Skip to main content
07/10/2024 | ການເມືອງ

ກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 ເນັ້ນຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ

ກະຊວງແຜນການ ແລະ ການລົງທຶນຂອງ ສປປ ລາວ ຮ່ວມກັບຄະນະກໍາມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ (United Nations Economic and Social Commission for Asia and the Pacific (UNESCAP)) ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN Business Advisory Council (ABAC)) ໄດ້ຈັດກອງປະຊຸມລົງທຶນອາຊຽນ ປະຈໍາປີ 2024 (ASEAN Investment Forum 2024) ໃນວັນທີ 7 ຕຸລາ 2024 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພື່ອຊຸກຍູ້ການເຊື່ອມໂຍງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ແນໃສ່ຍົກສູງບົດບາດຂອງອາຊຽນ ເພື່ອບັນລຸເປົ້າໝາຍການດຶງດູດການລົງທຶນໃນໄລຍະການຈັດຕັ້ງແຜນບູລິມະສິດໃນແຜນຍຸດທະສາດທີ່ສໍາຄັນໃນການຂະຫຍາຍຕົວແບບຍືນຍົງ ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຈາກບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ລວມຈຳນວນ 300 ກວ່າທ່ານ. […]

07/10/2024 | ການເມືອງ

ເຈົ້າໜ້າທີ່ອາວຸໂສອາຊຽນ ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ, ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍ ແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນເຂົ້າຮ່ວມ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ 9 ບູລິມະສິດສໍາລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ, ລວມທັງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມດ້ານຕ່າງໆສຳລັບການເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍ ແລດສະເຕ, ປຶກສາຫາລືກ່ຽວກັບການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີ TAC ໂດຍລຸກຊຳບວກ ໃນວັນທີ 10 ຕຸລາ 2024 […]

06/10/2024 | ການເມືອງ

ຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 10 ຫາລືຫຼາຍບັນຫາສໍາຄັນ ກຽມນໍາສະເໜີຜູ້ນຳພິຈາລະນາຮັບຮອງເອົາໃນກອງປະຊຸມສຸດຍອດຊຽນ ຄັ້ງທີ 44 ແລະ 45 

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 10 (10th Meeting of the Committee of Permanent Representatives to ASEAN (CPR) – 10/2024 CPR Meeting) ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ ຄັ້ງທີ 44 ແລະ 45  ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ (NCC) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024, ມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍ ເລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ໂດຍສະເພາະການກະກຽມບັນດາເອກະສານຜົນກອງປະຊຸມທີ່ຈະນໍາສະເໜີໃຫ້ແກ່ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດຊຽນ […]

30/01/2024 | ການເມືອງ

ກອງປະຊຸມສະໄໝສາມັນຂອງລັດຖະບານ ເດືອນມັງກອນ ຈະຄົ້ນຄວ້າ ຫາລືຫຼາຍວຽກງານທີ່ພົ້ນເດັ່ນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29ມັງກອນ 2024 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມລັດຖະບານໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ວຽກງານພົ້ນເດັ່ນຂອງລັດຖະບານປະຈຳເດືອນມັງກອນ ແລະ ທິດທາງແຜນການປະຈຳເດືອນກຸມພາ 2024 ຊຶ່ງລວມມີ ການເຄື່ອນໄຫວວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ແລະ ລາຍງານກ່ຽວກັບລະບຽບການ ແລະ ກົນໄກໃນການໄປເຄື່ອນໄຫວວຽກງານການຕ່າງປະເທດຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ຜົນສຳເລັດ ແລະ ສະເໜີທິດຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ປະຈຳປີ […]

06/12/2023 | ການເມືອງ

ຖວທ ຍົກລະດັບທິດສະດີການເມືອງ-ການປົກຄອງສະເພາະດ້ານ ໃຫ້ສື່ມວນຊົນ ຊຸດທີ I

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະດ້ານໃຫ້ຂະແໜງການສື່ມວນຊົນ ກະຊວງ ຖວທ ຊຸດທີ I ໃນວັນທີ 6 ທັນວາ 2023 ຢູ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ສສວທ) ໂດຍມີທ່ານ ປອ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຖວທ, ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍຄະນະອໍານວຍການຈາກສື່ຕ່າງໆ, ວິທະຍາກອນ ແລະ ສຳມະນາກອນ 50 ສະຫາຍ, ຍິງ 19 ສະຫາຍ ເຂົ້າຮ່ວມ. ໃນພິທີ, ທ່ານ ຄໍາຫຼ້າ ຍອຍສາຍຄຳ ຫົວໜ້າ ສສວທ ກ່າວວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້ […]

27/11/2023 | ການເມືອງ

ການນຳພັກ-ລັດ ແລະ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ຮ່ວມໃສ່ບາດສືບສານປະເພນີພະທາດຫຼວງວຽງຈັນ ປະຈຳປີ 2023

ພິທີໃສ່ບາດຖວາຍສັງຄະທານແດ່ພະສົງ-ສາມະເນນ, ໄຫວ້ພະຮັບສິນ, ຟັງທຳມະເທດສະໜາ ແລະ ຢາດນໍ້າຕາມຮີດຄອງປະເພນີ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2023 (ໃນມື້ຂຶ້ນ 15 ເດືອນ 12 ພສ 2566) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2023 ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫຼ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ການໃສ່ບາດໃນງານບຸນປະເພນີນະມັດສະການພະທາດຫຼວງປີນີ້ ໄດ້ປະຕິບັດຄືດັ່ງທຸກປີທີ່ເຄີຍປະຕິບັດຜ່ານມາ ຊຶ່ງມີການຕັກບາດຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນແລ້ວຍັງໄດ້ມີພິທີອື່ນໆຕາມຮີດຄອງປະເພນີຊາດລາວ. ພ້ອມນັ້ນ, ປີນີ້ເຫັນວ່າມວນຊົນຈາກທຸກທົ່ວສາລະທິດຕ່າງກໍມີຈິດໃຈໃສສັດທາ, ຫຼັ່ງໄຫຼມາຮ່ວມງານຢ່າງຫຼວງຫຼາຍໄດ້ພ້ອມກັນໃສ່ບາດ, ຢາດນ້ຳ, ຮັບພອນແລະຟັງທຳມະເທສະໜາເພື່ອອຸທິດບຸນກຸສົນໃຫ້ບັນພະບູລຸດແລະເຈົ້າກຳນາຍເວນຕາມຄວາມເຊື່ອຖືຂອງຊາວພຸດທີ່ສືບທອດກັນມາແຕ່ດົນນານ. ໃນນັ້ນ, ຍັງເປັນການຮັກສາແລະເສີມຂະຫຍາຍວັດທະນະທຳຮີດຄອງປະເພນີທີ່ສືບທອດກັນມາ ແລະ ເພື່ອຄວາມເປັນສິຣິມຸງຄຸນໃຫ້ແກ່ຊີວິດແລະຄອບຄົວ. ໃນພິທີ, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໄຕ້ທຽນບູຊາ […]

22/11/2023 | ການເມືອງ

ກອງປະຊຸມເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ຮັບຮອງເອົາ 7 ເອກະສານສໍາຄັນ ພ້ອມສະເໜີໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫຼາຍ

ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫຼັງດໍາເນີນໃນລະຫວ່າງວັນທີ 31 ຕຸລາ-21 ພະຈິກ 2023 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍອະດີດພະນັກງານການນໍາຂັ້ນສູງພັກ-ລັດ, ບັນດາແຂກຖືກເຊີນ. ໃນກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມໄດ້ພິຈາລະນາຮັບຮອງເອົາເອກະສານສໍາຄັນ ຄື: 1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 […]

15/11/2023 | ການເມືອງ

ສສຊ ເຂດ 9 ສະເໝີໃຫ້ແພດໝໍ ແກ້ໄຂຂອດບໍລິການ-ບົ່ງມະຕິພະຍາດ ຫຼຸດຜ່ອນຫາງສຽງຈາກສັງຄົມ

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ແພດໝໍ ປັບປຸງ ແກ້ໄຂໃນຂອດການບໍລິການ ໃນສະຖານບໍລິການສາທາລະນະສຸກ ເປັນຕົ້ນແມ່ນ ການບໍລິການບໍ່ດີເທົ່າທີ່ຄວນ, ສະຖານບໍລິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງມີລັກສະນະບໍ່ຊັດເຈນ ແລະ ບໍ່ແໝ້ນຢຳ ລວມເຖິງຈັນຍາບັນ, ຈັນຍາທຳຂອງແພດໝໍ ເພື່ອຫຼຸດຜ່ອນຫາງສຽງຈາກສັງຄົມ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳຄິດຄຳເຫັນໃສ່ກົດໝາຍ ວ່າດ້ວຍການປິ່ນປົວ ສະບັບປັງປຸງ ໂດຍລວມແມ່ນເຫັນດີເປັນເອກະພາບ ເພາະກົດໝາຍສະບັບນີ້ ແນໃສ່ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ ຕິດພັນກັບການປິ່ນປົວສຸຂະພາບ.   ແນວໃດກໍຕາມ, ທ່ານ ຄຳແສນ ສີສະວົງ ໄດ້ກ່າວວ່າ: ໃນໄລຍະຜ່ານ […]