Skip to main content

ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

13/08/2026
ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ສິງຫາ 2026 ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ເຈີ່ນ ເກີມ ຕູ໊ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນອ່ານບົດສະດຸດີ ເຖິງ ສະຫາຍ ໄຊສົມພອນ ພົມວິຫານ ໂດຍມີເນື້ອໃນບາງຕອນ ເນັ້ນເຖິງຊີວິດ, ການອຸທິດຕົນ ແລະ ຜົນງານຂອງ ສະຫາຍ ໄຊສົມພອນ ພົມວິຫານ ຕະຫລອດກວ່າ 5 ທົດສະວັດ ໃນພາລະກິດຮັບໃຊ້ຊາດ, ຮັບໃຊ້ພັກ ແລະ ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ເກີດວັນທີ 12 ທັນວາ 1956 ຢູ່ບ້ານນາແມວ ເມືອງຊຳເໜືອ ແຂວງຫົວພັນ, ສະຫາຍໄດ້ສຶກສາຢູ່ ສສ ຫວຽດນາມ, ສປ ຈີນ ແລະ ສະຫະພາບໂຊວຽດ ຈົນສຳເລັດລະດັບປະລິນຍາເອກ ດ້ານເສດຖະສາດການເມືອງ.
ຕະຫລອດໄລຍະການຮັບໃຊ້ປະເທດຊາດ, ສະຫາຍໄດ້ດຳລົງຫລາຍຕຳແໜ່ງສຳຄັນ ເປັນຕົ້ນ ຮອງເຈົ້າແຂວງ ແລະ ເຈົ້າແຂວງສະຫວັນນະເຂດ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ປະທານສູນກາງແນວລາວສ້າງຊາດ ແລະ ປະທານສະພາແຫ່ງຊາດ ຈົນສິ້ນລົມຫາຍໃຈ.
ຕະຫລອດໄລຍະ 5 ທົດສະວັດກວ່າ ທີ່ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມໃນພາລະກິດລວມຂອງພັກ-ລັດ ແລະ ໄດ້ຮັບການຢັ້ງຢືນວ່າ ສະຫາຍ ແມ່ນນັກຮຽນຮູ້ປັນຍາຊົນປະຕິວັດ ທີ່ມີຄວາມຮູ້ຄວາມສາມາດທີ່ເລິກເຊິ່ງຫລາຍດ້ານ, ມີວິໄສທັດກວ້າງໄກ, ມີທັດສະນະຫລັກໝັ້ນການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີມະໂນທຳ, ມີຈິດໃຈຮັກເຊື້ອແພງຊາດ, ມີນໍ້າໃຈເສຍສະລະອັນສູງສົ່ງ, ມີຄວາມຈົງຮັກພັກດີ-ບໍລິສຸດ ຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຍາມໃດກໍມີຄວາມມຸ່ງໝັ້ນ ແລະ ຍຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ; ມີຄວາມທຸ່ນທ່ຽງ, ສຸຂຸມ-ຮອບຄອບ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານ ທີ່ຕົນຮັບຜິດຊອບ, ກໍາແໜ້ນ ແນວທາງ, ນະ ໂຍບາຍຂອງພັກ ແລະ ເປັນແບບຢ່າງນໍາໜ້າໃນການຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ; ສະຫາຍ ໄດ້ຜ່ານການຝຶກຝົນ, ທົດສອບໃນຫລາຍຂົງເຂດວຽກງານ ຊຶ່ງໃນແຕ່ລະວຽກທີ່ຖືກມອບໝາຍ ລ້ວນແຕ່ໄດ້ຮັບຜົນສໍາເລັດ ແລະ ມີຜົນງານຢ່າງເປັນຮູບປະທໍາ.
ຕະຫລອດຊີວິດແຫ່ງການປະຕິວັດ ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດຕົນ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເວລາໃດ ກໍຖືຜົນປະໂຫຍດ ຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ ເໜືອກວ່າສິ່ງອື່ນໃດ; ເວລາໃດ ສະຫາຍ ກໍດໍາລົງຊີວິດແບບລຽບງ່າຍ, ປອດໃສຂາວສະອາດ, ປະຢັດມັດທະຍັດ, ໃກ້ຊິດຕິດ ແທດກັບມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເພື່ອແຜ່ ກັບທຸກຄົນຢູ່ອ້ອມຂ້າງຕົນ; ເຂັ້ມງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ລະບຽບວິໄນ; ໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນຈາກເພື່ອນສະຫາຍ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຈາກເພື່ອນມິດສາກົນ.
ດ້ວຍຜົນງານ ແລະ ຄຸນງາມຄວາມດີ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ເສຍສະລະເຫື່ອແຮງ, ທຸ່ມເທສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະ ຫລອດຊີວິດ ຂອງສະຫາຍນັ້ນ, ສະຫາຍ ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນ ຈາກພັກ ແລະ ລັດ ຂອງພວກເຮົາ ແລະ ຈາກເພື່ອນມິດສາກົນ ເປັນຈຳນວນຫລວງຫລາຍ.
ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍທີ່ໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ ພັກ-ລັດ ກໍຄື ປະເທດເຮົາສູນເສຍພະນັກງານການນຳຂັ້ນສູງ, ການນຳຍຸດທະສາດ ທີ່ສໍາຄັນໄປອີກສະຫາຍໜຶ່ງ ຊຶ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງໃຫ້ແກ່ພັກ-ລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດ ຜູ້ຢູ່ໃກ້ ແລະ ໄກ ຢ່າງຫາອັນປຽບບໍ່ໄດ້.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ