Skip to main content

ເມືອງໄຊຍະບູລີ ສອບເສັງຈົບຊັ້ນປະຖົມສຶກສາ (ຂັ້ນ ປ.5) ສົກຮຽນ 2025-2026

28/05/2026
ໃນວັນທີ 26 ພຶດສະພາ 2026 ນີ້, ຢູ່ທີ່ສູນສອບເສັງໂຮງຮຽນປະຖົມໄຊຍະບູລີ ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ (ຂັ້ນ ປ.5) ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ດຣ ພັນ ພອນສະຫວັດ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງໄຊຍະບູລີ, ທ່ານ ສົມໝາຍ ພັນທະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍບັນດາການນຳພາກສ່ວນກ່ຽວຂ້ອງຂອງຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູ-ອາຈານ ແລະ ນ້ອງນັກຮຽນສູນສອບເສັງປະຖົມ ໄຊຍະບູລີເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບການສອບເສັງໃນສົກຮຽນນີ້, ທົ່ວເມືອງໄດ້ແບ່ງອອກເປັນ 13 ສູນສອບເສັງຄື: ສູນສອບເສັງປະຖົມໄຊຍະບູລີ, ສູນສອບເສັງ ປະຖົມທ່ານາ, ສູນສອບເສັງປະຖົມນາຕໍນ້ອຍ, ສູນສອບເສັງປະຖົມຫຼັກສິບແປດ, ສູນສອບເສັງປະຖົມຫ້ວຍຊໍາອໍ້, ສູນສອບເສັງປະຖົມຫ້ວຍຂົວຫຼວງ, ສູນສອບເສັງປະຖົມຫ້ວຍສະແງມ, ສູນສອບເສັງປະຖົມທ່າເດື່ອ, ສູນສອບເສັງປະຖົມນາມອນ, ສູນສອບເສັງປະຖົມນາຫຼາ, ສູນສອບເສັງປະຖົມນາຕາກ, ສູນສອບເສັງປະຖົມຫ້ວຍຈີດ ແລະ ສູນສອບເສັງປະຖົມຜາຊ້າງ, ປະກອບມີ 68 ໂຮງຮຽນ, ມີ 80 ຫ້ອງສອບເສັງ, ໂດຍມີນັກຮຽນເຂົ້າສອບເສັງທັງໝົດ 1,490 ນ້ອງ, ຍິງ 732 ນ້ອງ.
ທ່ານ ດຣ ພັນ ພອນສະຫວັດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄຊຍະບູລີໄດ້ໃຫ້ກຽດຕັດຫົວບົດສອບເສັງ ແລະ ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ຊຸກຍູ້ໃຫ້ນ້ອງນັກຮຽນທຸກຄົນ ຈົ່ງມີສະຕິຕື່ນຕົວ, ມີຄວາມຕັ້ງໃຈ ແລະ ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາໃຫ້ດີທີ່ສຸດ ເພື່ອຍາດໄດ້ຄະແນນທີ່ດີ, ພ້ອມທັງປະຕິບັດຕາມກົດລະບຽບຂອງການສອບເສັງຢ່າງເຄັ່ງຄັດ.
ຂ່າວ-ພາບ: ສົມພົງ ສີສະຫວັດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ