Skip to main content

ສ້າງຄວາມເຂັ້ມແຂງໃຫ້ຄູສອນພາສາອັງກິດ ຊັ້ນມັດທະຍົມສຶກສາ ທົ່ວແຂວງບໍລິຄຳໄຊ

21/07/2026

ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຝຶກອົບຮົມຫຼັກສູດການຮຽນ-ການສອນໃຫ້ ຄູສອນພາສາອັງກິດ ໄລຍະ 3 ສໍາລັບຊັ້ນມັດທະຍົມສຶກສາ ມ.1-ມ.7 ໃນວັນທີ 20 ກໍລະກົດ 2026 ທີ່ສະໂມສອນ ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການໃຫ້ທຶນຂອງອົງການ (ELIC) ພາຍໄຕ້ການເປັນປະທານຂອງທ່ານ ປອ ດາວເຮືອງ ກອງສົມບັດ ຄະນະພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ໃຫ້ກຽດເຊົ້າຮ່ວມຂອງທ່ານ ປອ ນາງ ລິນດາ ໂດເດັນ (Linda DOEDEN) ຜູ້ຕາງໜ້າອົງການ ELIC ແລະ ທ່ານ ສົງກາ ແກ້ວຈັນສີ ຕາງໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ຄະນະຮັບຜິດຊອບກອງປະຊຸມ, ທີມງານຄູຝຶກ, ຕາງໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ ພ້ອມດ້ວຍຄູສອນພາສາອັງກິດ ທີ່ມາຈາກ 7 […]

ຊາວພຸດທະສາສະນິກະຊົນ ຮ່ວມບຸນຜ້າປ່າສາມັກຄີ ເພື່ອສົມທົບທຶນສ້າງຫໍທັມມະສະພາ

21/07/2026

ເພື່ອສືບຕໍ່ລະດົມທຶນສົມທົບການກໍ່ສ້າງຫໍທັມມະສະພາ ຂອງອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ໃຫ້ສຳເລັດຕາມແຜນການ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ຈະຈັດພິທີບຸນຜ້າປ່າສາມັກຄີ ພ້ອມທັງຖວາຍໜັງສືພຣະໄຕຣປີດົກ ຂຶ້ນໃນຕອນແລງຂອງວັນທີ 19 ກໍລະກົດ 2026 ນີ້ ທີ່ໜ້າວັດແສນ ຫາ ວັດຊຽງທອງ ນະຄອນຫຼວງພະບາງ. ໃນພິທີບຸນດັ່ງກ່າວ ຝ່າຍຄະນະສົງ ມີ ສາທຸໃຫຍ່ ອ່ອນແກ້ວ ກິຕຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຫຼວງພະບາງ ພ້ອມຄະນະສົງພາຍໃນແຂວງ. ສ່ວນຝ່າຍຄາລະວາດ ນຳໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງພັກ-ລັດ ແລະ ປະທານຝ່າຍຄາລະວາດ ໂຄງການກໍ່ສ້າງຫໍທັມມະສະພາ, ພ້ອມດ້ວຍ ທ່ານ ນາງ ບົວສີ ສີສຸລາດ ແລະ ຄອບຄົວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, […]

ສກຂ ອັດຕະປື ປະກາດຜົນສອບເສັງ ມ.7 ມີນັກຮຽນເກັ່ງ 4 ຄົນ ໄດຮັບໃບປະກາດແດງ ແລະ ອັດຕາສອບເສັງໄດ້ສູງເຖິງ 99,48%

21/07/2026

ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື (ສກຂ) ໄດ້ຈັດພິທີປະກາດຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ.7) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2026 ທີ່ຫ້ອງປະຊຸມຂອງພະແນກ ພາຍຫຼັງທີ່ໄດ້ສຳເລັດຂະບວນການກວດກາ, ຄົ້ນຄວ້າ ແລະ ຕັດສິນຜົນການສອບເສັງຢ່າງເຂັ້ມງວດ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ ທີ່ທາງກະຊວງກຳນົດໄວ້ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ໂດຍມີບັນດາຄະນະນຳພະແນກ, ຜູ້ຕາງໜ້າຈາກຂັ້ນແຂວງ, ຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ພ້ອມດ້ວຍຕົວແທນນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ​ໃນພິທີ, ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານຕົວເລກສະຖິຕິການສອບເສັງ ໂດຍມີລາຍລະອຽດດັ່ງນີ້: ໃນຕົ້ນສົກຮຽນມີນັກຮຽນ ມ.7 ທັງໝົດ 783 ຄົນ (ຍິງ 369 ຄົນ). […]

ແຂວງໄຊຍະບູລີ ສອບເສັງຄັດເລືອກທຶນການສຶກສາຕໍ່ ສສ ຫວຽດນາມ ພ້ອມມອບປະກາສະນີຍະບັດແດງ ໃຫ້ແກ່ນັກຮຽນເກັ່ງດີເດັ່ນ ມ.7

21/07/2026

ໃນຕອນເຊົ້າວັນທີ 15 ກໍລະກົດ 2026 ຜ່ານມານີ້, ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໄດ້ຈັດພິທີສອບເສັງຄັດເລືອກນັກຮຽນ ເພື່ອຮັບທຶນການສຶກສາໄປສຶກສາຕໍ່ ທີ່ ສາທາລະນະລັດ ສັງຄົມນິຍົມ (ສສ) ຫວຽດນາມ ປະຈຳສົກຮຽນ 2026-2027 ເປັນກຽດເຂົ້າຮ່ວມ ແລະ ຕັດຊອງຫົວບົດສອບເສັງໃນຄັ້ງນີ້ໂດຍ ທ່ານ ອາເມ ຊົງເຍ້ຽເລັ່ງ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ; ທ່ານ ອິນທີ ຈັນປະເສີດເຮີ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຫົວໜ້າ-ຮອງຂະແໜງ ການ, ພະນັກງານວິຊາການ, ຄະນະກຳມະການຜູ້ຮັບຜິດຊອບ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ການສອບເສັງຄັດເລືອກເອົາທຶນການສຶກສາໄປ ສສ ຫວຽດນາມ ໃນຄັ້ງນີ້, ມີນັກຮຽນຜູ້ທີ່ມີເງື່ອນໄຂ ແລະ ມາດຕະຖານເຂົ້າຮ່ວມສອບເສັງທັງໝົດ 120 ນ້ອງ. ສຳລັບການສອບເສັງແມ່ນໄດ້ແບ່ງອອກເປັນ 2 ພາກວິຊາ ຄື: ພາກເຊົ້າ ສອບເສັງວິຊາ ວິທະຍາສາດທຳມະຊາດ ແລະ ພາກບ່າຍ […]

ຫ້ອງວ່າການສະພາປະຊາຊົນແຂວງຫົວພັນ ມອບລົດຖີບ 15 ຄັນ ຊ່ວຍເຫຼືອນັກຮຽນຮຽນດີ-ທຸກຍາກ ໃນ 3 ໂຮງຮຽນເປົ້າໝາຍ

25/05/2026

ໃນວັນທີ 20 ພຶດສະພາ 2026 ນີ້ ທີ່ສະພາປະຊາຊົນແຂວງຫົວພັນ ໄດ້ຈັດພິທີມອບ-ຮັບລົດຖີບ ຈຳນວນ 15 ຄັນ ໃຫ້ແກ່ ໂຮງຮຽນ ມັດທະຍົມສົມບູນ (ມສ) ຕົວແບບ, ມສ ພັນລາ ແລະ ມສ ພັນຊຳ ເພື່ອແນໃສ່ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກຮຽນທີ່ມີຄວາມຫຍຸ້ງຍາກ ໄດ້ມີພາຫະນະຮັບໃຊ້ໃນການເດີນທາງມາຮຽນ, ​ໃຫ້ກຽດກ່າວມອບໂດຍ ທ່ານ ປອ ຄອນເສີດ ດອນວິໄຊ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງຫົວພັນ ແລະ ກ່າວຮັບໂດຍບັນດາທ່ານຜູ້ຕາງໜ້າຄະນະອຳນວຍການຈາກທັງ 3 ໂຮງຮຽນ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ​ລົດຖີບທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການອຸປະຖຳ ແລະ ຊ່ວຍເຫຼືອຈາກ ມູນນິທິຈີນ ເພື່ອພັດທະນາຊົນນະບົດ (China Foundation for Rural Development) ໂດຍມີຈຸດປະສົງສຳຄັນ ແມ່ນເພື່ອໃຫ້ບັນດາໂຮງຮຽນດັ່ງກ່າວ ນຳໄປແຈກຢາຍ ແລະ ມອບຕໍ່ໃຫ້ແກ່ນ້ອງໆນັກຮຽນ ຜູ້ທີ່ມີຜົນການຮຽນດີ, ຮຽນເກັ່ງ […]

ທີມທະຫານຮາບເລກ 2 ວຽງໄຊ ຄວ້າແຊ໋ມເປຕັງ ຊີງຂັນຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ

25/05/2026

ທີມທະຫານຮາບເລກ 2 ວຽງໄຊ ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ດ້ວຍການຄວ້າແຊ້ມການແຂ່ງຂັນກິລາເປຕັງ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນກຽດຕິຍົດ ຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ ຫຼັງຈາກມີການຊີງໄຊຢ່າງດຸເດືອດ ໃນວັນທີ 23 ພຶດສະພາ 2026 ທີ່ສະໜາມເປຕັງແຂວງຈຳປາສັກ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ. ການແຂ່ງຂັນໃນຄັ້ງນີ້ ມີທີມກິລາເປຕັງຈາກຫຼາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຊີງໄຊທັງໝົດ 64 ທີມ. ຜ່ານການແຂ່ງຂັນຕະຫຼອດ 1 ວັນເຕັມ ຜົນປະກົດວ່າ: ອັນດັບທີ 1 (ຊະນະເລີດ) ທີມທະຫານຮາບເລກ 2 ວຽງໄຊ ຄວ້າຂັນລາງວັນກຽດຕິຍົດ 1 ໜ່ວຍ ພ້ອມເງິນສົດ 10,000,000 ກີບ; ອັນດັບທີ 2 ທີມເທ້ ອອກແບບກໍ່ສ້າງ […]

ແຂວງອຸດົມໄຊ ຈັດກິດຈະກຳວັນບານເຕະເຍົາວະຊົນ ປະຈຳປີ 2026 ຢ່າງຄຶກຄື້ນ

25/05/2026

ວັນທີ 23 ພຶດສະພາ 2026, ແຂວງອຸດົມໄຊ ໄດ້ຈັດກິດຈະກຳວັນບານເຕະຮາກຖານເຍົາວະຊົນ ຫຼື AFC Grassroots Football Day ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ທີ່ສະໜາມກິລາແຂວງອຸດົມໄຊ ເພື່ອມຸ່ງເນັ້ນການສ້າງພື້ນຖານ ແລະ ຄັດເລືອກນັກກິລາບານເຕະລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ. ໃຫ້ກຽດເຂົ້າຮ່ວມໃນພິທີເປີດຄັ້ງນີ້ໂດຍ ທ່ານ ສີທອງ ທັນຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ພ້ອມດ້ວຍຄະນະສະຫະພັນກິລາບານເຕະແຂວງ, ຄູຝຶກ, ແລະ ນັກກິລາເຍົາວະຊົນ ພາຍໃນເທດສະບານເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ຄຳສຸກ ສະຣິດທິລາດ ຮອງປະທານສະຫະພັນບານເຕະແຂວງອຸດົມໄຊ ໄດ້ຂຶ້ນກ່າວເຖິງຄວາມສຳຄັນ ແລະ ຈຸດປະສົງຫຼັກຂອງກິດຈະກຳໃນຄັ້ງນີ້ວ່າ: ເພື່ອພັດທະນາທັກສະພື້ນຖານກິລາບານເຕະໃຫ້ແກ່ເຍົາວະຊົນຢ່າງຖືກຕ້ອງຕາມຂັ້ນຕອນ ແລະ ເປັນລະບົບ, ພ້ອມທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຄູຝຶກພາຍໃນແຂວງ. ນອກຈາກການເຝິກຝົນທາງດ້ານເຕັກນິກແລ້ວ, ກິດຈະກຳນີ້ຍັງແນໃສ່ສົ່ງເສີມໃຫ້ເຍົາວະຊົນມີສຸຂະພາບຮ່າງກາຍທີ່ແຂງແຮງ, ສ້າງຄວາມຮັກແພງສາມັກຄີ, […]

ປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ

25/05/2026

ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນ ຕົວແບບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2026 ນີ້, ທີ່ໂຮງຮຽນດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພ້ອມດ້ວຍຄະນະ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະກິລານະຄອນ ຫຼວງພະບາງ, ຕະຫຼອດຮອດບັນດານາຍບ້ານອ້ອມຂ້າງ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ກ່ອນເລີ່ມພິທີຢ່າງເປັນທາງການ, ທ່ານປະທານ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ເດີນຢ້ຽມຊົມຫ້ອງສະໝຸດ ແລະ ຫ້ອງຮຽນພາຍໃນໂຮງຮຽນ ເພື່ອຕິດຕາມເບິ່ງສະພາບແວດລ້ອມການຮຽນ-ການສອນຕົວຈິງ ຈາກນັ້ນ ກໍໄດ້ຮັບຊົມການສະແດງສິລະປະວັນນະຄະດີອັນຈົບງາມ ແລະ ອ່ອນຊ້ອນ ຈາກນ້ອງໆນັກຮຽນໂຮງຮຽນປະຖົມສົມບູນ ຫຼວງພະບາງ ເພື່ອເປັນການສະຫຼອງພິທີດັ່ງກ່າວ.ພ້ອມດຽວກັນນີ້ ຍັງໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ, ຜູ້ບໍລິຫານ, ຄູ-ອາຈານ ແລະອົງການປົກຄອງບ້ານ,ທຸກພາກສ່ວນ ທີ່ມີຜົນງານດີເດັ່ນ ແລະ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະກອບສ່ວນພັດທະນາການສຶກສາ […]

ສຕຂ ສາລະວັນ ຈັບມື ບໍລິສັດ ລາຊາສະປອດ ຍົກລະດັບວົງການບານເຕະພາຍໃນແຂວງ ແລະ ສົ່ງເສີມຜະລິດຕະພັນລາວ

25/05/2026

ສະຫະພັນກິລາບານເຕະແຂວງ ຫຼື ສຕຂ ສາລະວັນ ໄດ້ບັນລຸຂໍ້ຕົກລົງຄັ້ງສຳຄັນ ດ້ວຍການເຊັນສັນຍາຮ່ວມມືຢ່າງເປັນທາງການກັບ ບໍລິສັດ ລາຊາສະປອດ (LAZA SPORT) ຜູ້ໃຫ້ບໍລິການເຄື່ອງກິລາຄົບວົງຈອນ ແລະ ເສື້ອກິລາພິມລາຍຍອດນິຍົມ ເພື່ອຮ່ວມກັນຊຸກຍູ້ ແລະ ພັດທະນາວຽກງານກິລາບານເຕະພາຍໃນແຂວງໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງແຂງແຮງ. ​ພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ ມີຂຶ້ນລະຫວ່າງ ທ່ານ ໂພທິຍາ ວົງຈອມສີ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາບານເຕະແຂວງສາລະວັນ ແລະ ທ່ານ ໄຊພອນ ແກ້ວບົວລະພາ ຜູ້ອຳນວຍການບໍລິສັດ ລາຊາສະປອດ, ມີ ທ່ານ ສຸລັດ ອິນທະວົງ ແລະ ທ່ານ ສຸກທະວີ ຈັນທະວີລາດ ຮອງປະທານສະຫະພັນບານເຕະແຂວງສາລະວັນ ຕະຫຼອດຮອດຄະນະບໍລິຫານງານສະຫະພັນບານເຕະແຂວງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ. ​​ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອຍົກລະດັບມາດຕະຖານວຽກງານກິລາບານເຕະພາຍໃນແຂວງສາລະວັນ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ. ພ້ອມດຽວກັນນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນປະເທດ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ເປັນການສ້າງບາດກ້າວໃໝ່ໃນການພັດທະນາກິລາຮ່ວມກັບພາກເອກະຊົນ. ເຊິ່ງ​ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, […]