Skip to main content

ສວສ ຍົກລະດັບຄູຝຶກຂັ້ນແຂວງໃນການນຳໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.3 ແລະ ມ.6 ສຳລັບສູນທີ 2 ພາກກາງ

17/10/2023

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມຄູຂັ້ນແຂວງກ່ຽວກັບການນຳໃຊ້ປື້ມຄູ່ມືຄູ ຂັ້ນ ມ.3 ແລະ ມ.6 ສຳລັບສູນທີ 2 ພາກກາງ ເມື່ອວັນທີ 16 ຕຸລາ 2023 ທີ່ສະໂມສອນວິທະຍາໄລຄູບ້ານເກິນ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ຄຳພັນ ພິມສີປະສົມ ຫົວໜ້າທີມໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP), ທ່ານ ນາງ ຈັນທະມາລາ ສຸທໍາມະວົງ ຜູ້ອໍານວຍການວິທະຍາໄລຄູບ້ານເກິນ ພ້ອມດ້ວຍຜູ້ອຳນວຍການ-ຮອງອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ພະນັກງານອາວຸໂສບຳນານ, ຄູຝຶກ ແລະ ຄູສອນຈາກສະຖາບັນ, ກົມ, ຄູສຶກສານິເທດຊັ້ນມັດທະຍົມຈາກນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງໄຊສົມບູນ, ຄະນະສຶກສາສາດ ມຊ, ວິທະຍາໄລ, ມສ ວຽງຈັນ ແລະ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ມຊ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການເຮັດໃຫ້ຄູເຂົ້າໃຈວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີການກະກຽມບົດສອນສຳລັບຂັ້ນ ມ.3 ແລະ ມ.6 ຕາມປື້ມຄູ່ມືແນະນຳໄດ້ຢ່າງຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ; ຮູ້ນຳໃຊ້ປື້ມຄູ່ມືຄູທີ່ປັບປຸງໃໝ່, ຮູ້ວິທີການຝຶກ ແລະ ໃຫ້ຄຳແນະນຳກ່ຽວກັບການຈັດການຮຽນການສອນ 15 ວິທີທີ່ເນັ້ນການສອນແບບເອົາຜູ້ຮຽນເປັນໃຈກາງ ແລະ ສ້າງຄວາມເຂັ້ມແຂງດ້ານຄວາມຮູ້ ແລະ ຄວາມສາມາດໃນການນຳພາການສິດສອນຂອງຄູ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຈະໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການສອນແບບເອົາຜູ້ຮຽນເປັນໃຈກາງ ເພື່ອເສີມສ້າງການສິດສອນ, ໄດ້ຮູ້ວິທີການນຳໃຊ້ເຕັກນິກການສອນແບບເອົາຜູ້ຮຽນເປັນໃຈກາງ ເພື່ອປັບປຸງຜົນການຮຽນ, ຮູ້ວິທີການນຳໃຊ້ປື້ມຄູ່ມືຄູທີ່ໄດ້ປັບປຸງໃໝ່, ຮຽນຮູ້ວິທີການຝຶກ ແລະ ໃຫ້ຄໍາແນະນໍາກ່ຽວກັບການນຳໃຊ້ວິທີການສອນແບບເອົາຜູ້ຮຽນເປັນໃຈກາງ ແລະ ສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການນໍາພາການສິດສອນຂອງຄູ.

ໃນໂອກາດດັ່ງກ່າວ, ທ່ານ ອຸທິິດ ທິບມະນີ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍສຳຄັນຫຼາຍ ເພາະຄູຝຶກຈາກ 6 ແຂວງທີ່ເຂົ້າຮ່ວມຈະໄດ້ພ້ອມກັນຮຽນຮູ້ວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີການກະກຽມບົດສອນສຳລັບຂັ້ນ ມ.3 ແລະ ມ.6 ຕາມປື້ມຄູ່ມືແນະນຳໄດ້ຢ່າງຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ແລະ ຮູ້ນຳໃຊ້ປື້ມຄູ່ມືຄູທີ່ປັບປຸງໃໝ່, ພ້ອມກັນແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງກົງໄປກົງມາ, ຮຽນຮູ້ ສຶກສາເອົາຄວາມຮູ້ຮ່ວມກັນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງສຳມະນາກອນທີ່ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຟັງຄໍາອະທິບາຍຂອງວິທະຍາກອນທີ່ຖ່າຍທອດອອກໄປຢ່າງຕັ້ງໜ້າ ແນໃສ່ໃຫ້ໄດ້ຄວາມຮູ້ໄປປະກອບເຂົ້າໃນວຽກງານ ແລະ ອາຊີບທີ່ຕົນຮັບຜິດຊອບໃຫ້ໄດ້ຢ່າງຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ.

ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ຮັບຟັງການນໍາສະເໜີກ່ຽວກັບການແນະນໍາຫຼັກສູດໃໝ່ທີ່ເນັ້ນໜັກເຖິງຄວາມຕ້ອງການ ແນໃສ່ເປົ້າໝາຍດ້ານທັກສະຄວາມຮູ້ໃນການສິດສອນ ຖ່າຍທອດຄວາມຮູ້, ຄວາມສຳຄັນຂອງການຈັດກຸ່ມນັກຮຽນ ເພື່ອຮຽນຮູ້ທັກສະໃນສັດຕະວັດທີ 21, ການແນະນຳ Rubrics ເປັນມາດຕະການຂອງການປະຕິບັດ, ການທົດສອບເບື້ອງຕົ້ນ (Pre-testing) ຂອງຜູ້ເຂົ້າຮ່ວມ ໂດຍໃຊ້ Goole Forms ການສອນສາທິດ ໂດຍທີ່ປຶກສາ/ຊ່ຽວຊານ, ແບ່ງກຸ່ມຜູ້ເຂົ້າຮ່ວມ, ສຶກສາວິທີການສອນ, ສຶກສາບົດສອນໂດຍອີງຕາມຄູ່ມືຄູ, ທົດສອບເບື້ອງຕົ້ນຂອງວິທີການສອນ ພ້ອມທັງນຳສະເໜີ ແລະ ສອນສາທິດຕາມບົດຮຽນທີ່ໄດ້ຮຽນມາ ຊຶ່ງວິທີໄດ້ຝຶກອົບຮົມ ປະກອບມີ ວິຊາພາສາລາວ, ຄະນິດສາດ, ເຄມີສາດ, ຟີຊິກສາດ, ຊີວະວິທະຍາ ແລະ ວິຊາພາສາອັງກິດ. ສຳລັບກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 16-20 ຕຸລາ 2023.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ