ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປີ 2025
ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປະຈໍາປີ 2025 ໃນລະຫວ່າງວັນທີ 29 ຫາ 31 ຕຸລາ 2024 ທີ່ຫ້ອງປະຊຸມສະໂມສອນໄຟຟ້ານໍ້າງື່ມ 1 (ທ່າລາດ) ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານໃນພິທີເປີດຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງສຶກສາທິການ ແລະ...








