Skip to main content

ຜ່ານ ແລະ ຮັບຮອງ ຮ່າງກອບແຜນງານແຫ່ງຊາດດ້ານເຕັກນິກວິຊາການ ກັບ ອົງການພະລັງງານປະລະມານູສາກົນ ສົກປິ 2026-2033

27/10/2025

ໃນວັນທີ 24 ຕຸລາ 2025 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ເຂດສີສະເກດ), ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມ ຜ່ານ ແລະ ຮັບຮອງ (ຮ່າງ) ກອບແຜນງານແຫ່ງຊາດດ້ານເຕັກນິກວິຊາການ ກັບ ອົງການພະລັງງານປະລະມານູສາກົນ ສະບັບທີ 3 ສົກປິ 2026-2033, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ກົງໃຈ ພິມມະກອງ ຮອງຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍແຂກຖືກເຊີນຈາກບັນດາກະຊວງ, ມະຫາວິທະຍາໄລແຫ່ງຊາດ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປີດກອງປະຊຸມບາງຕອນວ່າ: ແຜນງານແຫ່ງຊາດດ້ານວິຊາການ ກັບ ອົງການພະລັງງານປະລະມານູສາກົນ ຫຼື CPF ແມ່ນເປັນສະບັບທີ 3 ຊຶ່ງສະບັບທີ 1 ແມ່ນໄດ້ມີການເຊັນຮັບຮອງ ໄລຍະສົກປີ 2014-2018 ໂດຍໄດ້ກຳນົດເອົາ 8 ຂົງເຂດວຽກງານບູລິມະສິດ ເປັນຕົ້ນແມ່ນ ການແພດ, ອາຫານ ແລະ ກະສິກຳ, ຄວາມປອດໄພລັງສີ ແລະ ນິວເຄຼຍ, ການປົກ​ປັກ​ຮັກ​ສາສິ່ງແວດລ້ອມ, ການພັດທະນາພະລັງງານແບບຍືນຍົງ, ອຸດສາຫະກຳ, ຄວາມໝັ້ນຄົງທາງນິວເຄຼຍ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ. ສຳລັບສະບັບທີ 2 ໄລຍະສົກປີ 2020-2025 ແມ່ນເປັນໜຶ່ງໃນແຜນງານດ້ານເຕັກນິກວິຊາການຮ່ວມືກັບອົງການປະລະມານູສາກົນ ໂດຍກໍານົດເອົາບັນດາຂົງເຂດວຽກບູລິມະສິດຕິດພັນກັບວຽກງານຄ້ມຄອງຄວາມປອດໄພຈາກລັງສີ-ນິວເຄຼຍ ແລະ ການພັດທະນາຊັບພະຍາກອນມະນຸດລວມເຖິງການສ້າງຄວາມອາດສາມາດໃຫ້ ຂະແໜງທີ່ກ່ຽວຂ້ອງ ເຊັ່ນ: ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ.

ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ

ສໍາລັບຮ່າງແຜນງານແຫ່ງຊາດດ້ານວິຊາການ ກັບ ອົງການພະລັງງານປະລະມານູສາກົນ ສົກປີ 2026-2033 ສະບັບນີ້ ໄດ້ກໍານົດແຜນວຽກບູລິມະສິດ ໃນຂົງເຂດຄຸ້ມຄອງຄວາມປອດໄພຈາກລັງສີ, ການແພດ, ໂພຊະນາການ, ກະສິກຳ, ພະລັງງານ, ອາຫານ, ອຸດສາຫະກຳ ແລະ ການສຶກສາ. ສະນັ້ນ, ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ໃນນາມເປັນຈຸດປະສານງານວິຊາການ ກັບ ອົງການພະລັງງານປະລະມານູສາກົນ ກໍໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນ ແລະ ອົງການປະລະມານູສາກົນ ໃນການປຶກສາຫາລື, ສັງລວມຂໍ້ມູນ, ຄົ້ນຄວ້າຮ່າງ ແລະ ປັບປຸງເນື້ອໃນ ຈົນໄດ້ສະບັບທີ່ເຮົາມາຜ່ານກັນໃນກອງປະຊຸມມື້ນີ້.

ຈຸດປະສົງຫຼັກໃນກອງປະຊຸມຄັ້ງນີ້, ກໍເພື່ອປຶກສາຫາລື ຢັ້ງຢືນແຜນວຽກບູລະມະສິດຂອງຕົນ ທີ່ໄດ້ກຳນົດໃນ (ຮ່າງ) ແຜນງານແຫ່ງຊາດດ້ານວິຊາການ ກັບ ອົງການພະລັງງານປະລະມານູສາກົນ ສົກປີ 2026-2033 ແລະ ພິຈາລະນາ ຮັບຮອງ ຮ່າງແຜນງານສະບັບດັ່ງກ່າວ. ແຜນງານແຫ່ງຊາດດ້ານວິຊາການ ຫຼື Country Programme Framework, CPF ເປັນແຜນງານໜຶ່ງທີ່ສຳຄັນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກຄຸ້ມຄອງນໍາໃຊ້ ແລະ ບໍລິການໃນຂົງເຂດລັງສີ ແລະ ນິວເຄຼຍ ແບບສັນຕິ ໃນໄລຍະ 8 ປີ ຕໍ່ໜ້າ ແຕ່ ປີ 2026-2033 ໃນຂອບວິຊາການ ກັບ ອົງການປະລັງງານປະລະມານູສາກົນ ໃນການຕອບສະໜອງໃຫ້ແກ່ພັດທະນາວຽກງານວິຊາສະເພາະຂອງບັນດາຂະແໜງການທ່ານໃນໄລຍະສັ້ນ ແລະ ໄລຍະຍາວ ໂດຍການສ້າງຄວາມອາດສາມາດບຸກຄະລາກອນສະເພາະດ້ານ ແລະ ການສະໜອງອຸປະກອນ-ເຄື່ອງມື ເພື່ອຮັບໃຊ້ໃຫ້ແກ່ບັນດາຂະແໜງການຂອງທ່ານ ໃນການພັດທະນາ ແລະ ໝູນໃຊ້ເຂົ້າໃນວຽກງານດ້ານລັງສີ ແລະ ນິວເຄຼຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງໂດຍການນຳໃຊ້.

ແນວໃດກໍດີ, ໃນກອງປະຊຸມດັ່ງກ່າວ ຜູ້ແທນທີ່ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ, ມະຫາວິທະຍາໄລແຫ່ງຊາດ ແລະ ອື່ນໆທີ່ຖືກເຊີນ ຕ່າງກໍໄດ້ປະກອບຄຳຄິດຄຳເຫັນໃສ່ (ຮ່າງ) ກອບແຜນງານແຫ່ງຊາດດ້ານເຕັກນິກວິຊາການ ກັບ ອົງການພະລັງງານປະລະມານູສາກົນ ສະບັບທີ 3 ສົກປີ 2026-2033 ຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ຮ່າງດັ່ງກ່າວ ມີເນື້ອໃນສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

 

ຂ່າວໂດຍ: ບຸນທະວີ ເພັດລຳພອນ

ພາບໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວທີ່ກ່ຽວຂ້ອງ



ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ

ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ