Skip to main content

ເມືອງຊົນນະບູລີ ສົ່ງນັກຮຽນ ເຂົ້າສຶກສາຕໍ່ວິຊາຊີບຄູ ໃນສົກຮຽນ 2026-2027

16/10/2026

ໃນວັນທີ 14 ຕຸລາ 2026 ນີ້, ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີນຳສົ່ງນັກຮຽນ-ນັກສຶກສາຊຸດໃໝ່ ເພື່ອເດີນທາງໄປສຶກສາຕໍ່ໃນສາຂາວິຊາຊີບຄູ ສົກຮຽນ 2026-2027 ທີ່ມະຫາວິທະຍາໄລສ້າງຄູສະຫວັນນະເຂດ ເປັນກຽດເຂົ້າຮ່ວມມີ ທ່ານ ກໍລະກັນ ໄຊຍະລີນ ຫົວຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ປອ ນາງ ຫຼ້າໄກສອນ ໄຊຍະຈິດ ຮອງຜູ້ອໍານວຍການມະຫາວິທະຍາໄລສ້າງຄູສະຫວັນນະເຂດ ພ້ອມດ້ວຍ ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງໆນັກຮຽນທີ່ໄດ້ຮັບສິດເຂົ້າຮຽນຕໍ່ ຢ່າງພ້ອມພຽງ. ການຈັດພິທີນໍາສົ່ງນັກຮຽນໃນຄັ້ງນີ້ ແມ່ນອີງຕາມໜັງສືແຈ້ງການ ເລກທີ 2555/ສກຂ, ຂອງທ່ານວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ວ່າດ້ວຍຜົນການຄັດເລືອກນັກຮຽນ ແລະ ການນຳສົ່ງນັກຮຽນເຂົ້າສຶກສາຕໍ່ວິຊາຊີບຄູ ປະຈຳສົກຮຽນ 2026-2027. ເຊິ່ງຕາມຂໍ້ຕົກລົງ ເລກທີ 2569/ສກຂ, ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ໃນສົກສຶກສາ 2026-2027 ທົ່ວແຂວງ ມີນັກຮຽນທີ່ຜ່ານການຄັດເລືອກ […]

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026

17/09/2026

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026, ໄລຍະຜ່ານມາມີຜົນສຳ ເລັດຫຼາຍດ້ານ ເປັນຕົ້ນ: ການສຶກສາກ່ອນໄວຮຽນ ມີບາດກ້າວຂະຫຍາຍຕົວໃນທ່າອ່ຽງທີ່ດີ, ໂດຍສະເພາະພາກເອກະຊົນ ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາການສຶກສາກ່ອນໄວຮຽນ, ອັດຕາການເຂົ້າຮຽນຂອງເດັກ 5 […]

ມອບລົດຖີບ 30 ຄັນ ໃຫ້ເດັກນັກຮຽນຮຽນດີ-ຂາດເຂີນ ເມືອງຜາອຸດົມ ເພື່ອສົ່ງເສີມໂອກາດທາງການຮຽນ

17/09/2026

​ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບລົດຖີບ ຈຳນວນ 30 ຄັນ ໃຫ້ນ້ອງນັກຮຽນຜູ້ທີ່ມີຄວາມດຸໝັ່ນ, ຮຽນດີ, ຮຽນເກັ່ງ ແຕ່ມີເງື່ອນໄຂຂາດເຂີນ ແລະ ເຮືອນຢູ່ຫ່າງໄກໂຮງຮຽນ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026, ຕາງໜ້າມອບຂອງ ທ່ານ ນາງ ຄຳພັນ ຄຳປ໋ອງ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແລະ ຕາງໜ້າຮັບໂດຍ ນັກຮຽນເປົ້າໝາຍ ຈຳນວນ 30 ນ້ອງ (ຍິງ 18 ນ້ອງ), ໂດຍມີຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ​ລົດຖີບທີ່ນຳມາມອບໃນຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອລ້າຈາກ ມູນນິທິ ສປ ຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ, ໂດຍໄດ້ຈັດສັນໃຫ້ ຫ້ອງການສຶກສາທິການ ແລະ ກິລາ […]

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

17/09/2026

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ. ເນື່ອງຈາກພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ໂດຍຖືກນ້ຳຖ້ວມຊຸ, ດິນເຈື່ອນ ແລະ ຂີ້ຕົມໄຫຼຖົມອາຄານສະຖານທີ່. ດັ່ງນັ້ນ, ບັນດາສະມາຊິກກຳມະບານ ຈຶ່ງໄດ້ພ້ອມແຮງຮ່ວມໃຈກັນ ດຳເນີນການຂຸດດິນ, ຍ້າຍກ້ອນຫີນຂະໜາດໃຫຍ່, ຈົກຂີ້ຕົມ ແລະ ອະນາໄມຟື້ນຟູສະພາບແວດລ້ອມພາຍໃນ ແລະ ອ້ອມຮອບໂຮງຮຽນປະຖົມບ້ານນາງິ້ວ ທັງນີ້ກໍເພື່ອເລັ່ງຟື້ນຟູສະພາບແວດລ້ອມໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອກະກຽມຄວາມພ້ອມໃຫ້ແກ່ຄູ-ອາຈານ ແລະ ລູກຫຼານນັກຮຽນ ໄດ້ກັບມາສືບຕໍ່ການຮຽນ-ການສອນ ຕາມປົກກະຕິ. ໃນໂອກາດນີ້, ທ່ານ ທອງໄຊ ມະນີແສນ ປະທານອົງການປົກຄອງບ້ານນາງິ້ວ ໄດ້ສະແດງຄວາມຂອບໃຈມາຍັງຄະນະສະຫະພັນກຳມະບານແຂວງ ແລະ ບັນດາສະມາຊິກກຳມະບານ ທີ່ປະກອບສ່ວນເຫື່ອແຮງ ເພື່ອຊ່ວຍເຫຼືອປະຊາຊົນພາຍໃນບ້ານນາງິ້ວ. ໂອກາດດັ່ງກ່າວ, ສະຫະພັນກຳມະບານແຂວງ ແລະ ວິທະຍາໄລວິຊາຊີບແບບປະສົມແຂວງ ຍັງໄດ້ມອບອຸປະກອນສ້ອມແປງ, […]

ອົງການສຸພານິມິດສາກົນ ສະຫຼຸບໂຄງການ 6 ເດືອນທ້າຍປີ 2026 ແລະ 5 ປີ (2022–2026) ຢູ່ເມືອງສະໜາມໄຊ

17/09/2026

ວັນທີ 16 ກັນຍາ 2026, ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື, ອົງການສຸພານິມິດສາກົນ ປະຈຳ ສປປ ລາວ (World Vision International) ໄດ້ຈັດກອງປະຊຸມສະຫຼຸບ ແລະ ຕີລາຄາຜົນການຈັດຕັ້ງປະຕິບັດກິດຈະກຳ ຂອງໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໄລຍະ 6 ເດືອນທ້າຍປີ 2026 (ເມສາ-ກັນຍາ 2026) ແລະ ສະຫຼຸບຜົນງານ 5 ປີ (1 ຕຸລາ 2022 – 30 ກັນຍາ 2026), ພ້ອມທັງມີພິທີມອບໃບຍ້ອງຍໍໃຫ້ແກ່ອົງການ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ,ໂດຍການເປັນປະທານຮ່ວມຂອງ ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ແລະ ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຫ້ອງການປະສານງານ […]

ແຂວງໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ ພ້ອມປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ ຊຸດໃໝ່

16/09/2026

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ຂຶ້ນໃນຕອນເຊົ້າຂອງວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມໃນຄັ້ງນີ້ ຈຸດປະສົງ […]

ສກຂ ສະຫວັນນະເຂດ ກວດສຸຂະພາບນັກຮຽນທຶນ ກຽມຄວາມພ້ອມກ່ອນໄປສຶກສາຕໍ່ພາຍໃນ ແລະ ຕ່າງປະເທດ

16/09/2026

ໃນລະຫວ່າງວັນທີ 14-15 ກັນຍາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫຼັງເກົ່າ ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດຕັ້ງການກວດສຸຂະພາບ ແລະ ປັດສະວະຫາສານເສບຕິດ ໃຫ້ນັກຮຽນທີ່ຈະໄປສຶກສາຕໍ່ທຶນພາຍໃນ ແລະ ຕ່າງປະເທດ ປະຈຳສົກປີ 2026-2027 ໃຫ້ກຽດເປັນປະທານໂດຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ທອງເວີນ ແກ້ວວົງສັກ ຫົວໜ້າຂະແໜງອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ທ່ານ ພັທ ບຸນຕົ້ນ ພະສະຫວັດ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ທ່ານ ຄຳສອນ ກ້ອນມະນີ ຮອງຫົວໜ້າຂະແໜງກິລາກາຍຍະກຳ ແລະ ສິລະປະສຶກສາ, ທ່ານ ດຣ ນາງ ປາລາມາ ຄົມສອນລາສິນ ວິຊາການຂະແໜງປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພະແນກສາທາລະນະສຸກແຂວງ […]

ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027

16/09/2026

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສາມັກຄີໄຊ, ແຂວງອັດຕະປື ໄຂກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026 ແລະ ວາງທິດທາງສົກຮຽນ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນິຄົມ ພົມມຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍແຂກທີ່ໄດ້ຮັບເຊີນເຂົ້າຮ່ວມ. ທ່ານ ນາງ ມະນີລອນ ຫຼວງອາໄພ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ໃນທົ່ວເມືອງ ມີໂຮງຮຽນລ້ຽງເດັກ-ອະນຸບານ 14 […]

ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026

14/09/2026

ໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມ ວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ປີ 2026 ໂດຍການເປັນປະທານຂອງ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກຈາກພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເປົ້າໝາຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບ ພາບລວມ, ຄວາມສໍາຄັນ ແລະ ພາລະບົດບາດຂອງ CPD ຕາມຮູບແບບຂອງໂຄງການ iTEAM2. ພ້ອມກັນນັ້ນ, ຍັງໄດ້ເຝິກປະຕິບັດການນຳໃຊ້ເຄື່ອງມືອອນລາຍ, ຮຽນຮູ້ເອກະສານອ້າງອີງ ແລະ ການດຳເນີນກອງປະຊຸມສ້າງແຜນ CPD ຂັ້ນເມືອງ ພ້ອມກັນນັ້ນຍັງຈະໄດ້ລາຍງານແຜນກິດຈະກຳ CPD ຂັ້ນໂຮງຮຽນຂອງເມືອງເປົ້າໝາຍ, […]

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ

14/09/2026

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ອົງການ Action Education ກ່ຽວກັບໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ (Start Smart Schools for Foundational Learning) ໄດ້ມີຂຶ້ນໃນວັນທີ 7 ກັນຍາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ຄໍາ ຂັນທະວີວອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ […]