Skip to main content

ປະທານລັດຖະສະພາໄທ ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

13/08/2026
ໃນວັນ 11 ສິງຫາ 2026, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.
​ ການເຂົ້າຮ່ວມພິທີໄວ້ອາໄລຂອງຄະນະຜູ້ແທນຂັ້ນສູງຈາກຣາຊະອານາຈັກໄທໃນຄັ້ງນີ້ ເປັນການສະແດງເຖິງຄວາມອາໄລອາວອນ ຄວາມເຄົາລົບນັບຖື ແລະ ການໃຫ້ກຽດຢ່າງສູງ ຕໍ່ຜົນງານ ຄຸນງາມຄວາມດີ ແລະ ການເຄື່ອນໄຫວຕະຫຼອດຊີວິດຂອງ ສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ອຸທິດໃຫ້ແກ່ຊາດ ແລະ ປະຊາຊົນລາວ
​ພ້ອມດຽວກັນນັ້ນ ການມາຮ່ວມໄວ້ອາໄລໃນຄັ້ງນີ້ ຍັງເປັນການສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງອົງການນິຕິບັນຍັດ ກໍຄື ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທີ່ມີມາຢ່າງຍາວນານ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ