ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ
28/05/2026

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໃນວັນທີ 26 ພຶດສະພາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມໂຄສະນາອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ສະຫາຍ ປອ ປະສິດທິຜົນ ພອນວັນທາ ຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມ ສສກ ແລະ ສະຫາຍ ສຸວັນນີ ດວງສະໝອນ ຄະນະພັກຮາກຖານ, ທັງເປັນເລຂາຊາວໜຸ່ມວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ຜ່ານການແຂ່ງຂັນດ້ວຍບັນຍາກາດຟົດຟື້ນ ຜົນປະກົດວ່າ: ຖາມ-ຕອບວິທະຍາສາດ ອັນດັບທີ 1 ໄດ້ແກ່ ທີມ ສາຂາຕິດຕັ້ງໄຟຟ້າອາຄານ, ອັນດັບທີ 2 ທີມສາຂາເຕັກໂນໂລຊີລົດຍົນ ແລະ ອັນດັບທີ 3 ທີມສາຂາໄຟຟ້າເຕັກນິກ.ສຳລັບປະເພດຂອງລາງວັນ ອັນດັບທີ 1 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ; ອັນດັບທີ 3 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 5 ແສນກີບ ແລະ ໃບຍ້ອງຍໍ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

















