ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ
13/08/2026

ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ສະຫາຍ ເຈີນ ເກີມ ຕູ ພ້ອມດ້ວຍຄະນະ ໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ການອຸທິດເຫື່ອແຮງຂອງ ສະຫາຍ ໄຊສົມພອນ ພົມວິຫານ ຕໍ່ພາລະກິດຂອງພັກ, ລັດ ແລະ ປະເທດຊາດ, ທັງເປັນການສະແດງເຖິງນ້ຳໃຈອາໄລອາວອນ, ຄວາມເຄົາລົບ ແລະ ຄວາມຜູກພັນອັນແໜ້ນແຟ້ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ພັກ, ລັດ ແລະ ປະຊາຊົນລາວ ຕໍ່ການຈາກໄປຂອງຜູ້ນຳທີ່ສຳຄັນຂອງ ສປປ ລາວ.
ສະຫາຍ ໄຊສົມພອນ ພົມວິຫານ ເປັນຜູ້ນຳທີ່ມີບົດບາດສຳຄັນໃນພາລະກິດການນຳພາຂອງພັກ ແລະ ລັດ ໂດຍສະເພາະໃນຖານະກຳມະການກົມການເມືອງສູນກາງພັກ ແລະ ປະທານສະພາແຫ່ງຊາດ. ຕະຫຼອດໄລຍະການດຳລົງຕຳແໜ່ງ, ສະຫາຍ ໄດ້ອຸທິດກຳລັງແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດພາລະໜ້າທີ່ ຢ່າງມີຜົນສຳເລັດ ແລະ ເປັນຮູບປະທຳ.
ສຳລັບພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນຕອນບ່າຍວັນທີ 12 ສິງຫາ 2026 ຢູ່ ສະໜາມຫຼວງ ນະຄອນຫຼວງວຽງຈັນ.
ຂ່າວທີ່ກ່ຽວຂ້ອງ














