Skip to main content

ພິທີບວດສໍາມະເນນ 40 ອົງ ເພື່ອອຸທິດສ່ວນບຸນກຸສົນໃຫ້ ທ່ານ ໄຊສົມພອນ ພົມວິຫານ

13/08/2026
ໃນຕອນເຊົ້າຂອງວັນທີ 12 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີບວດສໍາມະເນນ ຈໍານວນ 40 ອົງ ເພື່ອໄວ້ອາໄລ ແລະ ອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ.
ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຕາມຮີດຄອງປະເພນີອັນດີງາມຂອງພຸດທະສາສະໜາ ໂດຍມີບັນດາການນໍາພັກ-ລັດ, ຄອບຄົວ, ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ ແລະ ມວນຊົນ ເຂົ້າຮ່ວມ.
ການຈັດພິທີບວດໜ້າໄຟໃນຄັ້ງນີ້ ບໍ່ພຽງແຕ່ເປັນການປະຕິບັດຕາມປະເພນີທາງສາສະໜາເທົ່ານັ້ນ, ແຕ່ຍັງເປັນການຮ່ວມແຮງຮ່ວມໃຈຂອງຄອບຄົວ ແລະ ຍາດພີ່ນ້ອງ ໃນການທົດແທນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະ ຊີວິດ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດມາ.
ບັນຍາກາດເຕັມໄປດ້ວຍຄວາມໂສກເສົ້າ, ຄວາມໄວ້ອາໄລ ແລະ ຄວາມເຄົາລົບນົບນອບຈາກຜູ້ເຂົ້າຮ່ວມທຸກທ່ານ ທີ່ມາຮ່ວມສົ່ງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວີຫານ ໃຫ້ໄປສູ່ສຸຄະຕິ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ