Skip to main content

ສກຂ ຊຽງຂວາງ ທັດສະນະສຶກສາແລກປ່ຽນບົດຮຽນນໍາຄະນະນຳຂັ້ນສູງ ສສກ

20/10/2023

ຄະນະພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ຊຶ່ງນໍາໂດຍທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກ ສກຂ ພ້ອມຄະນະ ແລະ ທີມງານ ໄດ້ເດີນທາງມານະຄອນຫຼວງວຽງຈັນ ເພື່ອທັດສະນະສຶກສາແລກປ່ຽນບົດຮຽນນໍາຄະນະນຳຂັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນການບໍລິຫານຄຸ້ມຄອງວຽກງານການສຶກສາ ແລະ ກິລາ ເມື່ອວັນທີ 20 ຕຸລາ 2023 ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ມີບັນດາ ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການກະຊວງເຂົ້າຮ່ວມນໍາ.

ໂອກາດນີ້, ຄະນະທີມງານໄດ້ຮັບຟັງການລາຍງານການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023 ຈາກທ່ານ ສີທອງ ສີຂາວ ຮອງຫົວໜ້າກົມແຜນການ ກະຊວງ ສສກ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດບາງດ້ານທີ່ສາມາດຍາດມາໄດ້ ເປັນຕົ້ນແມ່ນ 13 ຄາດໝາຍທີ່ສາມາດຈັດຕັ້ງປະຕິບັດໄດ້ບັນລຸ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກ 5 ປີ ທົ່ວປະເທດ ໃຫ້ບັນລຸ 78%, ອັດຕານັກຮຽນເຂົ້າໃໝ່ ປ.1 ທຽບໃສ່ເດັກ 6 ປີ ໃຫ້ບັນລຸ 95%, ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸ 95%, ອັດຕາປະລະການຮຽນຂອງນັກຮຽນ ປ.1 ບໍ່ໃຫ້ເກີນ 8%, ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມບໍ່ໃຫ້ເກີນ 6%, ອັດຕາຈົບຊັ້ນປະຖົມສຶກສາໃຫ້ບັນລຸ 91%, ອັດຕາເລື່ອນ ປ.5 ຂຶ້ນ ມ.1 ທຽບໃສ່ນັກຮຽນຕົ້ນປີໃຫ້ບັນລຸ 80%, ດັດສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ລະຫວ່າງ 0,97-1,03, ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນບໍ່ໃຫ້ເກີນ 14%, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ໃຫ້ບັນລຸໄດ້ຫຼາຍກ່ວາ 25.000 ຄົນ, ສົ່ງເສີມໃຫ້ນັກສຶກສາທີ່ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລ ໄດ້ເຂົ້າຮຽນໃນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສາວະກໍາ ແລະ ຄະນິດສາດ ໃຫ້ໄດ້ຫຼາຍກວ່າ 2.500 ຄົນ, ສົ່ງເສີມມວນຊົນທຸກເພດທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ຫຼິ້ນກິລາກາຍະກໍາ ໃຫ້ບັນລຸ 35%, ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃຫ້ໄດ້ຮັບການຝຶກອົບຮົມ ບໍ່ໃຫ້ຫຼຸດ 10% ຂອງຈໍານວນທັງໝົດ. ສໍາລັບແຜນບູລິມະສິດ ສົກຮຽນ 2023-2024 ທາງກະຊວງສຶກສາຈະສຸມໃສ່ 16 ຄາດໝາຍສູ້ຊົນໃຫ້ເປັນຮູບປະທໍາ ເພື່ອໃຫ້ການສຶກສາແຫ່ງຊາດບັນລຸຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ທ່ານ ບຸນເລື່ອນ ວັນນາຮັກ ຕາງໜ້າໃຫ້ຄະນະທີມງານທັດສະນະຄັ້ງນີ້, ໄດ້ລາຍງານສະພາບການເຄື່ອນໄຫວວຽກງານການສຶກສາ ແລະ ກິລາ ທົ່ວແຂວງຊຽງຂວາງ ປະຈໍາສົກຮຽນ 2022-2023 (ໂດຍສັງເຂບ) ຕໍ່ທີ່ພິທີ ຊຶ່ງທ່ານໄດ້ຍົກໃຫ້ເຫັນບາງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດປະສົບຜົນສໍາເລັດ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້ 84,1%, ອັດຕາເຂົ້າຮຽນໃໝ່ ລວມ ປ.5 ບັນລຸໄດ້ 97,8%, ດັດສະນີຄວາມສະເໝີພາບຍິງ-ຊາຍຂອງອັດຕາການເລື່ອນຂັ້ນ-ຈົບຊັ້ນ ປ.5 ຫາ ມ.1 ເທົ່າກັບ 1 ບັນລຸໄດ້ 0,98%, ອັດຕາເລື່ອນ ປ.5 ຫາ ມ.1 ປະຕິບັດໄດ້ 92,6%, ຮັບນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ, ຕອນປາຍ ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ໃຫ້ບັນລຸໄດ້ 500 ຄົນ ແລະ ຝຶກອົບຮົມວິຊາຊີບໄລຍະສັ້ນ ບັນລຸໄດ້ 736 ຄົນ, ສົ່ງເສີມທຸກເພດທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມຂະບວນການເຄື່ອນໄຫວຈັດກິດຈະກໍາແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 42%. ສໍາລັບແຜນການເຄື່ອນໄຫວສົກຮຽນ 2023-2024, ພະແນກ ສກຂ ຊຽງຂວາງ ເອົາໃຈໃສ່ປະຕິບັດຕາມ 15 ຄາດໝາຍຫຼັກ ແລະ 21 ໜ້າວຽກຈຸດສຸມ ເພື່ອເຮັດແນວໃດໃຫ້ລະບົບການສຶກສາ-ກິລາຂອງແຂວງ ໄດ້ຮັບຄຸນນະພາບດີຂຶ້ນເລື້ອຍໆ.

ຂະນະດຽວກັນ, ຜູ້ແທນເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານການບໍລິຫານຄຸ້ມຄອງໂຮງຮຽນປະຖົມ (ຄູຕົວແບບ) ຊຶ່ງນໍາສະເໜີໂດຍທ່ານ ບຸນທຽນ ທຸມມະວົງແສງ ຜູ້ອໍານວຍການໂຮງຮຽນ ປະຖົມລ້ອງລານ, ເມືອງຄໍາ ແລະ ຮັບຟັງການລາຍງານເຕັກນິກການຈັດການສອນວິຊາຄະນິດສາດ, ນໍາສະເໜີໂດຍ ອາຈານ ຈັນແອັດ ຢ່າລາວລີ (ຄູປະສົບການ) ໂຮງຮຽນ ມສ ໂພນສະຫວັນ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນໃນການບໍລິຫານຄຸ້ມຄອງໂຮງຮຽນ ກໍຄື ການພັດທະນາລະບົບການຮຽນການສອນຂອງຄູປະສົບການໃຫ້ດີຂຶ້ນກວ່າເກົ່າ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ຜູ້ແທນເຂົ້າຮ່ວມທັງສອງຝ່າຍ ຍັງໄດ້ຮັບຟັງການໂອ້ລົມຈາກການນໍາຂັ້ນສູງຂອງກະຊວງສຶກສາທິການ ແລະ ກິລາ ຊຶ່ງທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທີ່ເປັນໃຈກາງໃນການສ້າງຄົນໃຫ້ມີຄວາມຮູ້ຄວາມສາມາດ, ສະຫຼາດຫຼັກແຫຼມ, ຂໍໃຫ້ທຸກຄົນຈົ່ງມີສະຕິຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດໜ້າທີ່ໃຫ້ສໍາເລັດ ທັງຮັບປະກັນຄຸນນະພາບ.

 

ໂດຍ: ຄານສີສະຫວັນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ