Skip to main content

ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%

02/08/2024

ບໍລິສັດສາຍການບິນຫວຽດເຈັດ (Vietjet) (HOSE: VJC) ໄດ້ລາຍງານໃຫ້ຮູ້ກ່ຽວກັບການເງິນໃນໄລຍະ 6 ເດືອນຕົ້ນປີ 2024 ຊຶ່ງຜົນປະກອບການຂອງ Vietjet ເພີ່ມຂຶ້ນກວ່າໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ໃນປີ 2019 ໂດຍສາຍການບິນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 13,1 ລ້ານຄົນ ດ້ວຍ 70.154 ຖ້ຽວບິນທີ່ປອດໄພ ເຮັດໃຫ້ມີລາຍຮັບສະສົມຈາກການຂົນສົ່ງທາງອາກາດລວມທີ່ 32.893 ພັນຕື້ດົງ (ປະມານ 28 ພັນຕື້ກວ່າກີບ), ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ກໍາໄລກ່ອນຫັກອາກອນໃນໄລຍະນີ້ຢູ່ທີ່ 1.174 ພັນຕື້ດົງ (ປະມານ 1 ພັນຕື້ກີບ), ເພີ່ມຂຶ້ນເຖິງ 690% ເມື່ອທຽບໃສ່ປີຜ່ານມາ. ລາຍຮັບລວມຂອງ Vietjet ໃນເຄິ່ງປີ 2024 ຢູ່ທີ່ 34.016 ພັນຕື້ດົງ (ປະມານ 30 ພັນຕື້ກີບ), ກໍາໄລກ່ອນຫັກອາກອນແມ່ນ 1.311 ພັນຕື້ດົງ (ປະມານ 1,16 ພັນຕື້ກີບ), ກວມເອົາ 15% ແລະ 433% ເມື່ອທຽບປີຕໍ່ປີ ກໍາໄລຖືວ່າເກີນຄາດໝາຍທີ່ວາງໄວ້ເຖິງ 21%.


Vietjet ໄດ້ດໍາເນີນງານບໍລິການເສັ້ນທາງການບິນຫຼາຍກວ່າ 149 ເສັ້ນທາງພາຍໃນປະເທດຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນເສັ້ນທາງພາຍໃນປະເທດມີ 38 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດມີ 111 ເສັ້ນທາງ. ໃນເດືອນກຸມພາ 2024 Vietjet ໄດ້ເປີດສາຍການບິນໃໝ່ ທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ ກັບນະຄອນຫຼວງວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້ເຊື່ອມຕໍ່ເສັ້ນທາງການບິນສຳລັບນັກທ່ອງທ່ຽວຈາກລາວ ທີ່ຈະເດີນທາງຕໍ່ໄປຍັງຈຸດໝາຍປາຍທາງອື່ນໆ ບໍ່ວ່າຈະເປັນປະເທດອົດຕຣາລີ, ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ກາຊັກສະຖານ ແລະອື່ນໆ.
ເມື່ອບໍ່ດົນມານີ້, ບໍລິສັດ Vietjet ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປະກາດຂໍ້ຕົກລົງຊຸກຍູ້ການເຊື່ອມຕໍ່ທາງອາກາດ ລະຫວ່າງ ຫວຽດນາມ ແລະ ລາວ. ໃນປັດຈຸບັນສາຍການບິນກຳລັງດຳເນີນການສ້າງສູນບຳລຸງຮັກສາເຮືອບິນທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບ ສາຍການບິນລາວ ທີ່ສະໜາມບິນສາກົນວັດໄຕ. ຂະນະດຽວກັນ Vietjet Aviation Academy (VJAA) ໄດ້ຢຶດໝັ້ນຍຸດທະສາດ ແລະ ສ້າງວິໄສທັດ ພັດທະນາບຸກຄາລະກອນດ້ານການບິນຕາມມາດຕະຖານສາກົນ. ໃນເຄິ່ງປີທຳອິດ VJAA ໄດ້ຝຶກອົບຮົມໃຫ້ບຸກຄະລາກອນຫຼາຍກວ່າ 43.000 ຄົນ ໃນ 3.898 ຫຼັກສູດ ລວມມີຫຼັກສູດນັກບິນ ແລະ ວິສະວະກອນເຮືອບິນ (CRS). ສະຖາບັນຍັງໄດ້ມອບໃຫ້ຫ້ອງນັກບິນຈໍາລອງເພື່ອເສີມຂະຫຍາຍສະຖານະພາບເປັນສູນຝຶກອົບຮົມນັກບິນສາກົນອັນດັບຕົ້ນຂອງພາກພື້ນ. Vietjet ໄດ້ຕ້ອນຮັບນັກສຶກສາຝຶກງານຫຼາຍຄົນ ມາສຶກສາສະພາບແວດລ້ອມໃນການເຮັດວຽກລະດັບປະເທດ ເພື່ອມອບຄວາມຮູ້ ແລະ ປະສົບການຕົວຈິງໃຫ້ກັບເຂົາເຈົ້າ.

ສາຍການບິນຍັງໄດ້ກຽມຄວາມພ້ອມກັບບັນດາມະຫາວິທະຍາໄລກ່ຽວກັບການປະຖົມນິເທດການເຮັດວຽກໃຫ້ກັບນັກສຶກສາ, ໂດຍແນະນໍາກາລະໂອກາດເຮັດວຽກຢູ່ Vietjet. ເພື່ອສະໜັບສະໜູນການຂະຫຍາຍຕົວການບິນທົ່ວໂລກ, Vietjet ໄດ້ລົງນາມກັບບໍລິສັດ Airbus ສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳ ມູນຄ່າ 7,4 ຕື້ໂດລາ ທີ່ງານວາງສະແດງການບິນສາກົນ (Farnborough) ໃນເດືອນກໍລະກົດ 2024 ຜ່ານມາ. ພ້ອມນີ້ Vietjet ຍັງໄດ້ຮັບກຽດຈາກວາລະສານການເງິນສາກົນ International Finance ໃຫ້ເປັນສາຍການບິນລາຄາທີ່ປະຢັດທີ່ດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ແລະ ສາຍການບິນດີທີ່ສຸດດ້ານການບໍລິຫານການເງິນ ການບິນຂອງຫວຽດນາມ; ສາຍການບິນລາຄາທີ່ປະຢັດສຸດພິເສດ ແລະ ສາຍການບິນດ້ານການບໍລິການເທິງຖ້ຽວບິນໃນລາຄາດີທີ່ສຸດ ໂດຍຈັດອັນດັບໃນ AirlineRatings ແລະ ຕິດຢູ່ໃນລາຍຊື່ 50 ບໍລິສັດທີ່ດີທີ່ສຸດຂອງ Forbes ໃນຫວຽດນາມປະຈຳປີ 2024.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ