ຫສວຊ ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ
ຫ້ອງການສະພາວິທະຍາສາດແຫ່ງຊາດ (ຫສວຊ), ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ ໃນວັນທີ 9 ກັນຍາ 2026 ຢູ່ທີ່ສະໂມສອນໃຫຍ່ ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ.ປອ ທອງສະລິດມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ມີບັນດາຄະນະນຳ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ພະແນກສຶກສາທິການ ແລະ ກິລາ ຈາກ ແຂວງພາກກາງ ແລະ ພາກໃຕ້ ຄື: ແຂວງຄຳມ່ວນ, ຈຳປາສັກ, ອັດຕະປື, ເຊກອງ ແລະ ສາລະວັນ. ພ້ອມດ້ວຍຄະນະນຳ ແລະ ຄູອາຈານ ຈາກຄະນະວິຊາໃນມະມະຫາວິທະຍາໄລສະຫວັນນະເຂດ,...







