Skip to main content

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ອົງການ Action Education ກ່ຽວກັບໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ (Start Smart Schools for Foundational Learning) ໄດ້ມີຂຶ້ນໃນວັນທີ...

Continue reading

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຈາກສູນກາງ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບຜູ້ບໍລິຫານໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ຢູ່ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ເນື່ອງໃນໂອກາດເປີດສົກຮຽນໃໝ່ ປີ 2026–2027. ເຊິ່ງຮ່ວມເດີນທາງຕິດຕາມ ແລະ ຕ້ອນຮັບໃນຄັ້ງນີ້ມີທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງຄຳມ່ວນ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພ້ອມດ້ວຍຄະນະ,...

Continue reading

ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026

ງານບຸນຊ່ວງເຮືອປະເພນີ ປະຈຳປີ ພສ 2569 ຫຼື ຄສ 2026 ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເບີກບານມ່ວນຊື່ນ ໃນວັນທີ 11 ກັນຍານີ້ ຢູ່ຕາມແຄມຝັ່ງນ້ຳຄານ ໂດຍມີເຮືອຊ່ວງຈາກບັນດາບ້ານ-ຕາແສງ ພາຍໃນນະຄອນຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ ແລະ ຕ່າງແຂວງ ເຂົ້າຮ່ວມແຂ່ງຂັນທັງໝົດ 27 ລຳ (ເຮືອປະເພນີ 18 ລຳ ແລະ ເຮືອກິລາ 9 ລຳ). ງານບຸນຊ່ວງເຮືອປະເພນີ ຖືເປັນປາງບຸນໃຫຍ່ອັນຊົງຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳ ຮີດຄອງປະເພນີ ຕາມວິຖີຊີວິດດັ້ງເດີມຂອງຊາວນະຄອນຫຼວງພະບາງ ທີ່ໄດ້ສືບທອດກັນມາຕັ້ງແຕ່ບູຮານນະການ. ທັງເປັນການຄອບໄຂວ່, ໄຫວ້ບູຊາ ແລະ ວິງວອນສິ່ງສັກສິດຄູ່ບ້ານຄູ່ເມືອງ,...

Continue reading

ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ບໍລິສັດຝຸ່ນອາຊີໂປຕາສ ພ້ອມສະເໜີໃຫ້ສືບຕໍ່ຊ່ວຍເຫຼືອວຽກງານການສຶກສາ ຢູ່ແຂວງຄຳມ່ວນ

ໃນວັນທີ 11 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ແລະ ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຮອງປະທານຄະນະກຳມະການປົກຄອງແຂວງ, ພະແນກການກ່ຽວຂ້ອງຮ່ວມຕິດຕາມ ເຊິ່ງໃຫ້ການຕ້ອນຮັບຄະນະໂດຍ ທ່ານ ຢູ ກົວເຫວິນ ຮອງຜູ້ອຳນວຍການບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ພ້ອມຄະນະ...

Continue reading

ທ່ານຮອງນາຍົກລັດຖະມົນຕີ ທອງສະລິດ ມັງໜໍ່ເມກ ເນັ້ນໃຫ້ຜູ້ບໍລິຫານການສຶກສາແຂວງສະຫວັນນະເຂດທຸກຂັ້ນ ເດັດດ່ຽວຕີຖອຍການປະລະການຮຽນ ເພື່ອໃຫ້ມີຮຸ່ນສືບທອດແຕ່ລະຊັ້ນຮຽນ

ໃນວັນທີ 10 ກັນຍາ 2026 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ໃຫ້ທິດຊີ້ນໍາຂົງເຂດການສຶກສາ ທີ່ແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027 ເຊິ່ງຈັດຂຶ້ນທີ່ມະຫາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື, ຮ່ວມນໍາພາຕິດຕາມມີ ທ່ານ ທອງໃສ ໄຊຍະວົງຄໍາດີ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະພະແນກ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ-ນະຄອນ ແລະ ພະນັກງານ, ຄູ-ອາຈານ...

Continue reading

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄຳມ່ວນ ສຸມໃສ່ປັບປຸງພື້ນຖານໂຄງລ່າງດ້ານການສຶກສາທີ່ບໍ່ໄດ້ມາດຕະຖານ ແລະ ຈະຕ້ອງລົບລ້າງພາຍໃນປີ 2030

ໃນວັນທີ 11 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027, ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ, ມີຄະນະພັກ, ຄະນະພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງ. ໃນໂອກາດນີ້, ທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ...

Continue reading

ຮອງລັດຖະມົນຕີ ສສກ ເນັ້ນໃຫ້ຄະນະນັກກິລາທີມຊາດລາວ ຊຸດເອຊຽນ ເກມ ແລະ ເອຊຽນ ພາຣາເກມ ຢູ່ຍີ່ປຸ່ນ ເອົາໃຈໃສ່ຄວາມສາມັກຄີ-ມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທັບນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫາກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 04 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫາກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ. ພິທີຖະແຫຼງຂ່າວ ເພື່ອກະກຽມຄວາມພ້ອມທັບນັກກິລາລາວ ເຂົ້າຮ່ວມສອງງານໃຫຍ່ຄັ້ງນີ້...

Continue reading

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບອາຄານໂຮງຮຽນ ຢູ່ເມືອງສໍາພັນ ແຂວງຜົ້ງສາລີ

ໃນຕອນເຊົ້າວັນທີ 10 ກັນຍາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີມອບ-ຮັບອາຄານໂຮງຮຽນ ບ້ານມົກກົກນ້ອຍ, ເມືອງສຳພັນ, ແຂວງຜົ້ງສາລີ; ມີທ່ານ ສັນຕິ ແກ້ວຍະສານ, ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ, ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງ ແລະ ປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ການຕ້ອນຮັບ. ໂຮງຮຽນມົກກົກນ້ອຍ ໄດ້ເລີ່ມລົງມືກໍ່ສ້າງ ໃນເດືອນທັນວາ 2025 ແລະ ໄດ້ສຳເລັດການກໍ່ສ້າງ ໃນເດືອນພຶດສະພາ 2026, ເປັນຕຶກອາຄານຊັ້ນດຽວ, ມີຂະໜາດກວ້າງ 8 ແມັດ, ຍາວ 49 ແມັດ, ປະກອບມີ 5 ຫ້ອງຮຽນ, 1 ຫ້ອງການຄຸ-ອາຈານ ແລະ 1 ຫ້ອງນໍ້າ,...

Continue reading