Skip to main content
15/11/2023 | ການເມືອງ

ສປປ ລາວ ມີນັກລົງທຶນຈາກ ສປ ຈີນ ມາລົງທຶນຫຼາຍກວ່າ 900 ໂຄງການ

ສປປ ລາວ ໄດ້ມີນັກລົງທຶນຈາກ ສປ ຈີນ ມາລົງທຶນໃນທຸກຂະແໜງການ ຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາສະຫະລັດ. ຂະນະທີ່, ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ. ເມື່ອວັນທີ 14 ພະຈິກ 2023 ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າສະພາການຄ້າຈີນ, […]

01/11/2023 | ການເມືອງ

ນາຍົກ ຊີ້ເສດຖະກິດປະເທດ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງບໍ່ໃຫ້ຕົກສູ່ວິກິດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວລາຍງານໂດຍສັງເຂບຂອງກ່ຽວກັບສະພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 31 ຕຸລາ 2023 ໂດຍໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວ ແລະ ສາມາດປະຄັບປະຄອງເສດຖະກິດຂອງຊາດ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ. ໃນໄລຍະ 2 ປີເຄິ່ງຜ່ານມາ ເຖິງແມ່ນວ່າສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫຼາຍປະການແບບບໍ່ເຄີຍມີໃນຮອບຫຼາຍປີຜ່ານມາກໍຕາມ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ກໍຄືການຕິດຕາມກວດກາເປັນປົກກະຕິຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, […]

31/10/2023 | ການເມືອງ

ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 31 ຕຸລາ 2023 ທີ່ຫໍສະພາແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ,  ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງຕ່າງໆຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ຄື: ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025), ການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ […]

19/10/2023 | ການເມືອງ

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີບົດບາດສຳຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາຢ່າງມີປະສິດທິຜົນ

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ມີບົດບາດສໍາຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫຼາຍຝ່າຍໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ. ຂະນະທີ່ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເປັນຕົ້ນແມ່ນ ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 17-18 ຕຸລາ 2023 ພາຍໃຕ້ຫົວຂໍ້: “ການຮ່ວມມືທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້: “ການເຊື່ອມຈອດໃນເສດຖະກິດໂລກແບບເປີດກວ້າງ” […]

18/10/2023 | ການເມືອງ

ກອງປະຊຸມບັນດາອະນຸກໍາມະການຕຳຫຼວດອາຊຽນ ຄັ້ງທີ 41 ຫາລືຮ່ວມມືແກ້ໄຂໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງພາກພື້ນ ແລະ ສາກົນ

ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງກັບກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີກອງປະຊຸມອະນຸກໍາມະການ ກໍ, ອະນຸກຳມະການ ຂໍ ແລະ ອະນຸກຳມະການ ຄໍ ເພື່ອຄົ້ນຄວ້າ, ປຶກສາຫາລື ກ່ຽວກັບບັນດາວຽກງານວິຊາສະເພາະຂອງກຳລັງຕຳຫຼວດບັນດາປະເທດອາຊຽນ ເປັນຕົ້ນແມ່ນການຮ່ວມມືໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ, ການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຣດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ພ້ອມທັງເປັນການເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນບັນຫາອາຊະຍາກໍາຕ່າງໆ ແນໃສ່ເຮັດໃຫ້ພາກພື້ນ ກໍຄື ປະຊາຄົມໂລກ ມີສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ. ໃນນີ້, ກອງປະຊຸມຂອງອະນຸກຳມະການ ກໍ […]

18/10/2023 | ການເມືອງ

ຜູ້ນຳ ສປປ ລາວ ແລະ ສ.ຣັດເຊຍ ຫາລືຮ່ວມມືໃນຫຼາຍຂົງເຂດວຽກງານ

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫຼວງປັກກິງ ສປ ຈີນ ໃນວັນທີ 17 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະຫາລືກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ. ໃນໂອກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ 2 ປະເທດ ທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມດຽວກັນນັ້ນ, 2 ຝ່າຍ ຍັງໄດ້ປຶກສາຫາລືລົງເລິກກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ […]

18/10/2023 | ການເມືອງ

ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ພ້ອມ 7 ຂົງເຂດວຽກງານສໍາຄັນ

ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນແມ່ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາທີ່ຕິດພັນກັບ 2 ວາລະແຫ່ງຊາດ ພ້ອມທັງເລັ່ງສືບຕໍ່ຈັດຕັ້ງປະຕິບັດໃນ 7 ຂົງເຂດວຽກງານທີ່ສຳຄັນ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ ແລະ ໄດ້ປິດລົງໃນວັນດຽວກັນ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະ ແລະ ຫົວຂໍ້ສຳຄັນ ຄື: ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນທີ່ລັດຖະບານຈະລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ […]

04/10/2023 | ການເມືອງ

ແຂວງຈຳປາສັກ ຮັບຮອງເປັນຫົວໜ່ວຍຍຸດທະສາດ ປີ 2016-2020 ເປັນທາງການ

ແຂວງຈຳປາສັກ ໄດ້ຈັດພິທີປະກາດຮັບ ແລະ ມອບໃບຢັ້ງຢືນ ເປັນຫົວໜ່ວຍຍຸດທະສາດ ປີ 2016-2020 ຂຶ້ນຢ່າງເປັນທາງການ ໃນວັນທີ 3 ຕຸລາ 2023 ທີ່ສະໂມສອນແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີການນຳຂັ້ນສູນກາງ, ຂັ້ນແຂວງ, ພະແນກການກົມກອງອ້ອມຂ້າງ, ນະຄອນ, ເມືອງ, ອົງການຈັດຕັ້ງສັງຄົມຕ່າງໆ ພະນັກງານ-ລັດຖະກອນ ແລະ ນັກສຶກສາເຂົ້າຮ່ວມ. ໃນພີີທີ, ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວວ່າ: ປະຕິບັດຕາມທິດນຳ, ມະຕິຂອງສູນກາງພັກ, ບົດແນະນຳກ່ຽວກັບການປະເມີນຜົນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສະເພາະຂັ້ນແຂວງໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການປະເມີນ ແລະ ບົດແນະນໍາ ວ່າດ້ວຍທິດທາງ, […]