ໃນວັນທີ 7 ກໍລະກົດ 2026 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ດຳເນີນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳໂດຍ ສະຫາຍ ວາລິຍະ ສີຈັນທອງທິບ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ ຂັ້ນແຂວງ, ມີສະຫາຍ ອະນຸສອນ ສຸດທິວົງ ຮັກສາການເລຂາພັກຮາກຖານ, ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພັກຮາກຖານພະແນກສຶກສາແຂວງ, ຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາ 14 ເມືອງ ແລະ 01 ນະຄອນ, ຄະນະໜ່ວຍພັກອ້ອມຂ້າງພະແນກ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງພະແນກ ແລະ ຜູ້ອຳນວຍການໂຮງຮຽນ ມສ, ມ.ປາຍ ຈາກ 14 ເມືອງ/ນະຄອນ, […]