ມອບ-ຮັບ ເປັນທາງການ ໂຮງຮຽນ ມສ ນາຊາຍທອງ ທຶນຊ່ວຍເຫຼືອລ້າຈາກ ສປ ຈີນ

ພິທີມອບ-ຮັບ ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ (ມສ) ນາຊາຍທອງ ຊຶ່ງແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວາງ ສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນທັງສອງຝ່າຍ ລາວ-ຈີນ ແລະ ແຂກຖືກເຊີນຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ຈ້າວ ເວີນຍູ ທີ່ປຶກສາທູດເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ໂຮງຮຽນ ມສ ນາຊາຍທອງ ນອນຢູ່ໃນໂຄງການ 10 ແຫ່ງທີ່ການນຳຂັ້ນສູງສຸດຂອງສອງປະເທດ ລາວ-ຈີນໄດ້ຕົກລົງເອກະພາບກັນໃນປີ 2016 ຊຶ່ງເປັນໂຄງການບູລິມະສິດທີ່ສຳຄັນໜຶ່ງໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ກໍຄື ການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປ ຈີນ ໂດຍໄດ້ມີການລົງນາມສັນຍາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອໃນວັນທີ 4 ກັນຍາ 2019 ລວມມູນຄ່າກໍ່ສ້າງທັງໜົດ 126.100.000 ຢວນ, ມີເນື້ອທີ່ທັງໜົດ 11.480 ຕາແມັດ ຊຶ່ງໄດ້ເລີ່ມກໍ່ສ້າງມາແຕ່ວັນທີ 28 ກຸມພາ 2021 ແລະ ສຳເລັດ 31 ສິງຫາ 2023, ປະກອບມີ ອາຄານຮຽນ, ຫ້ອງຮຽນ, ຫ້ອງຄູອາຈານ, ຫ້ອງຄອມພິວເຕີ, ຫ້ອງທົດລອງ, ຫ້ອງສະມຸດ, ຫ້ອງປະຊຸມ ແລະ ເດີ່ນເຕະບານ.
ພ້ອມດຽວກັນນັ້ນ, ທ່ານ ຫວາງ ສ້າງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ມອບຢ່າງເປັນທາງການ ແລະ ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມທັງກ່າວວ່າ: ໂຄງການກໍ່ສ້າງ ໂຮງຮຽນ ມສ ນາຊາຍທອງ ແມ່ນໂຄງການໜຶ່ງທີ່ລັດຖະບານແຫ່ງ ສປ ຈີນ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທີ່ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດໃຫ້ກັບພັກ, ລັດ ແລະ ປະຊາຊົນລາວ ໂດຍສະເພາະຊາວນະຄອນຫຼວງວຽງຈັນ. ໃນການຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼັງນີ້, ຖືເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາພື້ນຖານໂຄງລ່າງຂອງຂະແໜງການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ.
ພ້ອມດຽວກັນນັ້ນ, ເປັນສັນຍາລັກແຫ່ງສາຍພົວພັນອັນເປັນມູນເຊື້ອລາວ-ຈີນ, ການຮ່ວມມືແບບເພື່ອນມິດຍຸດທະສາດຮອບດ້ານ, ໜັ້ນຄົງຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມື ແລະ ຄູ່ຮ່ວມສະຕາກຳລາວ-ຈີນ ແລະ ໃນຕອນທ້າຍ, ທ່ານ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ສຸມທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວຈົນມີຜົນສຳເລັດຢ່າງຈົບງາມ.
ໂດຍ: ສີວອນ ສຶກສາ-ກິລາ ນວ
ຂ່າວທີ່ກ່ຽວຂ້ອງ