Skip to main content
13/08/2026 | ການເມືອງ

ຄະນະບໍລິຫານງານ ສະໂມສອນ ເບ ສະຫວັນ ແລະ ກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 11 ສິງຫາ 2026, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ປະທານກຸ່ມບໍລິສັດ ເບ ສະຫວັນ ອິນເຕີ ຈໍາກັດຜູ້ດຽວ, ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ລວມອາຍຸໄດ້ 70 ປີ. ສະຫາຍ ໄຊສົມພອນ […]

13/08/2026 | ການເມືອງ

ປະທານລັດຖະສະພາໄທ ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນ 11 ສິງຫາ 2026, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ. ​ ການເຂົ້າຮ່ວມພິທີໄວ້ອາໄລຂອງຄະນະຜູ້ແທນຂັ້ນສູງຈາກຣາຊະອານາຈັກໄທໃນຄັ້ງນີ້ ເປັນການສະແດງເຖິງຄວາມອາໄລອາວອນ ຄວາມເຄົາລົບນັບຖື ແລະ ການໃຫ້ກຽດຢ່າງສູງ ຕໍ່ຜົນງານ ຄຸນງາມຄວາມດີ ແລະ ການເຄື່ອນໄຫວຕະຫຼອດຊີວິດຂອງ ສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ອຸທິດໃຫ້ແກ່ຊາດ ແລະ ປະຊາຊົນລາວ ​ພ້ອມດຽວກັນນັ້ນ ການມາຮ່ວມໄວ້ອາໄລໃນຄັ້ງນີ້ ຍັງເປັນການສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ […]

13/08/2026 | ການເມືອງ

ພິທີບວດສໍາມະເນນ 40 ອົງ ເພື່ອອຸທິດສ່ວນບຸນກຸສົນໃຫ້ ທ່ານ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີບວດສໍາມະເນນ ຈໍານວນ 40 ອົງ ເພື່ອໄວ້ອາໄລ ແລະ ອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ. ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຕາມຮີດຄອງປະເພນີອັນດີງາມຂອງພຸດທະສາສະໜາ ໂດຍມີບັນດາການນໍາພັກ-ລັດ, ຄອບຄົວ, ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ ແລະ ມວນຊົນ ເຂົ້າຮ່ວມ. ການຈັດພິທີບວດໜ້າໄຟໃນຄັ້ງນີ້ ບໍ່ພຽງແຕ່ເປັນການປະຕິບັດຕາມປະເພນີທາງສາສະໜາເທົ່ານັ້ນ, ແຕ່ຍັງເປັນການຮ່ວມແຮງຮ່ວມໃຈຂອງຄອບຄົວ ແລະ ຍາດພີ່ນ້ອງ ໃນການທົດແທນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະ ຊີວິດ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ. ບັນຍາກາດເຕັມໄປດ້ວຍຄວາມໂສກເສົ້າ, ຄວາມໄວ້ອາໄລ ແລະ ຄວາມເຄົາລົບນົບນອບຈາກຜູ້ເຂົ້າຮ່ວມທຸກທ່ານ ທີ່ມາຮ່ວມສົ່ງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວີຫານ ໃຫ້ໄປສູ່ສຸຄະຕິ.

13/08/2026 | ການເມືອງ

ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ. ສະຫາຍ ເຈີນ ເກີມ ຕູ ພ້ອມດ້ວຍຄະນະ ໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ການອຸທິດເຫື່ອແຮງຂອງ ສະຫາຍ ໄຊສົມພອນ ພົມວິຫານ ຕໍ່ພາລະກິດຂອງພັກ, ລັດ ແລະ ປະເທດຊາດ, ທັງເປັນການສະແດງເຖິງນ້ຳໃຈອາໄລອາວອນ, ຄວາມເຄົາລົບ ແລະ ຄວາມຜູກພັນອັນແໜ້ນແຟ້ນຂອງ ພັກ, ລັດ […]

13/08/2026 | ການເມືອງ

ບົດສະດຸດີ ‎ເຖິງສະຫາຍ ໄຊສົມພອນ ພົມວິຫານ ‎ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

‎ກ່າວໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະຮັບຜິດຊອບ ‎ງານຊາປະນະກິດສົບລະດັບຊາດ ‎(ເວລາ 13:00 ໂມງ, ວັນທີ 12/8/2026, ‎ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ) ‎ ‎- ຂໍນ້ອມນະມັດສະການພະເຖລາ ນຸເຖລະ; ‎- ຮຽນບັນດາທ່ານ, ບັນດາສະຫາຍການນຳ, ອະດີດການນຳ ພັກ-ລັດ ທີ່ນັບຖື; ‎- ບັນດາທ່ານ, ບັນດາສະຫາຍແຂກຕ່າງປະເທດ ທີ່ນັບຖື; ‎- ເພື່ອນມິດສະຫາຍທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ຮັກແພງທັງຫຼາຍ. ‎ ‎ ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມື້ນີ້, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, […]

13/08/2026 | ການເມືອງ

ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ສິງຫາ 2026 ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ເຈີ່ນ ເກີມ ຕູ໊ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການ […]

13/08/2026 | ການເມືອງ

ບົດກ່າວຄໍາຂອບໃຈ

(ຕາງໜ້າຄອບຄົວ ພົມວິຫານ)ຂໍນ້ອມນະມັດສະການພະເຖລານຸເຖລະ.ຮຽນ: ບັນດາທ່ານຜູ້ນໍາພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.ບັນດາທ່ານທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ທີ່ນັບຖື!ຂ້າພະເຈົ້າຕາງໜ້າຄອບຄົວ ພົມວິຫານ ແລະ ຍາດພີ່ນ້ອງ-ລູກຫຼານ ຂອງຄອບຄົວ ພົມວິຫານ ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ທ່ານຜູ້ນໍາພັກ-ລັດ, ອົງການຈັດຕັ້ງທຸກຂັ້ນ ບັນດາທ່ານ ແຂກທີ່ມີກຽດ, ຍາດພີ່ນ້ອງ, ເພື່ອນມິດສະຫາຍ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫຼະເວລາ ອັນມີຄ່າຂອງທ່ານມາເຂົ້າຮ່ວມ ພິທີຊາປະນະກິດລະດັບຊາດໃຫ້ແກ່ ທ່ານ ໄຊສົມພອນ ພົມວິຫານ ຜູ້ເປັນລູກ, ເປັນສາມີ, ເປັນອ້າຍ, ເປັນພໍ່, ເປັນພໍ່ເຖົ້າ, ເປັນລຸງ, ເປັນອາວ ຂອງພວກຂ້າພະເຈົ້າ ທີ່ໄດ້ລ່ວງລັບໄປ.ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງທ່ານ ໄຊສົມພອນ ພົມວິຫານ ເປັນການ ສູນເສຍ ອັນໃຫຍ່ຫຼວງ ຫາອັນປຽບບໍ່ໄດ້ຂອງຄອບຄົວ ພົມວິຫານ ພວກຂ້າພະເຈົ້າ.ບັນດາທ່ານທີ່ນັບຖື!ໃນທ່າມກາງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຂອງພວກຂ້າພະເຈົ້ານີ້ ໄດ້ມີການຈັດຕັ້ງພັກ-ລັດ, ບັນດາທ່ານ ເພື່ອນມິດທັງພາຍໃນ […]

11/08/2026 | ການເມືອງ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ອຳນວຍການອົງການດີດີວີ ອິນເຕີເນຊັນນໍ ປະຈຳອາຊີຕາເວັນອອກສ່ຽງໃຕ້

ໃນວັນທີ 7 ສິງຫາ 2026 ທີ່ຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກຂອງ ທ່ານ ອູເວ ກາດເທັນເລເກີ (Uwe Gartenschlaeger) ຜູ້ອຳນວຍການອົງການ ດີດີວີ ອິນເຕີເນຊັນນໍ (DVV International) ປະຈຳອາຊີຕາເວັນອອກສ່ຽງໃຕ້ ພ້ອມດ້ວຍຄະນະ ເພື່ອທົບທວນຜົນການຮ່ວມມື ແລະ ທິດທາງການພັດທະນາວຽກງານການຮຽນຮູ້ຕະຫຼອດຊີວິດໃນຂະແໜງການສຶກສາ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ຍາວນານຂອງ ອົງການດີດີວີ ອິນເຕີເນຊັນນໍ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ. ການຮ່ວມມືຢ່າງຕໍ່ເນື່ອງກັບ ກົມການສຶກສານອກໂຮງຮຽນ ໄດ້ຍົກໃຫ້ເຫັນຜົນງານອັນສຳຄັນຫຼາຍຢ່າງ ເປັນຕົ້ນແມ່ນ ການປະກາດໃຊ້ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ການພັດທະນາເຄື່ອງມືການຮຽນຮູ້ແບບດິຈິຕອນຜ່ານລະບົບທຽບເທົ່າ, ການສອດແຊກເນື້ອໃນການຮຽນຮູ້ຕະຫຼອດຊີວິດເຂົ້າໃນການສ້າງຄູ, […]