Skip to main content

ມຊ ສະຫຼຸບຊຸດຮຽນ ຮຸ່ນທີ 23 ສົກ 2022-2023 ພ້ອມເປີດສົກຮຽນໃໝ່ 2023-2024

20/10/2023

ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ ຮຸ່ນທີ 23 ປະຈຳສົກຮຽນ 2022-2023 ແລະ ເປີດສົກຮຽນໃໝ່ 2023-2024 ຢ່າງເປັນທາງການ ເມື່ອວັນ​ທີ 19 ຕຸລາ 2023 ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການ​ບໍດີ ມຊ, ພ້ອມດ້ວຍຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ, ທ່ານ ຮສ.ປອ ອຸດົມ ພອນຄຳເພັງ ກ່າວວ່າ: ມຊ​​ ​ເປັນ​ສະຖາບັັນການ​ສຶກສາ​ຊັ້ນ​ສູງລະດັບຊາດ ເປັນບ່ອນ​ກໍ່ສ້າງ​ຊັບພະ​ຍາກ​ອນມະນຸດ​ໃຫ້​ມີຄວາມ​ຮູ້ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ ​ແລະ ມີຄວາມ​ສີວິ​ໄລ​ທາງ​ດ້ານຈິດ​ໃຈ ຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ມີໜ້າທີ່ພັດທະນາຄຸນນະພາບການສຶກສາຊັ້ນສູງ ແລະ ສົ່ງ​ເສີມການ​ຄົ້ນ​ຄວ້າ​ວິທະຍາສາດ​​ໃຫ້​ມີ​ມາດຕະຖານສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຊຸດຮຽນ 2020-2023 ມີພະນັກງານ ຄູອາຈານ​ທັງໝົດ 1.704 ຄົນ, ຍິງ 821 ຄົນ, ອາຈານ​ສອນ 1.393 ຄົນ, ຍິງ 625 ຄົນ, ດ້ານວິທະຍາ​ນາມມະຍົດມີ ສາດສະດາຈານ 6 ຄົນ, ຍິງ 1 ຄົນ, ຮອງສາດສະດາຈານ  86 ຄົນ, ຍິງ 10 ຄົນ, ອາຈານ 307 ຄົນ, ຍິງ 119 ຄົນ, ຜູ້​ຊ່ວຍ​ອາຈານ 283 ຄົນ, ຍິງ 220 ຄົນ, ເປັນຄູວິຊາການບໍ່ທັນໄດ້ວຸດທິ 349 ຄົນ, ຍິງ 179 ຄົນ, ເວົ້າສະເພາະຊຸດຮຽນ 2020-2023 ມຊ ໄດ້ດໍາເນີນການຮຽນການສອນໃນຫຼາຍລະດັບ​ ຊຶ່ງມີ​ທັງ​ໝົດ 166 ຫຼັກສູດ ໃນນັ້ນ ມີປະລິນຍາ​​ເອກ 8 ຫຼັກສູ​ດ, ປະລິນຍາໂທ 67 ຫຼັກສູດ (ຫຼັກສູດນານາຊາດປະລິນຍາໂທ 1 ຫຼັກສູດ), ປະລິນຍາຕີ 118 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ, ອະນຸປະລິນຍາ 4 ຫຼັກສູດ, ມີຈໍານວນນັກສຶກສາທັງໝົດ 19.773 ຄົນ, ຍິງ 9.638 ຄົນ, ນັກສຶກສາທີ່ໄດ້ຮັບທຶນລັດຖະບານຈໍານວນ 768 ຄົນ, ຍິງ 347 ຄົນ, ນັກສຶກສາຕ່າງປະເທດທີ່ໄດ້ຮັບທຶນລັດຖະບານຈໍານວນ 45 ຄົນ, ຍິງ 10 ຄົນ, ນັກສຶກສາໃຊ້ທຶນຕົວເອງຈໍານວນ 4.149 ຄົນ, ຍິງ 1.808 ຄົນ, ນັກສຶກສາຕ່າງປະເທດໃຊ້ທຶນຕົວເອງຈໍານວນ 41 ຄົນ, ຍິງ 17 ຄົນ, ພະສົງ 67 ອົງ, ນັກສຶກສາລະດັບປະລິນຍາເອກຈໍານວນ 44 ຄົນ, ຍິງ 17 ຄົນ, ນັກສຶກສາລະດັບປະລິນຍາໂທຈໍານວນ 651 ຄົນ, ຍິງ 266 ຄົນ, ໃນຈໍານວນນີ້ ມີ​ນັກ​ສຶກສາ​ປີສຸດ​ທ້າຍ 5.007 ຄົນ, ຍິງ 2.372 ຄົນ. ໃນນີ້, ມີ​ນັກ​ສຶກສາ​ທີ່ໄດ້​ຮັບກຽດນິຍົມ (ໃບປະກາດແດງ) ຈຳນວນ 73 ຄົນ, ຍິງ 41 ຄົນ. ນອກຈາກນີ້, ຍັງມີນັກສຶກສາທີ່ມີຜົນງານດີເດັ່ນຮອບດ້ານຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ໄດ້ກ່າວມີຄຳເຫັນ ພ້ອມໃຫ້ທິດຊີ້ນຳວ່າ: ຄຽງຄູກັບຜົນງານ ແລະ ໝາກຜົນປະຕິບັດໄດ້ດັ່ງກ່າວ ໃນຊຸມປີຕໍ່ໜ້າ ຄະນະນຳ ແລະ ຜູ້ບໍລິຫານທຸກຂັ້ນໃນ ມຊ ຄວນເອົາໃຈໃສ່ຕໍ່ວຽກຈຸດສຸມ ເປັນຕົ້ນແມ່ນ ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະ ຮັບໃຊ້ໃຫ້ສັງຄົມຕົວຈິ່ງ; ຍົກສູງຄຸນນະພາບການສຶກສາ-ກິລາ ເພື່ອພັດທະນາຊັບພະຍາກອນມະນຸດທັງດ້ານປະສິດທິພາບ ປະສິດທິຜົນ ຫຼີກລ້ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໄດ້ແຕ່ປະກາສະນີຍະບັດເທົ່ານັ້ນ; ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການເມືອງໜັກແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ; ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນໃສ່ຮັບໃຊ້ການສິດສອນພາສາອັງກິດກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ; ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ;  ເອົາໃຈໃສ່ວຽກງານພົວພັນການຕ່າງປະເທດ ຮູບແບບເປີດກວ້າງ ຕາມນະໂຍບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະ ຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ; ການກໍ່ສ້າງຊັບພະຍາກອນມະນຸດໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດເຮົາຕ້ອງການພັດທະນາ ເປັນຕົ້ນແມ່ນ ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະ ຄະນະອື່ນໆ; ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2021 ຮອດປີ 2025 ຕາມສະພາວະ ແລະ ທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ ແລະ ເອົາໃຈໃສ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຂົງເຂດການສຶກສາ ຕິດພັນກັບການອານຸລັກວັດທະນະທໍາຂອງຊາດ.

ນອກຈາກນັ້ນ, ໃນພິທີໄດ້ມີການມອບໃບຍ້ອງຍໍຂັ້ນກະຊວງ ສສກ ໃຫ້ບຸກຄົນດີເດັ່ນ ຈໍານວນ 1.185 ຄົນ, ຍິງ 509 ຄົນ, ໃບຍ້ອງຍໍຂັ້ນ ມຊ ຈໍານວນ 327 ຄົນ, ຍິງ 150 ຄົນ. ພ້ອມກັນນັ້ນ, ໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ (2021-2025).

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ