ສຳເລັດຍົກລະດັບພາສາຫວຽດ ຮຸ່ນທີ 2 ປະຈຳປີ 2026 ກຽມສືບຕໍ່ໄປສຶກສາທີ່ ສສ ຫວຽດນາມ
ສູນຝຶກອົບຮົມພາສາຫວຽດ ພາຍໃຕ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປິດຊຸດຮຽນກຽມພາສາຫວຽດ ຮຸ່ນທີ 2 ປະຈຳປີ 2026 ໃນວັນທີ 11 ກັນຍາ 2026, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການ ສວສ ພ້ອມດ້ວຍບັນດາແຂກຖືກເຊີນຈາກກະຊວງກ່ຽວຂ້ອງ, ຕາງໜ້າສະຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງໆນັກຮຽນ-ນັກສຶກສາຢ່າງພ້ອມພຽງ.
ການເປີດສອນຊຸດຮຽນດັ່ງກ່າວ ແມ່ນຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ...








