ສວສ ກວດຜ່ານ ຮັບຮອງຫຼັກສູດ ປຶ້ມແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ມ.6

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງຫຼັກສູດ, ປຶ້ມແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ຂັ້ນ ມ.6 ເມື່ອວັນທີ 28 ກັນຍາ 2023 ທີ່ສະຖາບັນດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ພ້ອມດ້ວຍຄະນະຜູ້ອຳນວຍການ, ທີມງານຂຽນປື້ມແບບຮຽນ ແລະ ຄູ່ມືຄູ, ຄະນະກຳມະການ, ພະນັກງານ ແລະ ຜູ້ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພາະຄະນະຮັບຜິດຊອບຂຽນປື້ມຄູ່ມືຄູ ຈະໄດ້ພ້ອມກັນປຶກສາຫາລື ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ປັບປຸງເນື້ອໃນບາງອັນທີ່ຍັງບໍ່ທັນສົມບູນ. ສຳລັບພາສາຕ່າງປະເທດ ແມ່ນເປັນເຄື່ອງມືຊະນິດໜຶ່ງໃຫ້ແກ່ຄົນສູ່ຄົນໃນການສື່ສານ ແລະ ການຮຽນພາສາຍີ່ປຸ່ນ ຍັງສາມາດຊ່ວຍໃຫ້ເຮົາຮູ້ໄດ້ເຖິງວັດທະນະທຳຂອງບັນດາປະເທດດັ່ງກ່າວໄດ້ເປັນຢ່າງດີ ແລະ ນຳໃຊ້ເວລາທີ່ມີການສື່ສານພົວພັນເຊິ່ງກັນ ແລະ ກັນ ຊຶ່ງປື້ມຄູ່ມືຄູດັ່ງກ່າວນີ້ ໂດຍລວມແລ້ວແມ່ນມີເນື້ອໃນດີ ເໝາະສົມກັບນັກຮຽນໃນລະດັບ ມ.6. ພ້ອມກັນນັ້ນ, ກໍໃຫ້ຄົ້ນຄວ້າເບິ່ງຄືນບາງເນື້ອໃນ, ປະໂຫຍກ ແລະ ປັບປຸງບາງຄໍາໃຫ້ຖືກຕ້ອງຕາມຄຳສັບຂອງພາສາລາວ ເພື່ອໃຫ້ນັກຮຽນເຂົ້າໃຈງ່າຍ, ຮູບປະກອບກໍຕ້ອງປັບປຸງໃຫ້ແຈ້ງ ແລະ ເບິ່ງເຂົ້າໃຈງ່າຍຂຶ້ນ ແລະ ຫວັງຢ່າງຍິ່ງວ່າພາສາຍີ່ປຸ່ນຈະໄດ້ສືບຕໍ່ສອນໃນຫຼາຍໆໂຮງຮຽນ ແລະ ຫຼາຍແຂວງໃນຂອບເຂດທົ່ວປະເທດ.
ສຳລັບກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຫຼັກສູດ ແລະ ແຜນການສອນ, ປື້ມແບບຮຽນ ແລະ ຄູ່ມືຄູ ຂັ້ນ ມ.6, ວິດີໂອຕົວຢ່າງການຮຽນການສອນຂອງຄູອາຈານ ແລະ ນັກຮຽນ; ຄະນະກຳມະການ ແລະ ຜູ້ເຂົ້າຮ່ວມປະກອບຄຳເຫັນກ່ຽວກັບເນື້ອໃນ, ຮັບຮອງຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູພາສາຍີ່ປຸ່ນ ຂັ້ນ ມ.6 ຢ່າງເປັນທາງການ.
ໂດຍ ບົວລະພາ
















