Skip to main content

ຖວທ ຍົກລະດັບທິດສະດີການເມືອງ-ການປົກຄອງສະເພາະດ້ານ ໃຫ້ສື່ມວນຊົນ ຊຸດທີ I

06/12/2023

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະດ້ານໃຫ້ຂະແໜງການສື່ມວນຊົນ ກະຊວງ ຖວທ ຊຸດທີ I ໃນວັນທີ 6 ທັນວາ 2023 ຢູ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ສສວທ) ໂດຍມີທ່ານ ປອ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຖວທ, ທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ພ້ອມດ້ວຍຄະນະອໍານວຍການຈາກສື່ຕ່າງໆ, ວິທະຍາກອນ ແລະ ສຳມະນາກອນ 50 ສະຫາຍ, ຍິງ 19 ສະຫາຍ ເຂົ້າຮ່ວມ.


ໃນພິທີ, ທ່ານ ຄໍາຫຼ້າ ຍອຍສາຍຄຳ ຫົວໜ້າ ສສວທ ກ່າວວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອບໍາລຸງສ້າງຄວາມເຂັ້ມແຂງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານສືື່ມວນຊົນໄດ້ຮຽນຫຼັກມູນພື້ນຖານ ທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມໂຄງການຫຼັກສູດທິດສະດີການເມືອງສະເພາະດ້ານທີ່ ສມປຊ ສ້າງໃຫ້ກະຊວງ ຖວທ ໃນການບໍາລຸງຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ທັດສະນະຫຼັກໝັັ້ນພະນັກງານທີ່ເຮັດວຽກສືື່ມວນຊົນກະຊວງ ຖວທ ແລະ ສືື່ມວນຊົນອ້ອມຂ້າງສູນກາງໃຫ້ສູງຂຶ້ນ.

ຊຸດຝຶກອົບຮົມດັ່ງກ່າວ ຈະດໍາເນີນເປັນເວລາ 15 ວັນ ລະຫວ່າງວັນທີ 6-26 ທັນວາ 2023 ໂດຍຈະລົງເລິກຮຽນຮູ້ກ່ຽວກັບຫຼັກມູນທິດສະດີມາກ-ເລນິນ, ສະພາບສາກົນ ແລະ ທ່າອ່ຽງເສດຖະກິດ, ບັນຫາພື້ນຖານຂອງແນວທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດ-ສັງຄົມນິຍົມຢູ່ປະເທດເຮົາ, ຄຸນສົມບັດ ສິນທໍາປະຕິວັດ ແລະ ຈັນຍາບັນຂອງການເປັນຜູ້ນໍາແບບໃໝ່, ກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນມະນຸດໃນກົງຈັກລັດ, ຍົກສູງຄວາມສາມາດໃນການຫັນກຸ້ມຕົນເອງດ້ານງົບປະມານວິຊາການ, ກົດໝາຍວ່າດ້ວຍສືື່ມວນຊົນ, ການຄຸ້ມຄອງ ແລະ ນໍາໃຊ້ສືື່ອອນລາຍ, ການຂຽນຂ່າວ ແລະ ສົົ່ງຂ່າວສືື່ອອນລາຍ ຊຶ່ງຈະໃຊ້ເວລາ 105 ຊົົ່ວໂມງ ນອກຈາກຄົນຄວ້າຮໍ່າຮຽນຕາມຫຼັກສູດແລ້ວ ຍັງຈະໄດ້ປະຕິບັດຕົວຈິງຕາມເງືື່ອນໄຂທີ່ເປັນໄປໄດ້ ຕື່ມອີກ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ