ ຮູ້ແລ້ວຈຶ່ງມີການກະທໍາປະຕິບັດທີ່ຖືກຕ້ອງ.
ຕະຫຼອດໄລຍະແຫ່ງການເປັນຜູ້ນຳສູງສຸດ ຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະ ຂອງການປະຕິວັດລາວ; ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນ ດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫຼານຮຸ່ນຕໍ່ໄປ. ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນບັນດາເຜົ່າ ເພິ່ນໄດ້ເປັນແວ່ນແຍງໃນການເຕົ້າໂຮມຄວາມສາມັກຄີປະຊາຊົນບັນ ດາເຜົ່າ, ຍາມໃດກໍຖືສຳຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນ ຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ. ບັນດາແບບຢ່າງຄຸນສົມບັດຂອງເພິ່ນ ທີ່ພວກເຮົາຈະໄດ້ພ້ອມກັນສືບຕໍ່ດ້ວຍຄວາມຮັບຜິດຊອບສູງ ດັ່ງນີ້:
1). ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຢ່າງມີຫຼັກການ ຂອງປະທານ ໄກສອນ ພົມວິຫານ ເປັນຕົ້ນແມ່ນແບບແຜນໃນການຊີ້ນຳ-ນຳພາ ຢຶດໝັ້ນຫຼັກການຂອງພັກ; ການເຮັດວຽກມີການວາງແຜນ, ມີແຜນງານ, ໂຄງການລະອຽດ, ມີການຄາດຄະເນລ່ວງໜ້າ; ການເຮັດວຽກມີລະບົບການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີກົນໄກການປະສານສົມທົບກັບພາກສ່ວນຕ່າງໆຢ່າງແໜ້ນແຟ້ນ, ມີການສະຫຼຸບສ່ອງແສງ, ລາຍງານຢ່າງເປັນລະບົບ ແລະ ມີການຕິດຕາມກວດກາຢ່າງຮອບຄອບ ແລະ ຕໍ່ເນື່ອງ, ເພື່ອແນໃສ່ສ້າງໃຫ້ພັກມີຄວາມປອດໃສ, ສ້າງໃຫ້ລັດມີຄວາມເຂັ້ມແຂງ, ສ້າງໄດ້ຄວາມເຊື່ອໝັ້ນຈາກປະຊາຊົນ.
2). ຮໍ່າຮຽນເອົາແບບແຜນວິທີເຮັດວຽກທີ່ຮັບປະກັນລັກສະນະວິທະຍາສາດ. ຍ້ອນວ່າ ວິທະຍາສາດໝາຍເຖິງຄວາມຈິງ, ການເຮັດວຽກຕ້ອງສະແດງອອກຕາມຄວາມຈິງພາວະວິໄສ, ເຮັດວຽກຕ້ອງໄດ້ອີງໃສ່ມະ ຕິ, ມີມະຕິແລ້ວ ກໍຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເອກະພາບ, ທິດສະດີໄປພ້ອມກັບພຶດຕິກຳ, ພຶດຕິກຳ ຕ້ອງໄດ້ພິສູດເຖິງຄວາມຖືກຕ້ອງທາງດ້ານທິດສະດີ, ເວົ້າໄປຄຽງຄູ່ກັບການກະທຳ, ທຸກໆບັນຫາຕ້ອງໄດ້ມີການຄົ້ນຄວ້າ, ຄົ້ນຄິດລະອຽດ, ມີຄວາມເປັນເອກະພາບໃນທາງປະຕິບັດ ແລະ ນຳພາເຮັດດ້ວຍຄວາມຕັ້ງໜ້າ; ໃນນີ້ ການເຮັດວຽກຕ້ອງໄດ້ເຄົາລົບຫຼັກການ, ຫຼັກເກນ, ກົດເກນ ແລະ ທິດສະດີຂອງນັກມາກຊິດ, ນັກວິທະຍາສາດທີ່ກ້າວໜ້າ ເພື່ອໜູນໃຊ້ເຂົ້າໃນການພັດທະນາປະເທດຊາດ ໃຫ້ສອດຄ່ອງກັບຍຸກສະໄໝ.
3). ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ຝຶກຝົນຫຼໍ່ຫຼອມນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ຈິດໃຈປະຕິວັດສຸດກົກສຸດປາຍ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ, ຮໍ່າຮຽນເອົາທັດສະນະມະຫາຊົນ, ເຄົາລົບນັບຖືປະຊາຊົນ, ຍົກສູງສະຕິຮັກຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນເງື່ອນໄຂພົບຄວາມຫຍຸ້ງຍາກ ພະນັກງານ, ສະມາຊິກພັກ ຕ້ອງເຫັນພ້ອມກັບແນວທາງ, ຕ້ອງຢືນຢູ່ໃນທ່າບຸກໃນການປະກອບສ່ວນເປັນກຳລັງແຮງຊ່ວຍພັກ-ລັດ, ກ້າປະເຊີນໜ້າກັບບັນຫາຫຍຸ້ງຍາກບໍ່ທໍ້ຖອຍ, ງໍ້ຫງ່ຽງ ແລະ ຍອມຈຳນົນແບບງ່າຍດາຍ; ຖັນແຖວພະນັກງານ, ສະມາຊິກພັກ ຕ້ອງມີຄວາມຮັບ ຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ ຍິ່ງຫຍຸ້ງຍາກ ຍິ່ງອົດທົນ, ຍິ່ງສັບສົນ ຍິ່ງທູນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ຍິ່ງສະຫຼາດສອງໃສ ແລະຕ້ອງຢຶດໝັ້ນຄຳປະຕິຍານ 5 ຂໍ້ ເພື່ອອຸທິດຕົນເພື່ອພັກ, ເພື່ອຊາດ ແລະ ພາລະກິດປະຕິວັດ ຂອງປະເທດເຮົາ.
4). ຮໍ່າຮຽນເອົາ ນໍ້າໃຈ ປະຢັດມັດທະຍັດ, ຄວາມດຸໝັ່ນ ໃນການອອກແຮງງານ, ຮໍ່າຮຽນເອົາຄວາມດຸໝັ່ນຂະຫຍັນພຽນ, ການຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ດ້ວຍການຢຶດໝັ້ນທິດນຳທີ່ວ່າ ຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ, ຮຽນນໍາຕໍາລາຮຽນ, ຮຽນນໍາໝູ່ຄະນະ, ຜູ້ອາວຸໂສ, ນໍາປະຊາຊົນ, ນໍາພຶດຕິກໍາຕົວຈິງ, ໝັ່ນ ຊອກຮູ້ຮໍ່າຮຽນ ແລະ ສະແຫວງຫາຄວາມຮູ້ບົດຮຽນໃໝ່ຢູ່ສະເໝີ, ຮຽນນໍານັກທິດສະດີ, ນັກປາດ-ອາຈານ, ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ. ພະນັກງານ, ສະມາຊິກພັກ ຕ້ອງໄດ້ຮຽນຄົ້ນຄວ້າ, ໝູນໃຊ້ຜົນສຳ ເລັດຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳໃໝ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
5). ຖືເອົາແບບຢ່າງຄວາມສາມັກຄີເປັນບັນຫາໃຈກາງໃນການພັດທະນາອົງການ ແລະ ປະເທດຊາດດ້ວຍການເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຕ່າງປະເທດໃຫ້ແໜ້ນແຟ້ນ, ເພື່ອສ້າງໄດ້ກໍາລັງທີ່ເຂັ້ມແຂງ ຮັບໃຊ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງເຮົາ ໃນປະຈຸບັນ ແລະອະນາຄົດ. ເອົາໃຈໃສ່ຮັກ ສາຄວາມສາມັກຄີພາຍໃນພັກ, ໝູ່ຄະນະ, ສາມັກຄີກັບນັກປະຕິວັດ, ທຸກເຜົ່າ, ຊັ້ນຄົນ ແລະ ສາມັກຄີກັບປະ ເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ບັນດາປະຊາຊາດ ໃຫ້ໜັກແໜ້ນ ແລະ ກວ້າງຂວາງ. ເປີດກວ້າງການພົວພັນສາມັກຄີກັບຫຼາຍພັກການເມືອງ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ການສະໜັບສະໜູນຮັບໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງອັນມີກຽດຂອງຕົນ.
ສັງລວມໄດ້ວ່າ: ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນພາກພຽນ ຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ.
ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫຼອດໄປ !
ໂດຍ: ວັນສີ ທອງມະນີວົງ














