ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນ ຕົວແບບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2026 ນີ້, ທີ່ໂຮງຮຽນດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພ້ອມດ້ວຍຄະນະ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະກິລານະຄອນ ຫຼວງພະບາງ, ຕະຫຼອດຮອດບັນດານາຍບ້ານອ້ອມຂ້າງ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ. ກ່ອນເລີ່ມພິທີຢ່າງເປັນທາງການ, ທ່ານປະທານ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ເດີນຢ້ຽມຊົມຫ້ອງສະໝຸດ ແລະ ຫ້ອງຮຽນພາຍໃນໂຮງຮຽນ ເພື່ອຕິດຕາມເບິ່ງສະພາບແວດລ້ອມການຮຽນ-ການສອນຕົວຈິງ ຈາກນັ້ນ ກໍໄດ້ຮັບຊົມການສະແດງສິລະປະວັນນະຄະດີອັນຈົບງາມ ແລະ ອ່ອນຊ້ອນ ຈາກນ້ອງໆນັກຮຽນໂຮງຮຽນປະຖົມສົມບູນ ຫຼວງພະບາງ ເພື່ອເປັນການສະຫຼອງພິທີດັ່ງກ່າວ.ພ້ອມດຽວກັນນີ້ ຍັງໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ, ຜູ້ບໍລິຫານ, ຄູ-ອາຈານ ແລະອົງການປົກຄອງບ້ານ,ທຸກພາກສ່ວນ ທີ່ມີຜົນງານດີເດັ່ນ ແລະ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະກອບສ່ວນພັດທະນາການສຶກສາ […]