Skip to main content

ບົດສະດຸດີ ‎ເຖິງສະຫາຍ ໄຊສົມພອນ ພົມວິຫານ ‎ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

13/08/2026
‎ກ່າວໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະຮັບຜິດຊອບ ‎ງານຊາປະນະກິດສົບລະດັບຊາດ
‎(ເວລາ 13:00 ໂມງ, ວັນທີ 12/8/2026,
‎ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ)
‎- ຂໍນ້ອມນະມັດສະການພະເຖລາ ນຸເຖລະ;
‎- ຮຽນບັນດາທ່ານ, ບັນດາສະຫາຍການນຳ, ອະດີດການນຳ ພັກ-ລັດ ທີ່ນັບຖື;
‎- ບັນດາທ່ານ, ບັນດາສະຫາຍແຂກຕ່າງປະເທດ ທີ່ນັບຖື;
‎- ເພື່ອນມິດສະຫາຍທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ຮັກແພງທັງຫຼາຍ.
‎ ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມື້ນີ້, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປລາວ, ສູນກາງແນວລາວສ້າງຊາດ, ຄອບຄົວພົມວິຫານ ຮ່ວມກັບບັນດາອົງການ ຈັດຕັ້ງໃນລະບົບການເມືອງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍຄື ຊາວນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຊາປະນະກິດສົບລະດັບຊາດຂຶ້ນ ເພື່ອອໍາລາສະຫາຍ ໄຊສົມພອນ ພົມວິຫານ ເປັນຄັ້ງສຸດທ້າຍ.
‎ ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ເຂດທີ່ໝັ້ນປະຕິວັດ ທີ່ບ້ານນາແມວ, ເມືອງຊໍາ ເໜືອ, ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍນ້ອງຮ່ວມກັນ 6 ຄົນ; ສະຫາຍໄດ້ສ້າງຄອບຄົວກັບນາງ ວິພາວັນ ພົມວິຫານ, ມີລູກນໍາກັນ 2 ຄົນ, ຊາຍ 1 ຍິງ 1.
‎ ສະຫາຍໄດ້ກໍາເນີດ ແລະ ເຕີບໃຫຍໃນໄລຍະທີ່ປະເທດຊາດ ຢູ່ໃນສະພາວະສົງຄາມ ແລະ ໄດ້ດໍາລົງຊີວິດຕິດພັນກັບສະພາບແວດລ້ອມຂອງຂະບວນການຕໍ່ສູ້ປະຕິວັດປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ແລະ ຢູ່ໃນຄວາມໂອບເອື້ອອາລີຂອງຄອບຄົວ ແລະ ຖັນແຖວພະນັກງານ-ນັກຮົບປະຕິວັດ. ຍ້ອນແນວນັ້ນ, ສະຫາຍຈຶ່ງໄດ້ຮັບຮູ້ເຂົ້າໃຈ ສະພາບການບ້ານເມືອງໄດ້ເປັນຢ່າງດີ, ມີຄວາມຕື່ນຕົວ ແລະ ຕັດສິນໃຈເດີນຕາມເສັ້ນທາງປະຕິວັດແຕ່ຍາມເຍົາໄວ.
· ເລີ່ມຕົ້ນຈາກປີ 1962 ອາຍຸໄດ້ 6 ປີ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອອກຈາກຄອບຄົວໄປຮຽນຊັ້ນປະຖົມ ແລະ ມັດທະຍົມ ຢູ່ ສສ ຫວຽດນາມ ແລະ ສປ ຈີນ ແລະ ກັບຄືນມາຮັບໃຊ້ວຽກງານໃນຖັນແຖວກໍາລັງປະກອບອາວຸດ ຢູ່ເມືອງວຽງໄຊ, ແຂວງຫົວພັນ ຈົນຮອດປີ 1976.
· ‎ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ສະຫາຍໄດ້ຖືກຄັດເລືອກຈາກການຈັດຕັ້ງ ໃຫ້ໄປຮຽນລະດັບປະລິນຍາຕີ ແລະ ປະລິນຍາໂທ ຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ (ໂລໂມໂນຊົບ) ສະຫະພາບໂຊວຽດ ແລະ ຕໍ່ມາໄດ້ຖືກແຕ່ງຕັ້ງໃຫ້ໄປຮຽນຕໍ່ທີ່ສະຖາບັນບັນດິດວິທະຍາສາດສັງຄົມມົດສະກູ ສະຫະພາບໂຊວຽດ ຈົນສາມາດຄົ້ນຄວ້າ ແລະ ປ້ອງກັນຈົບປະລິນຍາເອກດ້ານເສດຖະສາດການເມືອງ ກັບມາປະເທດ.
· ‎ສະຫາຍ ໄຊສົມພອນ ພົມວິຫານ ແມ່ນນັກຮຽນຮູ້ປັນຍາຊົນປະຕິວັດທີ່ດີເດັ່ນຜູ້ໜຶ່ງຂອງພັກ-ລັດພວກເຮົາ ທີ່ໄດ້ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຂຶ້ນຢ່າງເປັນລະບົບໃນຂະບວນການວຽກງານຕົວຈິງ, ເລີ່ມຈາກເປັນພະນັກງານວິຊາການ, ເປັນອາຈານສອນ ໄດ້ກ້າວຂຶ້ນມາເປັນພະນັກງານນຳພາຫຼັກແຫຼ່ງທີ່ສູງຂຶ້ນຕາມແຕ່ລະຂັ້ນ ຂຶ້ນມາຈົນເປັນການນໍາຍຸດທະສາດ ຂອງພັກ ແລະ ລັດເຮົາ.
· ‎ປີ 1989-1991 ສະຫາຍໄດ້ດໍາລົງຕໍາແໜ່ງເປັນຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ.
· ‎ປີ 1991 ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ຂອງພັກ, ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ; ດໍາລົງຕໍາແໜ່ງເປັນຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ.
· ‎ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນນະເຂດ.
· ‎ປີ 1995-1997 ເປັນກໍາມະການສູນກາງພັກ ສະໄໝທີ VI, ເປັນລັດຖະມົນຕີກະຊວງການເງິນ.
· ‎ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
· ‎ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປລາວ.
· ‎ປີ 2006-2010 ເປັນກໍາມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ ທັງຄວບຕຳແໜ່ງປະທານກຳມາທິການການຕ່າງປະເທດ.
· ‎ປີ 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ.
· ‎ກອງປະຊຸມໃຫຍ່ຄັ້ງທີ X ໃນປີ 2016, ຄັ້ງທີ XI ໃນປີ 2021 ແລະ ຄັ້ງທີ XII ໃນປີ 2026 ສະຫາຍ ໄຊສົມພອນ ພົມວິຫານ ສືບຕໍ່ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ ແລະ ເປັນກໍາມະການກົມການເມືອງສູນກາງພັກ.
· ‎ເດືອນ 6/2016-2020 ເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X.
· ‎ເດືອນ 3/2021 ເປັນປະທານສະພາແຫ່ງຊາດ ຊຸດທີ IX.
· ‎ເດືອນ 3/2026 ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ອີກເປັນສະໄໝທີ 2 ຈົນເຖິງວັນສິ້ນລົມຫາຍໃຈສຸດທ້າຍ.
‎ບັນດາທ່ານ, ບັນດາສະຫາຍ;
‎ແຂກທີ່ມີກຽດທັງພາຍໃນ ແລະ ຕ່າງປະເທດ, ເພື່ອນມິດ, ຍາດພີ່ນ້ອງທີ່ຮັກແພງທັງຫຼາຍ.
‎ຕະຫຼອດໄລຍະ 5 ທົດສະວັດກວ່າ ທີ່ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມໃນພາລະກິດລວມຂອງພັກ-ລັດ ແລະ ໄດ້ຮັບການຢັ້ງຢືນວ່າ ສະຫາຍແມ່ນນັກຮຽນຮູ້ປັນຍາຊົນປະຕິວັດ ທີ່ມີຄວາມຮູ້ຄວາມສາມາດທີ່ເລິກເຊິ່ງຫຼາຍດ້ານ, ມີວິໄສທັດກວ້າງໄກ, ມີທັດສະນະຫຼັກໝັ້ນການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີມະໂນທຳ, ມີຈິດໃຈຮັກເຊື້ອແພງຊາດ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມຈົງຮັກພັກດີ-ບໍລິສຸດ ຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ຍາມໃດກໍມີຄວາມມຸ່ງໝັ້ນ ແລະ ຢຶດໝັ້ນໃນອຸດົມການອັນສູງສົ່ງຂອງພັກ; ມີຄວາມທຸ່ນທ່ຽງ, ສຸຂຸມ-ຮອບຄອບ ແລະ ມີໄຫວພິບໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ; ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ເປັນແບບຢ່າງນໍາໜ້າໃນການ ຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ; ສະຫາຍໄດ້ຜ່ານການຝຶກຝົນ, ທົດສອບໃນຫຼາຍຂົງເຂດວຽກງານ ເຊິ່ງໃນແຕ່ລະວຽກທີ່ຖືກມອບໝາຍ ລ້ວນແຕ່ໄດ້ຮັບຜົນສໍາເລັດ ແລະ ມີຜົນງານຢ່າງເປັນຮູບປະທໍາ.
‎ຕະຫຼອດຊີວິດແຫ່ງການປະຕິວັດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ອຸທິດຕົນ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເວລາໃດກໍຖືຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ ເໜືອກວ່າສິ່ງອື່ນໃດ; ເວລາໃດ ສະຫາຍກໍດໍາລົງຊີວິດແບບລຽບງ່າຍ, ປອດໃສຂາວສະອາດ, ປະຢັດມັດທະຍັດ, ໃກ້ຊິດຕິດແທດກັບມະຫາຊົນ, ຈິງໃຈຕໍ່ເພື່ອນສະຫາຍ, ເອື້ອເຟື້ອເພື່ອແຜ່ກັບທຸກຄົນຢູ່ອ້ອມຂ້າງຕົນ; ເຂັ້ມງວດໃນດ້ານຫຼັກການ, ເຄັ່ງຄັດຕໍ່ລະບຽບວິໄນ; ໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນຈາກເພື່ອນສະຫາຍ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືຈາກເພື່ອນມິດສາກົນ.
‎ ຍ້ອນແນວນັ້ນ, ສະຫາຍຈຶ່ງໄດ້ຮັບຄວາມໄວ້ວາງໃຈຈາກພັກ, ລັດ ແລະ ປະຊາຊົນ ໃຫ້ດໍາລົງຕໍາແໜ່ງຍຸດທະສາດສໍາຄັນຕ່າງໆ ເປັນຕົ້ນ: ເປັນກໍາມະການສູນກາງພັກ 8 ສະໄໝ (ສະໄໝທີ V, VI, VII, VIII, IX, X, XI ແລະ XII); ເປັນກໍາມະການກົມການເມືອງສູນກາງພັກ 3 ສະໄໝ (ສະໄໝທີ X, XI ແລະ XII); ເປັນປະທານສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X; ເປັນປະທານສູນກາງແນວລາວສ້າງຊາດ 1 ສະໄໝ; ເປັນສະມາຊິກສະພາແຫ່ງຊາດ 7 ຊຸດ (ຊຸດທີ IV, V, VI, VII, VIII, IX ແລະ X).
‎ ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ທຸ່ມເທສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດຊີວິດຂອງສະຫາຍນັ້ນ, ສະຫາຍຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ ແລະ ລັດຂອງພວກເຮົາ ແລະ ຈາກເພື່ອນມິດສາກົນ ເປັນຈຳນວນຫຼວງຫຼາຍ ເຊັ່ນ:
‎+ ໄດ້ຮັບຫຼຽນໄຊປະເພດຕ່າງໆ ຈໍານວນ 17 ຫຼຽນ ຄື:
‎1. ຫຼຽນໄຊອິດສະຫຼະຊັ້ນ I ຈຳນວນ 2 ຫຼຽນ;
‎2. ຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 2 ຫຼຽນ;
‎3. ຫຼຽນໄຊແຮງງານຊັ້ນ I ຈຳນວນ 3 ຫຼຽນ;
‎4. ຫຼຽນໄຊແຮງງານຊັ້ນ II ຈຳນວນ 5 ຫຼຽນ;
‎5. ຫຼຽນໄຊແຮງງານຊັ້ນ III ຈຳນວນ 5 ຫຼຽນ.
‎ ນອກຈາກນັ້ນ, ຍັງໄດ້ຮັບຫຼຽນໄຊດາວຄຳ ແລະ ຫຼຽນໄຊ ໂຮ່ ຈິ ມິນ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ພ້ອມກັນນັ້ນ, ຍັງໄດ້ຮັບຫຼຽນກຽດຕິຍົດລະດັບສູງ, ຫຼຽນກາ, ຫຼຽນກາລະນຶກ ຈາກທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 22 ຫຼຽນ.
‎ ບັນດາທ່ານ, ເພື່ອນມິດສະຫາຍ ທີ່ຮັກແພງທັງຫຼາຍ.
‎ ນັບແຕ່ເວລາທີ່ສະຫາຍ ໄຊສົມພອນ ພົມວິຫານ ເລີ່ມມີອາການເຈັບເປັນ, ການຈັດຕັ້ງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ, ແພດໝໍ ທັງພາຍໃນ ແລະ ປະເທດເພື່ອນມິດ ຕ່າງກໍໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ສຸມໃສ່ປິ່ນປົວຢ່າງສຸດຄວາມສາມາດ, ແຕ່ຍ້ອນພະຍາດຮ້າຍແຮງ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້. ສະຫາຍໄດ້ສິ້ນລົມຫາຍໃຈ ແລະ ຈາກພວກເຮົາໄປຢ່າງສະຫງົບ ໃນເວລາ 11 ໂມງ 18 ນາທີ ຂອງວັນທີ 8 ສິງຫາ 2026.
‎ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍທີ່ໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພັກ-ລັດ ກໍຄືປະເທດເຮົາ ສູນເສຍພະນັກງານການນຳຂັ້ນສູງ, ການນຳຍຸດທະສາດທີ່ສໍາຄັນ ໄປອີກສະຫາຍໜຶ່ງ ເຊິ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນອັນສຸດຊຶ້ງ ໃຫ້ແກ່ພັກ-ລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດ ຜູ້ຢູ່ໃກ້ ແລະ ໄກ ຢ່າງຫາອັນປຽບບໍ່ໄດ້.
‎ ໃນເວລານາທີແຫ່ງຄວາມໂສກເສົ້າເສຍດາຍນີ້, ພວກເຮົາຂໍໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ຢຶດໝັ້ນອຸດົມການ, ທາດແທ້ປະຕິວັດຂອງພັກເຮົາຢ່າງເດັດດ່ຽວໜຽວແໜ້ນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ກໍຄືຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນລາວທັງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ, ສືບຕໍ່ນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ວັດຖຸປະສົງສູງສຸດຂອງພັກ ແລະ ຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າ ກໍຄຄຄືຂອງສະຫາຍ ໄຊສົມພອນ ພົມວິຫານ ໃຫ້ປາກົດຜົນເປັນຈິງ. ພ້ອມນັ້ນ, ກໍຈະສືບຕໍ່ເບິ່ງແຍງຄອບຄົວ ແລະ ຊ່ວຍເຫຼືອກໍ່ສ້າງລູກຫຼານຂອງສະຫາຍ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ສືບຕໍ່ໄປ.
ສະຫາຍ ໄຊສົມພອນ ພົມວິຫານ ທີ່ອາໄລຮັກ,
‎‎ສະຫາຍໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາແລ້ວ, ແຕ່ພັກ-ລັດ, ພະນັກງານ, ສະມາຊິກພັກ ແລະ ປວງຊົນລາວທັງຊາດ ຈະຂໍຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດຕະຫຼອດໄລຍະ 50 ກວ່າປີທີ່ຜ່ານມານັ້ນ ໄວ້ຢ່າງບໍ່ມີວັນຫຼົງລືມ.
‎ ຊື່ສຽງຮຽງນາມ ແລະ ກຽດຕິຄຸນຂອງສະຫາຍ ໄດ້ຕິດພັນກັບໄລຍະປະຫວັດສາດຂອງຊາດລາວ ແລະ ພາລະກິດປະຕິວັດຂອງພັກເຮົາ ແລະ ຈະຝັງແໜ້ນຢູ່ໃນຄວາມຊົງຈຳ ຂອງພວກເຮົາຕະຫຼອດໄປ.
‎ ພວກເຮົາຂໍອຳລາສະຫາຍເປັນຄັ້ງສຸດທ້າຍ
‎ຂໍໃຫ້ດວງວິນຍານຂອງສະຫາຍຈົ່ງໄປສູ່ສຸຄະຕຕິເຖີ້ນ!
‎ ຂໍເຊີນບັນດາທ່ານ, ບັນດາສະຫາຍ ລຸກຂຶ້ນ ກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ 1 ນາທີ (ຂໍເຊີນ)
(ຂໍຂອບໃຈ)

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ