Skip to main content
05/06/2024 | ສຶກສາ

“ອັກສອນສະຫວັນ” ໂຮງຮຽນເອກະຊົນລາວ ທີ່ເນັ້ນມາດຕະຖານສາກົນ ເປີດພຽງ 2 ປີ ສັງຄົມໃຫ້ການຍອມຮັບເປັນຢ່າງດີ

ວຽກງານການສຶກສາ ແມ່ນຂະບວນການຮຽນການສອນ ແລະ ການຮຽນຮູ້ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ເຕັກໂນໂລຊີ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ຂະຫຍາຍຕົວຢ່າງຮອບດ້ານ ຊຶ່ງການພັດທະນາວຽກງານດັ່ງກ່າວໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ມີຄວາມຍືນຍົງນັ້ນ ແມ່ນເພື່ອແນໃສ່ພັດທະນາຄົນໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນິຊຳນານງານ, ມີສຸຂະພາບພະລານາໄມແຂງແຮງ, ຮູ້ຮັກສາ ແລະ ສົ່ງເສີມສິລະປະ-ວັດທະນະທຳ ແລະ ຮີດຄອງປະເພດນີອັນດີງາມຂອງຊາດ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລ ຕາມຍຸກສະໄໝ ຊຶ່ງໜຶ່ງໃນນັ້ນ “ໂຮງຮຽນ ອັກສອນສະຫວັນ” ກໍເປັນອີກໜຶ່ງສະຖານການສຶກສາພາກເອກະຊົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຊ່ວຍພັກ-ລັດ ໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ. ທ່ານ ນາງ ວິໄລວັນ ເພັດລຳພັນ ປະທານໂຮງຮຽນ ອັກສອນສະຫວັນ ຫຼື “Aksonesavanh School” ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ […]
05/06/2024 | ສຶກສາ

ສສກ-ອົດສະຕຣາລີ ເສີມຂະຫຍາຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງຜ່ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຢ່າງມີປະສິດທິພາບ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດກອງປະຊຸມວຽກງານສ້າງຂີດຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ໃນ 3 ວິທະຍາໄລຄູເປົ້າໝາຍ ໃນເດືອນມິຖຸນາ 2024 ປະກອບມີ ວິທະຍາໄລຄູຫຼວງນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ. ກອງ​ປະຊຸມ​ດັ່ງກ່າວ, ​ໄດ້​ວາງ​ເປົ້າໝາຍ​ເລັ່ງໃສ່​ຝຶກອົບຮົມໃຫ້ແກ່ພະນັກງານ​ວິຊາການຂອງວິທະຍາໄລຄູ ທີ່​ຮັບຜິດຊອບ​ດ້ານ ICT ​ເພື່ອໃຫ້ການ​ຊ່ວຍເຫຼືອແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ຊຶ່ງມີຈຳນວນເຖິງ 1.044 ຄົນ ທີ່ຈະໃຫ້ການຊ່ວຍເຫຼືອຄູຢູ່ໃນ 30 ເມືອງ​ເປົ້າໝາຍຂອງ 7 ແຂວງ (ຫຼວງ​ນ້ຳ​ທາ, ບໍ່​ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳ​ມ່ວນ). ຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ພະນັກງານວິຊາການຂອງວິທະຍາໄລຄູ ທີ່ຮັບຜິດຊອບການພັດທະນາວິຊາຊີບຂອງຄູ ໄດ້ຮັບແທັບເລັດ […]
05/06/2024 | ສຶກສາ

ທີມງານ ສຄຂ ລົງຖ່າຍທໍາສາລະຄະດີຄູຕົວແບບ 7 ທີ່ແຂວງຫຼວງນໍ້າທາ

ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ), ສະຖາບັບຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຖ່າຍທໍາວິດີໂອສາລະຄະດີຄູຕົບແບບ 7 ກ່ຽວກັບການສອນຫ້ອງຄວບ ເພື່ອສະໜັບສະໜູນການປະຕິບັດຫຼັກສູດສະບັບປັບປຸ່ງໃໝ່ຊັ້ນປະຖົມສຶກສາ ໃນລະຫວ່າງວັນທີ 27-31 ພຶດສະພາ 2024  ທີ່ໂຮງຮຽນທົ່ງໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ໂດຍໃຫ້ກຽດນໍາພາຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ນາງ ຄໍລິນ ຈາວາລີ ຊ່ຽວຊານບີຄວາ ພ້ອມດ້ວຍທີມງານ, ຜູ້ຕາງໜ້າຈາກກົມສ້າງຄູກະຊວງສຶກສາທິການ ແລະ ກິລາ, ຕະຫຼອດຮອດຫົວໜ້າຂະແໜງວິທະຍຸສຶກສາ, ວິຊາການຈາກຂະແໜງໂທລະພາບສຶກສາ, ໜັງສືພີມສຶກສາ ວິທະຍາສາດ ແລະ ກິລາ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ຫຼົງມີໄຊ ສອນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ພ້ອມດ້ວຍຮອງຫົວໜ້າຫ້ອງການສຶກສາທິການ ແລະ […]
05/06/2024 | ສຶກສາ

 ສສກ ປະເມີນຄືນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ     

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມປະເມີນຄືນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ເມື່ອວັນທີ 3 ມິຖຸນາ 2024 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ປອ ສຳລານ ພັນຄະວົງ ຮອງເລຂາຄະນະພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຄະນະປະຈຳພັກ, ຄະນະບໍລິຫານພັກກະຊວງ, ຄະນະພັກ ມຊ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະຈະໄດ້ຜ່ານບົດສະຫຼຸບການປະເມີນການຈັດຕັ້ງປະຕິບັດແຜນກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ, ມະຕິ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ- ຄຸ້ມຄອງ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 […]
04/06/2024 | ສຶກສາ

ສກຂ ບໍລິຄຳໄຊ ມີຜົນງານການປະຕິບັດ ແລະ ພັດທະນາວຽກງານການສຶກສາ-ກິລາພົ້ນເດັ່ນຫຼາຍດ້ານ

ໃນໄລຍະສົກຮຽນ 2022-2023 ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ບໍລິຄຳໄຊ ໄດ້ມີຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023 ໃນຈໍານວນ 15 ຄາດໝາຍຫຼັກ ສາມາດເຮັດສໍາເລັດໄດ້ 9 ຄາດໝາຍ, ມີຄວາມຄືບໜ້າ 5 ຄາດໝາຍ ແລະ ທົດຖອຍ 1 ຄາດໝາຍ (ອັດຕາເຂົ້າຮຽນໃໝ່ລວມ ມ.4 ຫຼຸດລົງຈາກສົກຮຽນຜ່ານມາ 64,3% ມາເປັນ 63,6% ຄາດໝາຍທີ່ກຳນົດແມ່ນ 65,2% ). ທ່ານ ລົມ ແພງສຸກ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ ວ່າ: ສະພາບການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານການສຶກສາແຂວງ ທົ່ວແຂວງມີພະນັກງານ-ລັດຖະກອນສຶກສາ ແລະ ກິລາ ທັງໝົດ 3.305 ຄົນ, ຍິງ 1.828 […]
03/06/2024 | ສຶກສາ

ສົກນີ້ ທົ່ວປະເທດ ມີນັກສອບເສັງຈົບຊັ້ນມັດທະຍົມສຶກສາ 1 ແສນກວ່າຄົນ ແລະ ຈະສອບເສັງກາງເດືອນມິຖຸນານີ້

ໃນສົກຮຽນ 2023-2024 ທົ່ວປະເທດ ມີນັກຮຽນຜູ້ມີສິດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມຕອນປາຍ (ມ.7) ລວມທັງໝົດ 115.594 ຄົນ ຈະສອບເສັງໃນກາງເດືອນມິຖຸນາ 2024 ນີ້ ໂດຍມີ 8 ແຂວງຈະນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບໃນຂັ້ນ ມ.7 ເປັນຄັ້ງທຳອິດ. ເມື່ອວັນທີ 3 ມິຖຸນາ 2024 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ), ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2023-2024 ຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ-ຮອງຫົວໜ້າກົມສາມັນສຶກສາ, ຫົວໜ້າ-ຮອງພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ […]
03/06/2024 | ສຶກສາ

ມຊ ເປີດຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ເພີ່ມຄວາມຮູ້ໃຫ້ຜູ້ຮັບຜິດຊອບດ້ານເຕັກນິກເຄືອຂ່າຍຄອມພິວເຕີ

ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເປີດຊຸດຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ເພື່ອແນໃສ່ສ້າງຄວາມອາດສາມາດໃຫ້ແກ່ພະນັກວິຊາການທາງດ້ານເຕັກນິກເຄືອຂ່າຍຄອມພິວເຕີ ທີ່ມີໜ້າທີ່ຮັບຜິດຊອບໃນການອອກແບບ, ສ້າງລະບົບເຄືອຂ່າຍພາຍໃນອົງກອນ ພ້ອມທັງສ້າງການເຊື່ອມຕໍ່ກັບອົງກອນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ. ພິທີເປີດຊຸດຝຶກອົບຮົມຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 3 ມິຖຸນາ 2024 ທີ່ຫ້ອງຝຶກອົບຮົມ T-Building ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ປອ ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທັງເປັນຜູ້ຊີ້ນຳວຽກງານວິຊາການ, ມີ ທ່ານ ຊາຈິດ ອິມເທຍ (Sajid IMTIAZ) ວິທະຍາກອນຈາກສູນຂໍ້ມູນເຄືອຂ່າຍອາຊີ-ປາຊີຟິກ (APNIC) ພ້ອມດ້ວຍສຳມະນາກອນທີ່ມາຈາກ ມຊ 13 ຄະນະ, ບໍລິສັດໂທລະຄົມມະນາຄົມ, ທະນາຄານທຸລະກິດ ແລະ ສູນອິນເຕີເນັດແຫ່ງຊາດ ຈຳນວນ 40 ທ່ານ ເຂົ້າຮ່ວມ. […]
03/06/2024 | ສຶກສາ

ປະທານປະເທດ ຮ່ວມສະຫຼອງວັນເດັກນ້ອຍສາກົນ-ວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ໃນວັນທີ 1 ມິຖຸນາ ຜ່ານມາ ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ອະນຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ວາງ ຊາງ (Wang Chang) ອຸປະທູດຊົ່ວຄາວ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຜູ້ບໍລິຫານບໍລິສັດທາງລົດໄຟລາວ-ຈີນ, ພ້ອມດ້ວຍບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ລັດວິສາຫະກິດລົດໄຟແຫ່ງຊາດລາວ, […]