Skip to main content

ບໍລິສັດ ໄຟຟ້າ ຫົງສາ ສືບຕໍ່ມອບທຶນການສຶກສາໃຫ້ນັກສຶກສາ ລວມມູນຄ່າ 554 ລ້ານກີບ

ສາຍງານຊັບພະຍາກອມະນຸດ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບ-ຮັບທຶນການສຶກສາ ພາຍໃຕ້ໂຄງການ Local Scholarship Student Program (LSSP) ປະຈໍາປີ 2024 ແລະ 2025 ໃນວັນທີ 4 ພະຈິກ 2025 ທີ່ອາຄານຫົງຄໍາໄຊຍາຄານ, ໂດຍໃຫ້ກຽດມອບຂອງ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ທ່ານ ນາງ ແສງຫຼ້າ ມະຫາສະນັ່ນ ຮອງປະທານຄະນະກໍາມະການປົກຄອງເມືອງ-ຊີ້ນໍາວັດທະນະທໍາ-ສັງຄົມ ເມືອງຫົງສາ ແຂວງໄຊຍະບູລີ ລວມເຖິງເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ, ນັກຮຽນທຶນ, ຜູ້ປົກຄອງ ແລະ ພະນັກງານບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ. ສໍາລັບທຶນການສຶກສາ ປີ 2024 ແລະ 2025...

Continue reading

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາຮັກສາລະບຽບວິໄນ ສ້າງໄດ້ຜົນງານຕາມເປົ້າໝາຍ ໃນງານກິລາແຫ່ງຊາດ ຄັ້ງທີ XII

ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຄົມກິລາ-ກາຍຍະກໍາແຂວງຫຼວງພະບາງ ໄດ້ພົບປະໂອ້ລົມທັບນັກກິລາລູກຫຼານປູ່ເຍີຍ່າເຍີ ກ່ອນທີ່ຈະເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃນວັນທີ 5 ພະຈິກ 2025 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ມີທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະຮັບຜິດຊອບ, ຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຮັບຟັງ. ທ່ານ ບຸນເລື່ອມ ມະນີວົງ ໃນພິທີ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ລາຍງານໃຫ້ຮູ້ວ່າ: ...

Continue reading

ທີມປະຊາຊົນ ຊະນະ ທີມພະນັກງານ ແຂ່ງຂັນກິລາຕີຄີ ງານບຸນນະມັດສະການພະທາດຫຼວງວຽງຈັນ 2025

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສືບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ...

Continue reading

ກຳມະການໂຄສະນາຂ່າວສານ ພ້ອມຮອບດ້ານ ຮັບໃຊ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ກຳມະການໂຄສະນາຂ່າວສານ ໄດ້ມີຄວາມພ້ອມຮອບດ້ານ ເພື່ອກຽມຮັບໃຊ້ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ນີ້, ຊຶ່ງກຳມະການໂຄສະນາຂ່າວສານ ປະກອບມີ: ໜ່ວຍງານກອງເລຂາ, ໜ່ວຍງານວາງສະແດງຮູບພາບມູນເຊື້ອກິລາ, ໜ່ວຍງານໂຄສະນາ ແລະ ໜ່ວຍງານຖ່າຍທອດສົດ (ວິທະຍຸ, ໂທລະພາບ) ມາຮອດປັດຈຸບັນ ແຕ່ລະໜ່ວຍງານ ໄດ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ເປັນອັນລະອຽດ ແລະ ໄດ້ມີຄວາມພ້ອມໃນດ້ານຕ່າງໆແລ້ວຫຼາຍກວ່າ 90%. ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທັງເປັນຫົວໜ້າກຳມະການໂຄສະນາຂ່າວສານ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 5 ພະຈິກ 2025 ວ່າ: ເພື່ອກຽມຮັບໃຊ້ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ຈະຈັດຂຶ້ນ...

Continue reading

ເຈົ້າແຂວງຈໍາປາສັກ ໂອ້ລົມຄະນະນັກກິລາ ກ່ອນຈະເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ປອ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງຈໍາປາສັກ ໄດ້ພົບປະໂອ້ລົມຄະນະນັກກິລາຕົວແທນແຂວງຈຳປາສັກ ທີ່ຈະເຂົ້າຮ່ວມແຂ່ງຂັນ​ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ​ ເປັນ​ເຈົ້າພາບ. ຊຶ່ງການໂອ້ລົມຄັ້ງນີ້ ຈັດຂຶ້ນໃນວັນທີ 4 ພະຈິກ 2025​ ຢູ່ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ​ ໂດຍມີທ່ານ ບົວທອງ​ ສຸວັນ​ນະສານ​ ຫົວໜ້າ​ພະແນກ​ສຶກສາທິການ​ ແລະ​ ກິລາ​ແຂວງ​ ພ້ອມດ້ວຍ​ຄະນະຮັບຜິດຊອບ,​ ຄະນະນໍາ,​ ຄູຝຶກ​ ແລະ​ ນັກກິລາ​. ທ່ານ ປອ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໂອກາດນີ້, ທ່ານເຈົ້າແຂວງ​ຈໍາປາສັກ​...

Continue reading

ແຂວງໄຊສົມບູນ ປຶກສາຫາລືການກະກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ກອງປະຊຸມປຶກສາຫາລືຂອງກໍາມະການກອງເລຂາ, ອະນຸກໍາມະການຝ່າຍຕ່າງໆ, ຫົວໜ້ານໍາພາ ແລະ ຄູຝຶກກິລາແຂວງໄຊສົມບູນ ເພື່ອກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ປີ 2025 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍກອງເລຂາ, ອະນຸກໍາມະການຝ່າຍຕ່າງໆ ຕະຫຼອດຮອດສະຫະພັນກິລາແຕ່ລະປະເພດ ແລະ...

Continue reading

ສປປ ລາວ ພ້ອມສົ່ງຄະນະນັກກິລາລາວ 42 ຄົນ ເຂົ້າຮ່ວມງານກິລານັກຮຽນອາຊຽນ ຄັ້ງທີ 14 ທີ່ບຣູໄນ

ສປປ ລາວ ພ້ອມຈະສົ່ງຄະນະນັກກິລານັກຮຽນລາວ 42 ຄົນ ໃນ 4 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໃນງານກິລານັກຮຽນສາມັນອາຊຽນ ຄັ້ງທີ 14 ທີ່ປະເທດບຣູໄນ ດາລູຊາລາມ ຈະຈັດຂຶ້ນ ລະຫວ່າງວັນທີ 19-29 ພະນິກ 2025 ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນຄຳ. ທ່ານ ກິ່ງມະໂນ ພົມມະຫາໄຊ ພິທີຖະແຫຼງຂ່າວ ແລະ ໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ຈະເດີນທາງເຂົ້າຮ່ວມແຂ່ງຂັນກິລານັກຮຽນສາມັນອາຊຽນ ຄັ້ງທີ 14 ຈັດຂື້ນເມື່ອວັນທີ 31 ຕຸລາ 2025 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ຊາດລາວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ...

Continue reading

ການນໍາພັກ-ລັດ ຮ່ວມຕັກບາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2025

ພິທີຕັກບາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ໄດ້ຈັດຂຶ້ນຢູ່ທີ່ດ້ານໃນກົມມະລຽນ ແລະ ດ້ານນອກພະທາດຫຼວງວຽງຈັນ, ຊຶ່ງປີນີ້ແມ່ນກົງກັບວັນທີ 5 ພະຈິກ 2025 ຂຶ້ນ 15 ຄໍ່າເດືອນ 12 ພສ 2568 ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງ ອົງການພຸດທະສາສະໜາສໍາພັນລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນຳພັກ-ລັດ, ມວນຊົນທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ທ່ານ ພູວົງ ວົງຄຳຊາວ ທ່ານ ປອ ອາດສະພັງທອງ...

Continue reading