Skip to main content

ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026

14/09/2026

ໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມ ວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ປີ 2026 ໂດຍການເປັນປະທານຂອງ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກຈາກພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເປົ້າໝາຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບ ພາບລວມ, ຄວາມສໍາຄັນ ແລະ ພາລະບົດບາດຂອງ CPD ຕາມຮູບແບບຂອງໂຄງການ iTEAM2. ພ້ອມກັນນັ້ນ, ຍັງໄດ້ເຝິກປະຕິບັດການນຳໃຊ້ເຄື່ອງມືອອນລາຍ, ຮຽນຮູ້ເອກະສານອ້າງອີງ ແລະ ການດຳເນີນກອງປະຊຸມສ້າງແຜນ CPD ຂັ້ນເມືອງ ພ້ອມກັນນັ້ນຍັງຈະໄດ້ລາຍງານແຜນກິດຈະກຳ CPD ຂັ້ນໂຮງຮຽນຂອງເມືອງເປົ້າໝາຍ, […]

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ

14/09/2026

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ອົງການ Action Education ກ່ຽວກັບໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ (Start Smart Schools for Foundational Learning) ໄດ້ມີຂຶ້ນໃນວັນທີ 7 ກັນຍາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ຄໍາ ຂັນທະວີວອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ […]

ສກຂ ສະຫວັນນະເຂດ ສະຫຼຸບວຽກງານບໍລິຫານການສຶກສາ ສົກຮຽນ 2025-2026 ແລະ ວາງທິດທາງ ສົກຮຽນ 2026-2027

08/09/2026

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສະຫວັນນະເຂດ ເພື່ອສະຫຼຸບປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ກັນຍາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ບັນດາທ່ານຮອງຫົວໜ້າພະແນກການໃນຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ສກຂ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ ສກຂ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສກຂ, ຄະນະພະແນກການເງິນແຂວງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, […]

ສກຂ ອັດຕະປື ໄຂສົກຮຽນໃໝ່ 2026-2027, ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນ

07/09/2026

ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ )ອັດຕະປື ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດການສຶກສາທົ່ວແຂວງອັດຕະປື ຢ່າງສົມກຽດ ໃນວັນທີ 4 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື, ມີທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນໍາພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ໃນພິທີ, ທ່ານ ອຸດົມສິນ ສີຊານົນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນໄລຍະຜ່ານມາ ວ່າ: ໃນສົກຮຽນຜ່ານມາ, ຂະແໜງສຶກສາ ແລະ ກິລາແຂວງ […]

ໂຮງຮຽນມັດທະຍົມສົມບູນນາໄຊ ໄຂສົກຮຽນໃໝ່ 2026-2027 ພ້ອມຕັ້ງເປົ້າບຳລຸງນັກຮຽນຮອບດ້ານ ແລະ ສືບຕໍ່ສ້າງໂຮງຮຽນສີຂຽ

03/09/2026

ໃນທ່າມກາງບັນຍາກາດການໄຂສົກຮຽນໃໝ່ ສົກຮຽນ 2026-2027 ໄດ້ໄຂຂຶ້ນຢ່າງເປັນທາງການ ພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 1 ກັນຍາ 2026, ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ມີບັນຍາກາດຄືນຄື້ນ. ສຳລັບໂຮງຮຽນມັດທະຍົມສົມບູນ (ມສ) ນາໄຊ ເມືອງ ແລະ ແຂວງສາລະວັນ ມີຄວາມພ້ອມຮອບດ້ານໃນການໄຂສົກຮຽນໃໝ່ ໂດຍສະເພາະອາຄານສະຖານທີ່, ສື່ການຮຽນ-ການສອນ, ອຸປະກອນຕ່າງໆ ແລະ ແຜນດຳເນີນກິດຈະກຳຕ່າງໆ, ພ້ອມທັງຕັ້ງເປົ້າໝາຍສຸມໃສ່ວຽກງານຫຼາຍດ້ານໃຫ້ບັນລຸ. ທ່ານ ໜູໄຊ ວົງຄໍາ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນນາໄຊ ເມືອງສາລະວັນ ໃຫ້ສຳພາດວ່າ: ໂດຍປະຕິບັດແຜນການດຳເນີນງານ ປະຈຳປີ ຂອງໂຮງຮຽນ ໄດ້ກະກຽມຄວາມພ້ອມຮອບດ້ານ ນັບແຕ່ວັນທີ 24 ສິງຫາ 2026 ເປັນຕົ້ນມາ ເພື່ອຮອງຮັບໃຫ້ແກ່ການໄຂສົກຮຽນໃໝ່ ເປັນຕົ້ນ ລົງທະບຽນນັກຮຽນທັງໃໝ່ ແລະ ເກົ່າ, ອອກແຮງງານອະນາໄມໂຮງຮຽນ ແລະ ປຶກສາຫາລື ເພື່ອກະກຽມຄວາມພ້ອມ, ໃນນັ້ນ ດ້ານການບໍລິຫານ ແລະ ວິຊາການ, ສຳເລັດການແບ່ງຊົ່ວໂມງສອນ, ການແຕ່ງຕັ້ງຄູປະຈຳຫ້ອງ, […]

ແຂວງໄຊຍະບູລີ ໄຂສົກຮຽນໃໝ່ ສົກຮຽນ 2026-2027

03/09/2026

ໃນຕອນເຊົ້າຂອງວັນທີ 1ກັນຍາ 2026 ນີ້ ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນໄຊຍະບູລີ ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາກໍາມະການພັກແຂວງ, ສະພາປະຊາຊົນແຂວງ, ບັນດາຫົວໜ້າພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ, ພະນັກງານ, ທະຫານ, ຕໍາຫຼວດ, ອຳນາດການປົກຄອງບ້ານ, ສະມາຄົມພໍ່ແມ່ນັກຮຽນ, ນັກຮຽນ ແລະ ພໍ່ແມ່ປະຊາຊົນ ຊາວແຂວງໄຊຍະບູລີ ເຂົ້າຮ່ວມ. ໃນພິທີ, ທ່ານ ເພັງນິລັນ ຄຳພັນເພັງ ໄດ້ຂຶ້ນປາໄສຕໍ່ພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ທົ່ວແຂວງໄຊຍະບູລີບາງຕອນທ່ານໄດ້ກ່າວວ່າ: ວັນທີ 1 ກັນຍາ ຂອງທຸກໆປີ ເປັນມື້ໄຂສົກຮຽນໃໝ່ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະກໍຄືແຂວງໄຊຍະບູລີ. ຈຸດປະສົງກໍເພື່ອປະກາດໃຫ້ທົ່ວສັງຄົມຮັບຮູ້ວ່າ ໂຮງຮຽນທຸກແຫ່ງໄດ້ເປີດປະຕູຕ້ອນຮັບນ້ອງນັກຮຽນ ແລະ ກິດຈະກໍາການຮຽນ-ການສອນ; ຜູ້ບໍລິຫານການສຶກສາ-ກິລາ, ຄູ-ອາຈານ ແລະ […]

ເມືອງອາດສະພັງທອງ ໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ

03/09/2026

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນໂພນຜາງ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ ໄດ້ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2026-2027 ຢ່າງເປັນທາງການ ຕາມທິດຊີ້ນຳຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເພື່ອປະກາດເລີ່ມຕົ້ນປີການສຶກສາໃໝ່ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ຄູ-ອາຈານ ພ້ອມດ້ວຍນັກຮຽນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງອາດສະພັງທອງ, ມີປະທານ-ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຫ້ອງວ່າການເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຄະນະຄູ-ອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ທິດໂອ້ລົມ ແລະ ເນັ້ນໃສ່ 3 ດ້ານສຳຄັນ ຄື: ຄະນະບໍລິຫານ ແລະ ຄູ-ອາຈານໃຫ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການປັບປຸງຄຸນນະພາບການຮຽນ-ການສອນ, ຕິດຕາມເບິ່ງແຍງນັກຮຽນຢ່າງໃກ້ຊິດ ແລະ ພັດທະນາຕົນເອງດ້ານວິຊາການຢ່າງຕໍ່ເນື່ອງ, ຕັ້ງອົກຕັ້ງໃຈຮ່ຳຮຽນ, ມີລະບຽບວິໄນ, […]

ແຂວງວຽງຈັນ ເປີດສົກຮຽນໃໝ່ 2026-2027 ເອກະພາບກັນທົ່ວປະເທດ ພ້ອມສຸມໃສ່ 2 ສ້າງ ແລະ 4 ແຜນງານ ປັບປຸງຄຸນນະພາບການສຶກສາ

03/09/2026

ແຂວງວຽງຈັນ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກຮຽນ 2026-2027 ພ້ອມກັນທົ່ວປະເທດຢ່າງເປັນທາງການ ໃນວັນທີ 1 ກັນຍາ 2026 ທີ່ໂຮງຮຽນ ມສ ໂພນໂຮງ ເມືອງໂພນໂຮງ ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວົງ ບຸນຊູ ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສິງຄໍາ ສີຫາລາດ ຮອງປະທານຄະນະກໍາມະການປົກຄອງເມືອງໂພນໂຮງ ພ້ອມດ້ວຍຄະນະນໍາທຸກຂັ້ນ, ບັນດາຄູອາຈານ, ຄະນະພັດທະນາການສຶກສາ ແລະ ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ, ທ່ານ ປອ ຄໍາ ຂັນທະວີວອນ ໄດ້ກ່າວວ່າ: ການຈັດຕັ້ງການຮຽນສອນ ໄດ້ເລີ່ມເປີດສົກຮຽນໃໝ່, ໂດຍລວມ ແມ່ນວັນທີ 1 ກັນຍາຂອງທຸກໆປີ, ຜູ້ບໍລິຫານການສຶກສາທຸກຂັ້ນ ລວມທັງຜູ້ອໍານວຍການ ແລະ ຄູອາຈານ ໄດ້ເອົາໃຈໃສ່ສ້າງທຸກເງື່ອນໄຂໃນການກະກຽມໄຂສົກຮຽນໃໝ່ຢ່າງມີບັນຍາກາດ ແລະ ເປັນຂະບວນຟົດຟື້ນ. ເພື່ອໃຫ້ເຫັນໄດ້ໃນການຈັດຕັ້ງປະຕິບັດວຽກງານການສຶກສາຢູ່ແຂວງວຽງຈັນ […]

ສກຂ ຜົ້ງສາລີ ຈັດພິທີມອບ-ຮັບໜ້າທີ່ ພ້ອມສັບຊ້ອນພະນັກງານໄປປະຕິບັດໜ້າທີ່ຢູ່ຂັ້ນຕາແສງ

03/09/2026

ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ (ສກຂ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຮອງຫົວໜ້າພະແນກ ແລະ ຫົວໜ້າພະແນກ ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງສະຖິຕິ-ແຜນການ ແລະ ການຮ່ວມມືຕ່າງປະເທດ ເພື່ອສັບຊ້ອນໄປປະຕິບັດໜ້າທີ່ຢູ່ຂັ້ນຕາແສງ ຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ເພື່ອບັນຈຸເຂົ້າໃນໂຄງປະກອບອົງຄະນະພັກຕາແສງ ສະບັບເລກທີ 390/ຄພຂ, ລົງວັນທີ 21 ກໍລະກົດ 2026. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 31 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ຈິດປັນຍາ, ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ; ໂດຍມີບັນດາຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ສອນ […]

ແຂວງບໍ່ແກ້ວ ໄຂສົກຮຽນໃໝ່ 2026-2027 ຢ່າງເປັນທາງການ

03/09/2026

ໃນວັນທີ 1 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ທີ່ຫໍວັດທະນະທໍາແຂວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄໍາແສງ ສຸລິຍະວົງ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງ ແຂວງບໍ່ແກ້ວ, ມີກຳມະການພັກແຂວງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ຜູ້ບໍລິຫານການສຶກສາ ພາກລັດ-ເອກະຊົນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ໄດ້ຜ່ານຖະແຫຼງການຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ (08 ກັນຍາ 1966 – 08 ກັນຍາ 2026), ຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ […]