Skip to main content

ບໍລີສັດ ຄໍາພູວົງ ມອບທຶນການສຶກສາໃຫ້ສະມາຄົມຄະນິດສາດລາວ ມູນຄ່າ 50 ລ້ານກີບ

15/02/2024

ພິທີມອບທຶນການສຶກສາໃຫ້ແກ່ສະມາຄົມຄະນິດສາດລາວ ໄດ້ມີຂຶ້ນເມື່ອວັນທີ 9 ກຸມພາ 2024 ທີ່ສໍານັກງານກະຊວງສຶກສາທິການ ແລະ ກິລາ ໂດຍຕາງໜ້າມອບຂອງທ່ານ ຈັນທະວົງ ພະມີສິດ ຜູ້ບໍລິຫານ ບໍລິສັດ ຄໍາພູວົງ ແລະ ຕາງໜ້າຮັບຂອງທ່ານ ຮສ.ປອ ສັກມອນ ສິຣີສັກ ປະທານສະມາຄົມຄະນິດສາດລາວ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ  ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະສະມາຄົມ ແລະ ຜູ້ຕາງໜ້າຈາກບໍລີສັດ ຄໍາພູວົງ ແລະ ຄະນະຮັບຜິດຊອບທັງສອງຝ່າຍ.

ການສະໜັບສະໜູນໃນຄັ້ງນີ້, ແມ່ນເປັນການລິເລີ່ມປະກອບສ່ວນຂອງບໍລິສັດ ຄໍາພູວົງ ກຣຸບ ໃນການຊຸກຍູ້ວຽກງານສະມາຄົມຄະນິດສາດລາວ ຈໍານວນ 50 ລ້ານກີບ ເພື່ອເຮັດໃຫ້ວຽກງານຄະນິດສາດໃນປະເທດໄດ້ເບັ່ງບານໄປເລື້ອຍໆ ໂດຍການໄດ້ລວບລວມບັນດານັກຄະນິດສາດເຂົ້າມາຮ່ວມ, ເປີດໂອກາດຄົນທີ່ເກັ່ງເຂົ້າຮ່ວມສໍາມະນາ ແລະ ປະຊຸມໃນພາກພື້ນ ແລະ ສາກົນ ເພື່ອເຮັດໃຫ້ການພັດທະນາວຽກງານຄະນິດສາດພັດທະນາຂຶ້ນເລື້ອຍໆ.

ໂອກາດນີ້, ປະທານສະມາຄົມຄະນິດສາດລາວ ໄດ້ກ່າວສະແດງຄວາມຂອບໃຈມາຍັງຜູ້ໃຫ້ການສະໜັບສະໜູນ ທີ່ມຸ່ງໝັ້ນຢາກພັດທະນາວຽກງານຄະນິດສາດຮ່ວມກັນ ພ້ອມທັງຈະນໍາເອົາໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກການນໍາ ແລະ ທາງພາກສ່ວນອື່ນນໍາອີກ.

ນອກຈາກນີ້, ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ຄໍາພູວົງ ກຣຸບ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ເພື່ອເປັນການສັນລະເສີນຜົນງານ ແລະ ຈາລຶກຄຸນງາມຄວາມດີຂອງບໍລິສັດດັ່ງກ່າວອີກດ້ວຍ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ