WHO ປະກາດພາວະສຸກເສີນ “ອີໂບລາສາຍພັນຫາຍາກ” ລະບາດໃນ ຄອງໂກ-ຢູກັນດາ ອາດແຜ່ລາມກວ້າງກວ່າທີ່ຄິດ ຫຼັງພົບຄວາມຊັກຊ້າໃນການຮັບມື

ອົງການອະນາໄມໂລກ (WHO) ໄດ້ປະກາດພາວະສຸກເສີນດ້ານສາທາລະນະສຸກລະດັບສາກົນ (PHEIC) ໃນວັນອາທິດ (17 ພຶດສະພາ 2026) ຜ່ານມາ ຫຼັງຈາກກວດພົບການລະບາດຂອງເຊື້ອໄວຣັສ ອີໂບລາ (Ebola) ໃນ ສາທາລະນະລັດ ປະຊາທິປະໄຕ ຄອງໂກ (DR Congo) ແລະ ປະເທດຢູກັນດາ (Uganda) ເຊິ່ງໃນຂະນະນີ້ພົບຜູ້ຕ້ອງສົງໄສຕິດເຊື້ອແລ້ວຫຼາຍກວ່າ 300 ຄົນ ແລະ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 88 ຄົນ.
ຢ່າງໃດກໍຕາມ, ອົງການອະນາໄມໂລກ ໄດ້ຊີ້ແຈງຜ່ານທະວິດເຕີ ຫຼື X (Twitter) ວ່າ: “ການລະບາດໃນຄັ້ງນີ້ ຍັງບໍ່ທັນເຂົ້າຂ່າຍເປັນພາວະສຸກເສີນລະດັບໂລກ ຄືກັນກັບການລະບາດໃຫຍ່ຂອງໂຄວິດ-19 (COVID-19) ແລະ ໃນປັດຈຸບັນຍັງບໍ່ມີມາດຕະການແນະນຳໃຫ້ປິດປະເທດແຕ່ຢ່າງໃດ.”
4 ຈຸດສຳຄັນທີ່ຕ້ອງຕິດຕາມ:
- ສາຍພັນທີ່ບໍ່ມີຢາຮັກສາ: ເຊື້ອທີ່ລະບາດແມ່ນ “ໄວຣັສບຸນດິໂບກຽວ” (Bundibugyo virus) ເຊິ່ງເປັນສາຍພັນອີໂບລາທີ່ພົບໄດ້ຍາກ ແລະ ຍັງບໍ່ມີຢາຮັກສາ ຫຼື ວັກຊີນປ້ອງກັນໂດຍກົງ (ວັກຊີນທີ່ມີຢູ່ປ້ອງກັນໄດ້ສະເພາະສາຍພັນ Zaire ເທົ່ານັ້ນ).
- ຄວາມຊັກຊ້າໃນການເຕືອນໄພ: ການລະບາດເລີ່ມຂຶ້ນຕັ້ງແຕ່ທ້າຍເດືອນເມສາ ແຕ່ເຈົ້າໜ້າທີ່ໄດ້ຮັບການແຈ້ງເຕືອນຜ່ານທາງສື່ສັງຄົມອອນລາຍ (Social Media) ຊ້າເກີນໄປ ເຊິ່ງໃນເວລານັ້ນມີຜູ້ເສຍຊີວິດໄປແລ້ວເຖິງ 50 ຄົນ.
- ຄວາມສ່ຽງແຜ່ລາມເປັນວົງກວ້າງ: ພົບຜູ້ຕິດເຊື້ອໃນເມືອງຫຼວງຂອງທັງສອງປະເທດ (ກິນຊາຊາ ໃນຄົງໂກ ແລະ ກຳປາລາ ໃນຢູກັນດາ) ເຮັດໃຫ້ WHO ຫວັ່ນວ່າມີຜູ້ຕິດເຊື້ອຈິງສູງກວ່າຕົວເລກທີ່ລາຍງານ.
- ອຸປະສັກຈາກສົງຄາມ ແລະ ບໍ່ແຮ່: ຄວາມຮຸນແຮງຈາກກຸ່ມຕິດອາວຸດ ແລະ ການເຄື່ອນຍ້າຍຂອງແຮງງານບໍ່ແຮ່ ເຮັດໃຫ້ການກັກຕົວ ແລະ ການຕິດຕາມຜູ້ສຳຜັດ (Contact Tracing) ເປັນໄປໄດ້ຍາກທີ່ສຸດ.
ຕົ້ນກຳເນີດ ແລະ ຄວາມຊັກຊ້າໃນການກວດພົບ
ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາຟຣິກາ (Africa CDC) ເປີດເຜີຍວ່າ ການລະບາດຄັ້ງນີ້ໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ທ້າຍເດືອນເມສາ 2026.
- ຜູ້ປ່ວຍຄົນທຳອິດ: ເປັນຊາຍອາຍຸ 59 ປີ ທີ່ເລີ່ມສະແດງອາການໃນວັນທີ 24 ເມສາ ແລະ ເເສຍຊີວິດໃນວັນທີ 27 ເມສາ ຢູ່ໂຮງໝໍໃນແຂວງອິຕູຣີ (Ituri).
- ຄວາມຊັກຊ້າ: ເຈົ້າໜ້າທີ່ສາທາລະນະສຸກໄດ້ຮັບການແຈ້ງເຕືອນກ່ຽວກັບການລະບາດຄັ້ງນີ້ຜ່ານທາງສື່ສັງຄົມອອນລາຍ (Social Media) ໃນວັນທີ 5 ພຶດສະພາ ເທົ່ານັ້ນ, ເຊິ່ງໃນເວລານັ້ນມີຜູ້ເສຍຊີວິດໄປແລ້ວເຖິງ 50 ຄົນ. ຄວາມຊັກຊ້ານີ້ເຮັດໃຫ້ເຊື້ອໄວຣັດມີເວລາແຜ່ລາມໄປສູ່ເຂດອື່ນໆ ໂດຍບໍ່ໄດ້ຮັບການຄວບຄຸມແຕ່ຫົວທີ.
ດຣ. ຊີນ ເຄຊີຢາ (Dr. Jean Kaseya) ຜູ້ອຳນວຍການ Africa CDC ລະບຸວ່າ ປັດຈຸບັນຍັງບໍ່ສາມາດລະບຸຕົວ “ຜູ້ປ່ວຍຄົນທຳອິດ” (Index Case) ຂອງການລະບາດຄັ້ງນີ້ໄດ້ຢ່າງຊັດເຈນ ເຊິ່ງໝາຍຄວາມວ່າ ເຈົ້າໜ້າທີ່ຍັງບໍ່ສາມາດປະເມີນໄດ້ວ່າການລະບາດໃນຄັ້ງນີ້ມີຄວາມຮຸນແຮງ ແລະ ແຜ່ລາມໄປຮອດຂັ້ນໃດແລ້ວ.
ພົບການລະບາດໃນເມືອງຫຼວງ ບົ່ງຊີ້ການແຜ່ລາມເປັນວົງກວ້າງ
ໜ້າເປັນຫ່ວງແມ່ນ ມີລາຍງານການກວດພົບຜູ້ປ່ວຍທີ່ໄດ້ຮັບການຢືນຢັນຜົນວິເຄາະທາງຫ້ອງທົດລອງໃນ ນະຄອນຫຼວງກິນຊາຊາ (Kinshasa) ຂອງຄົງໂກ ເຊິ່ງເປັນເມືອງທີ່ຢູ່ຫ່າງຈາກຈຸດສູນກາງການລະບາດ (ໃນແຂວງອິຕູຣີ) ເຖິງ 1,000 ກິໂລແມັດ. ຜູ້ປ່ວຍຄົນດັ່ງກ່າວມີປະຫວັດການເດີນທາງໄປແຂວງອິຕູຣີ ເຊິ່ງຈຸດນີ້ສະແດງໃຫ້ເຫັນວ່າ ເຊື້ອໄວຣັດອາດຈະແຜ່ລະບາດເປັນວົງກວ້າງແລ້ວ.
ນອກຈາກນັ້ນ, ຍັງພົບຜູ້ຕ້ອງສົງໄສຕິດເຊື້ອອີກຈຳນວນໜຶ່ງໃນ ແຂວງກີວູເໜືອ (North Kivu) ເຊິ່ງເປັນແຂວງທີ່ມີປະຊາກອນໜາແໜ້ນ ແລະ ມີຊາຍແດນຕິດກັບແຂວງອິຕູຣີ.
ຂະນະດຽວກັນ, ປະເທດຢູກັນດາ ກໍໄດ້ຢືນຢັນການພົບຜູ້ຕິດເຊື້ອ 2 ຄົນ ທີ່ເດີນທາງມາຈາກຄົງໂກ ໂດຍໜຶ່ງໃນນັ້ນໄດ້ເສຍຊີວິດແລ້ວໃນ ນະຄອນຫຼວງກຳປາລາ (Kampala).
ທ່ານ ເທດຣົດ ອັດຮານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ຜູ້ອຳນວຍການໃຫຍ່ຂອງ WHO ກ່າວວ່າ: “ຍັງມີຄວາມບໍ່ແນ່ນອນສູງຫຼາຍກ່ຽວກັບຈຳນວນຜູ້ຕິດເຊື້ອທີ່ແທ້ຈິງ ແລະ ການເຊື່ອມໂຍງທາງດ້ານລະບາດວິທະຍາໃນປັດຈຸບັນ.”
ທັງນີ້, ອັດຕາຜົນກວດທີ່ເປັນບວກ (Positive rate) ທີ່ຢູ່ໃນລະດັບສູງ, ການລະບາດຂ້າມແດນໄປຫາຢູກັນດາ ແລະ ການພົບກຸ່ມຜູ້ເສຍຊີວິດ (Death clusters) ກະຈັດກະຈາຍທົ່ວແຂວງອິຕູຣີ ລ້ວນແຕ່ເປັນສັນຍານບົ່ງຊີ້ວ່າ ການລະບາດຕົວຈິງອາດຈະກວ້າງຂວາງກວ່າຕົວເລກທີ່ໄດ້ຮັບການລາຍງານໃນຂະນະນີ້ ແລະ ມີຄວາມສ່ຽງສູງທີ່ຈະລະບາດໃນລະດັບພາກພື້ນ.
ຮູ້ຈັກກັບ “ໄວຣັດບຸນດິໂບກຽວ” ສາຍພັນຫາຍາກ ທີ່ຍັງບໍ່ມີຢາຮັກສາ
- ຄວາມຮ້າຍແຮງ: ອີໂບລາ ເປັນໂຣກຕິດຕໍ່ຮ້າຍແຮງ ແລະ ແຜ່ລະບາດໄດ້ໄວ ຜ່ານການສຳຜັດກັບທາດແຫຼວໃນຮ່າງກາຍ ເຊັ່ນ: ເລືອດ, ຮາກ ຫຼື ນ້ຳອະສຸຈິ. ແມ້ວ່າຈະເປັນໂຣກທີ່ພົບໄດ້ຍາກ ແຕ່ມີອັດຕາການເສຍຊີວິດສູງ (ສະເລ່ຍປະມານ 50%).
- ສາຍພັນທີ່ກວດພົບ: ການລະບາດຄັ້ງນີ້ ມີສາເຫດມາຈາກ “ໄວຣັສບຸນດິໂບກຽວ” (Bundibugyo virus) ເຊິ່ງເປັນສາຍພັນອີໂບລາທີ່ພົບໄດ້ຍາກທີ່ສຸດ ແລະ ຍັງບໍ່ມີຢາຮັກສາ ຫຼື ວັກຊີນປ້ອງກັນໂດຍກົງ ໃນປັດຈຸບັນ (ວັກຊີນ Ervebo ທີ່ມີຢູ່ໃນປັດຈຸບັນ ສາມາດປ້ອງກັນໄດ້ສະເພາະສາຍພັນຊາອີ (Zaire) ເທົ່ານັ້ນ).
- ປະຫວັດການລະບາດ: ຜ່ານມາ ເຄີຍມີການລະບາດຂອງອີໂບລາໃນ ຄົງໂກ ແລະ ຢູກັນດາ ຫຼາຍກວ່າ 20 ຄັ້ງ, ແຕ່ຄັ້ງນີ້ຖືເປັນພຽງ ຄັ້ງທີ 3 ເທົ່ານັ້ນ ທີ່ກວດພົບສາຍພັນ “ບຸນດິໂບກຽວ”.
- ສະຖິຕິການລະບາດໃນອະດີດ ຂອງສາຍພັນບຸນດິໂບກຽວ:
- ຄັ້ງທີ 1 (ປີ 2007-2008): ພົບໃນຢູກັນດາ, ຕິດເຊື້ອ 149 ຄົນ, ເສຍຊີວິດ 37 ຄົນ.
- ຄັ້ງທີ 2 (ປີ 2012): ພົບໃນເມືອງອິຊິໂຣ ປະເທດຄົງໂກ, ຕິດເຊື້ອ 57 ຄົນ, ເສຍຊີວິດ 29 ຄົນ.
ຄວາມທ້າທາຍໃຫຍ່ໃນການຄວບຄຸມການລະບາດ
ຜູ້ຊ່ຽວຊານດ້ານສາທາລະນະສຸກລະບຸວ່າ ການຄວບຄຸມການລະບາດໃນຄັ້ງນີ້ມີຄວາມຫຍຸ້ງຍາກ ແລະ ທ້າທາຍສູງ ຍ້ອນຫຼາຍປັດໄຈ:
- ບັນຫາຄວາມໝັ້ນຄົງ ແລະ ສົງຄາມ: ພື້ນທີ່ລະບາດທາງພາກຕາເວັນອອກຂອງຄົງໂກ ເປັນເຂດທີ່ມີຄວາມຂັດແຍ່ງ ແລະ ມີການໂຈມຕີຈາກກຸ່ມຕິດອາວຸດຢ່າງຕໍ່ເນື່ອງ ເຮັດໃຫ້ເຈົ້າໜ້າທີ່ການແພດເຂົ້າເຖິງພື້ນທີ່ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ (Contact tracing) ໄດ້ຍາກ.
- ການເຄື່ອນຍ້າຍຂອງປະຊາກອນ: ພື້ນທີ່ດັ່ງກ່າວເປັນແຫຼ່ງຂຸດຄົ້ນບໍ່ແຮ່ ເຊິ່ງມີແຮງງານເຄື່ອນຍ້າຍໄປມາຕະຫຼອດເວລາ ທັງພາຍໃນປະເທດ ແລະ ຂ້າມຊາຍແດນໄປຢູກັນດາ ພ້ອມທັງຊູດານໃຕ້.
- ການກັກກັນຕົວເຮັດໄດ້ຍາກ: ດຣ. ຊີນ ເຄຊີຢາ ເປີດເຜີຍວ່າ ຈຳນວນຜູ້ປ່ວຍທີ່ຍັງຮັກສາຕົວຢູ່ໃນໂຮງໝໍຊຸມຊົນມີຈຳນວນສູງຫຼາຍ ໂດຍສະເພາະຢູ່ເມືອງມົງວາລູ (Mongbwalu) ເຊິ່ງເປັນຈຸດເລີ່ມຕົ້ນການລະບາດ ເຮັດໃຫ້ການກັກກັນຕົວ (Quarantine) ແລະ ການຕິດຕາມຜູ້ສຳຜັດມີຄວາມສັບສົນ.
- ຄວາມສ່ຽງຕໍ່ບຸກຄະລາກອນທາງການແພດ: ໃນປັດຈຸບັນ ມີລາຍງານການເສຍຊີວິດຂອງເຈົ້າໜ້າທີ່ສາທາລະນະສຸກແລ້ວຢ່າງໜ້ອຍ 4 ຄົນ ຍ້ອນການຕິດເຊື້ອໃນຂະນະປະຕິບັດໜ້າທີ່, ສະທ້ອນໃຫ້ເຫັນເຖິງຊ່ອງຫວ່າງໃນການປ້ອງກັນການຕິດເຊື້ອໃນໂຮງໝໍ.
ຈຸດປະສົງຂອງການປະກາດພາວະສຸກເສີນ ແລະ ບົດຮຽນຈາກອະດີດ
ການທີ່ອົງການອະນາໄມໂລກ (WHO) ປະກາດພາວະສຸກເສີນໃນຄັ້ງນີ້ ແມ່ນມີເປົ້າໝາຍເພື່ອ ກະຕຸ້ນ ແລະ ເລັ່ງໃຫ້ໜ່ວຍງານສາກົນ ພ້ອມທັງບັນດາປະເທດຜູ້ບໍລິຈາກທົ່ວໂລກ ເລີ່ມລົງມືປະຕິບັດງານ ແລະ ສະໜອງງົບປະມານຊ່ວຍເຫຼືອຢ່າງຮີບດ່ວນ.
ເຖິງຢ່າງໃດກໍຕາມ, ປະຕິກິລິຍາຕອບສະໜອງຈາກທົ່ວໂລກຕໍ່ກັບການປະກາດພາວະສຸກເສີນໃນຄັ້ງກ່ອນໆ ຜ່ານມາ ແມ່ນຍັງມີຂໍ້ບົກຜ່ອງ ເຊັ່ນ: ກໍລະນີການປະກາດພາວະສຸກເສີນໂລກ ກ່ຽວກັບການລະບາດຂອງຝີດາດລີງ (Mpox) ໃນປີ 2024 ເຊິ່ງຜູ້ຊ່ຽວຊານຊີ້ວ່າ ບໍ່ໄດ້ຊ່ວຍໃຫ້ມີການແຈກຢາຍອຸປະກອນກວດ, ຢາປິ່ນປົວ ຫຼື ວັກຊີນໄປຍັງປະເທດທີ່ໄດ້ຮັບຜົນກະທົບຢ່າງທັນການ ແລະ ວ່ອງໄວເທົ່າທີ່ຄວນ.










