Skip to main content

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນການພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ...

Continue reading

ມອບລົດຖີບ 30 ຄັນ ໃຫ້ເດັກນັກຮຽນຮຽນດີ-ຂາດເຂີນ ເມືອງຜາອຸດົມ ເພື່ອສົ່ງເສີມໂອກາດທາງການຮຽນ

​ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບລົດຖີບ ຈຳນວນ 30 ຄັນ ໃຫ້ນ້ອງນັກຮຽນຜູ້ທີ່ມີຄວາມດຸໝັ່ນ, ຮຽນດີ, ຮຽນເກັ່ງ ແຕ່ມີເງື່ອນໄຂຂາດເຂີນ ແລະ ເຮືອນຢູ່ຫ່າງໄກໂຮງຮຽນ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026, ຕາງໜ້າມອບຂອງ ທ່ານ ນາງ ຄຳພັນ ຄຳປ໋ອງ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແລະ ຕາງໜ້າຮັບໂດຍ ນັກຮຽນເປົ້າໝາຍ ຈຳນວນ 30 ນ້ອງ (ຍິງ 18 ນ້ອງ), ໂດຍມີຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ​ລົດຖີບທີ່ນຳມາມອບໃນຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອລ້າຈາກ ມູນນິທິ ສປ ຈີນ ເພື່ອພັດທະນາຊົນນະບົດ ຜ່ານຄະນະສັນຕິພາບ ແລະ ສາມັກຄີລາວ, ໂດຍໄດ້ຈັດສັນໃຫ້ ຫ້ອງການສຶກສາທິການ ແລະ ກິລາ...

Continue reading

ສປປ ລາວ ສຸມໃສ່ການຫຼຸດຜ່ອນອຸບັດຕິເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ

ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບິດລູກຫວ່ານ ຮອບວຽນທີ 3 ໃນວັນທີ 16 ກັນຍາ 2026, ພາຍໃຕ້ການເປັນປະທານໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ໄດ້ສືບຕໍ່ແລກປ່ຽນຄໍາເຫັນຂອງ ກ່ຽວກັບ ຄວາມຄືບໜ້າ ແລະ ທົບທວນສະຖາ ນະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງ ກັບການບັນລຸຈຸດປະສົງຂອງສົນທິສັນຍາ. ໃນກອງປະຊຸມໄດ້ສືບຕໍ່ປຶກສາຫາລືການຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ການຮ່ວມມື ເພື່ອທົບທວນການຊ່ວຍ ເຫຼືອຜູ້ເຄາະຮ້າຍຈາກລະເບີດລູກຫວ່ານ, ພ້ອມທັງການຮ່ວມມື ແລະ...

Continue reading

ຕີມໍເລັດສະເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ວັນທີ 15 ກັນຍາ 2026, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນໄລຍະດໍາເນີນກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສາທາລະນະລັດ ປະຊາທິປະໄຕ ຕີມໍເລັດສະເຕ ໄດ້ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM). ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນນາມປະທານກອງປະຊຸມສາກົນຄັ້ງນີ້ ໄດ້ຮ່ວມລົງນາມເປັນພະຍານໃນຖະແຫຼງການການເຂົ້າ ຮ່ວມເປັນພາຄີດັ່ງກ່າວ ແລະ ໃຫ້ກຽດຂຶ້ນກ່າວສະແດງຄວາມຊົມເຊີຍຢ່າງອົບອຸ່ນ ຕໍ່ກັບ ທ່ານ...

Continue reading

ອອກເດີນທາງແລ້ວ ຄະນະທັບນັກກິລາລາວ ຊຸດໃຫຍ່ ຮ່ວມເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ຄະນະນຳ, ຄູຝຶກ ແລະ ທັບນັກກິລາທີມຊາດລາວ ຂະບວນຊຸດໃຫຍ່ ອອກເດີນທາງເຂົ້າຮ່ວມ ງານມະຫາກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19 ກັນຍາ ເຖິງ 04 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ. ໃນຕອນແລງວັນທີ 16 ກັນຍາ 2026 ທີ່ສະໜາມບິນສາກົນ ວັດໄຕ ຄະນະທັບນັກກິລາລາວ ຂະບວນຊຸດໃຫຍ່ ນຳໂດຍທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຫົວໜ້າຄະນະນຳພາທັບນັກກິລາລາວ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ...

Continue reading

ສປປ ລາວ ນຳສະເໜີຜົນສຳເລັດສື່ການຮຽນ-ການສອນຝຶກເວົ້າພາສາລາວ ຢູ່ມະຫາວິທະຍາໄລ ອອກສະຟອດ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົດສະຕຣາລີ ໄດ້ນຳສະເໜີຜົນສຳເລັດຂອງ “ສື່ການຮຽນ-ການສອນຝຶກເວົ້າພາສາລາວ” ໃນກອງປະຊຸມ What Works Hub for Global Education Conference 2026 ທີ່ ມະຫາວິທະຍາໄລ ອອກສະຟອດ (Oxford University), ສະຫະຣາຊະອານາຈັກ ອັງກິດ ໃນລະຫວ່າງວັນທີ 15–16 ກັນຍາ 2026 ທີ່ຜ່ານມານີ້. ​ການນຳສະເໜີໃນຄັ້ງນີ້ ເປັນການບອກເລົ່າບົດຮຽນ ແລະ ປະສົບການສຳຄັນຂອງ ສປປ ລາວ ໃນການນຳເອົາຫຼັກຖານ ແລະ ຜົນການວິໄຈຕົວຈິງຈາກຫ້ອງຮຽນ ມາພັດທະນາເປັນນະວັດຕະກຳດ້ານການຮຽນຮູ້ ແລະ ຂະຫຍາຍຜົນສູ່ລະດັບຊາດ. ໂຄງການດັ່ງກ່າວ...

Continue reading

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ. ເນື່ອງຈາກພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ໂດຍຖືກນ້ຳຖ້ວມຊຸ, ດິນເຈື່ອນ ແລະ ຂີ້ຕົມໄຫຼຖົມອາຄານສະຖານທີ່. ດັ່ງນັ້ນ, ບັນດາສະມາຊິກກຳມະບານ ຈຶ່ງໄດ້ພ້ອມແຮງຮ່ວມໃຈກັນ ດຳເນີນການຂຸດດິນ, ຍ້າຍກ້ອນຫີນຂະໜາດໃຫຍ່, ຈົກຂີ້ຕົມ ແລະ ອະນາໄມຟື້ນຟູສະພາບແວດລ້ອມພາຍໃນ ແລະ ອ້ອມຮອບໂຮງຮຽນປະຖົມບ້ານນາງິ້ວ...

Continue reading

ສົກຮຽນນີ້, ສກມ ລອງ ຕັ້ງໜ້າສູ້ຊົນພັດທະນາການສຶກສາ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ

ວັນທີ 14 ກັນຍາ 2026, ຕາມການໃຫ້ສຳພາດຂອງ ທ່ານ ຄຳອາຍ ໄຊຍະເລີດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງລອງ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ 2026–2027 ນີ້, ທົ່ວເມືອງລອງ ມີໂຮງຮຽນທັງໝົດ 131 ແຫ່ງ, ໃນນີ້ປະກອບມີ ໂຮງຮຽນອະນຸບານ 12 ແຫ່ງ, ໂຮງຮຽນປະຖົມ 83 ແຫ່ງ (ປະຖົມສົມບູນ 57 ແຫ່ງ ແລະ ມູນລະປະຖົມ 26 ແຫ່ງ), ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ໂຮງຮຽນມັດທະຍົມສົມບູນ 3 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາຍ 1 ແຫ່ງ. ສຳລັບຕົວເລກນັກຮຽນໃນສົກຮຽນນີ້, ທົ່ວເມືອງມີນັກຮຽນຊັ້ນປະຖົມທີ່ມາຈົດຊື່ເຂົ້າຮຽນ ຈຳນວນ 5,376 ຄົນ (ຍິງ 2,140 ຄົນ), ຊັ້ນມັດທະຍົມຕອນຕົ້ນ 765 ຄົນ...

Continue reading