ລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງ “ມະຫາສີລາ ວິຣະວົງສ໌” ຄົບຮອບ 120 ປີ
ມູນນິທິມະຫາສີລາ ວິຣະວົງສ໌ ຮ່ວມກັບສະມາຄົມນັກປະພັນລາວ ແລະ ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ໄດ້ຈັດຕັ້ງພິທີສະຫຼອງ ຄົບຮອບ 120 ປີ ຊາຕະການ ມະຫາສີລາ ວິຣະວົງສ໌ ພ້ອມທັງຈັດເສວະນາ ກ່ຽວກັບພາສາ, ວັນນະຄະດີ, ສາສະໜາ-ຮີດຄອງປະເພນີ ແລະ ປະຫວັດສາດລາວ ກໍຄື ຜົນງານການແຕ່ງ, ການຄົ້ນຄວ້າ ຂອງທ່ານ ມະຫາສີລາ ວິຣະວົງສ໌ ຂຶ້ນໃນລະຫວ່າງວັນທີ 25-26 ຕຸລາ 2025 ຢູ່ສວນໄຜ່ພັນກໍ ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະເຖຣານຸເຖຣະ, ບັນດານັກຂຽນ, ນັກປະພັນ, ນັກຮຽນ-ນັກສຶກສາ ແລະ...








