Skip to main content

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຮັບປະກັນໃຫ້ນັກຮຽນໄດ້ຮັບການສົ່ງເສີມພາສາລາວ ທີ່ເຂົາເຈົ້າຕ້ອງການເວລາເລີ່ມຕົ້ນເຂົ້າຮຽນ

ສປປ ລາວ ເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ມີຄວາມຫຼາກຫຼາຍ, ມີ 4 ກຸ່ມຊົນເຜົ່າຫຼັກ ແລະ ມີ 50 ກວ່າພາສາເຜົ່າ, ເກືອບ 40% ຂອງປະຊາກອນລາວເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວລາວລຸ່ມ. ນັກຮຽນ ຂັ້ນ ປ.1 ສ່ວນຫຼາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກສອກຫຼີກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ. 1 ຍັງບໍ່ທັນມີທັກສະການປາກເວົ້າພາສາລາວທີ່ຈຳເປັນໃນການຮຽນ ເນື່ອງຈາກພາສາລາວລຸ່ມເປັນພາສາຫຼັກທີ່ສອນໃນໂຮງຮຽນ. ນັກຮຽນເຫຼົ່ານີ້ ຈະສາມາດຮຽນຮູ້ ແລະ ມີສ່ວນຮ່ວມໃນກິດຈະກຳຫ້ອງຮຽນໄດ້ຄືແນວໃດ ຖ້າພວກເຂົາບໍ່ເຂົ້າໃຈສິ່ງທີ່ຄູເວົ້າ. ນັບແຕ່ສົກຮຽນນີ້ເປັນຕົ້ນໄປ ນັກຮຽນ...

Continue reading

ສສກ ປະກາດແຕ່ງຕັ້ງຄະນະອຳນວຍການວິທະຍາໄລ ຄູດົງຄຳຊ້າງ ຊຸດໃໝ່

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດແຕ່ງຕັ້ງຄະນະອຳນວຍການ ວິທະຍາໄລ ຄູດົງຄຳຊ້າງ ຊຸດໃໝ່ ເມື່ອວັນທີ 5 ກັນຍາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ຊຶ່ງໃຫ້ກຽດເຂົ້າຮ່ວມ ແລະ ປະດັບທະນູບ່າໃຫ້ພະນັກງານດຳລົງຕຳແໜ່ງປະເພດ 3 ແລະ ປະເພດ 4 ໂດຍທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ, ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ແລະ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການວິທະຍາໄລອ້ອມຂ້າງ, ຕາງໜ້າອົງການໄຈກ້າ, ອົງການຄົນພິການອາຊີ ເພື່ອການພັດທະນາ (ເອດີດີພີ), ລັດວິສາຫະກິດ ອຸປະກອນການສຶກສາ ຕະຫຼອດຮອດແຂກຖືກເຊີນ,...

Continue reading

ກົມກວດກາ ສສກ ຫາລືໜ່ວຍງານວິຊາການຂະແໜງການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ-ກິລາ ໄຕມາດ 3 ປີ 2024

ກົມກວດກາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ປະຈໍາໄຕມາດ 3 ປີ 2024 ຜັນຂະຫຍາຍຜົນສໍາເລັດຂອງການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານກົນໄກການປະສານງານຂອງໜ່ວຍງານວິຊາການຂະແໜງສຶກສາ. ກອງປະຊຸມດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 29 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນມີ...

Continue reading

ວລ ປາກປ່າສັກ ມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ 500 ກວ່ານ້ອງ ພ້ອມໄຂສົກຮຽນໃໝ່ 2024-2025

ວິທະຍາໄລ (ວລ) ເຕັກນິກ ປາກປ່າສັກ ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ກັບນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2023-2024 ຈຳນວນ 521 ນ້ອງ, ຍິງ 261 ນ້ອງ ພ້ອມທັງໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກັນຍາ 2024 ທີ່ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ປາກປ່າສັກ ພ້ອມດ້ວຍຄະນະອຳນວຍການວິທະຍາໄລ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ພາກທຸລະກິດ ແລະ ນັກສຶກສາ ຕະຫຼອດຮອດພໍ່ແມ່ອ້າຍເອື້ອຍນ້ອງນັກສຶກສາ...

Continue reading

ລາວ-ຈີນ ຈັບມືກັນພັດທະນາຫຼັກສູດວິຊາຊີບ ແລະ ການຫັນເອົາລະບົບດີຈິຕອນ ເຂົ້າໃນສາຍອາຊີວະສຶກສາ

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ການສຶກສານານາຊາດ ຖາງເຟີງ ປະຈຳສຳນັກງານໃຫຍ່ ແຫ່ງ ສປ ຈີນ ຕາງໜ້າໂດຍ ບໍລິສັດ ຖາງ ອິນເຕີເນຊັນແນວ ອີດູເຄເຊິນ ແອນ ເຕັກໂນໂລຊີ ຈຳກັດ ປະຈຳລາວ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໂຄງການການສຶກສາ ລາວ-ຈີນ 210 ເພື່ອການພັດທະນາຫຼັກສູດດ້ານພາສາ ແລະ ວິຊາຊີບ, ການພັດທະນາດີຈິຕອນ ໃຫ້ໄດ້ແບບມາດຕະຖານສາກົນ ແລະ ຮ່ວມກັນສ້າງເຄື່ອຂ່າຍຊ່ອງທາງການສື່ສານ (TVET) ການຮຽນ-ການສອນ ແບບອອນລາຍ ພ້ອມທັງສະໜັບສະໜູນນັກຮຽນຂອງ ສປປ ລາວ ທີ່ຜ່ານການຝຶກອົບຮົມໃຫ້ພວກເຂົາເຈົ້າ ໄດ້ມີໂອກາດພັດທະນາຄວາມຮູ້ທາງດ້ານພາສາ, ວັດທະນະທໍາ ແລະ ເກັບກ່ຽວປະສົບການ ທັງພາຍໃນ ແລະ ຕ່າງປະເທດ...

Continue reading

ທ່ານ ຮອງລັດຖະມົນຕີ ສສກ ລົງຕິດຕາມ ຊຸກຍູ້ 2 ໂຮງຮຽນ ນວ ໂອກາດໄຂສົກຮຽນໃໝ່

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ລົງຕິດຕາມ ແລະ ຊຸກຍູ້ການໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢູ່ 2 ໂຮງຮຽນໃນນະຄອນຫຼວງວຽງຈັນ (ນວ) ທີ່ຂຶ້ນກັບພາກລັດ ແລະ ເອກະຊົນ ກໍຄື ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ເພຍວັດ ເຂດເມືອງສີສັດຕະນາກ ແລະ ໂຮງຮຽນສາມັນສຶກສາ ເຄເອັນຊີ ເມືອງຫາດຊາຍຟອງ ເມື່ອວັນທີ 2 ກັນຍາ 2024. ພາຍຫຼັງທີ່ໄດ້ມີພິທີເປີດສົກຮຽນໃໝ່ ສົກຮຽນ 2024-2025 ທົ່ວປະເທດ ຢ່າງເປັນທາງການ ສໍາເລັດລົງໃນຕອນເຊົ້າຂອງວັນທີ 2 ກັນຍາ 2024, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍທ່ານ ນາງ...

Continue reading

ສປປ ລາວ ລົງນາມເຂົ້າຮ່ວມສະຫະພັນອາຫານໃນໂຮງຮຽນ

ສປປ ລາວ ສະແດງຄວາມພາກພູມໃຈໃນການເຂົ້າເປັນສະມາຊິກຂອງສະຫະພັນອາຫານໃນໂຮງຮຽນ ຊຶ່ງເປັນສະຫະພັນລະດັບສາກົນ ທີ່ໄດ້ເອົາໃຈໃສ່ຮ່ວມກັນເພື່ອເສີມສ້າງຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກໂດຍຜ່ານແຜນງານອາຫານໃນໂຮງຮຽນແບບຄົບວົງຈອນ ຊຶ່ງບາດກ້າວອັນສຳຄັນດັ່ງກ່າວສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງລັດຖະບານລາວຢ່າງຕໍ່ເນື່ອງໃນການປັບປຸງດ້ານສຸຂະພາບ ແລະ ການສຶກສາຂອງເດັກນ້ອຍໃນຂອບເຂດທົ່ວປະເທດ. ພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຕາງໜ້າລັດຖະບານລາວ ລົງນາມໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ...

Continue reading

ວລ  ເຕັກນິກ ປາກປ່າສັກ ຮ່ວມມື 3 ຝ່າຍ ດ້ານວິຊາການ ສະໜອງວັດຖຸອຸປະກອນຮັບໃຊ້ການສຶກສາ

ວິທະຍາໄລ  (ວລ) ເຕັກນິກ ປາກປ່າສັກ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ລະຫວ່າງ ວິທະຍາໄລ ເຕັກນິກ ປາກປ່າສັກ ສປປ ລາວ, ວິທະຍາໄລ ວິຊາຊີບການຄ້າ ແລະ ການທ່ອງທ່ຽວ ຈຽງສື ສປ ຈີນ ແລະ ບໍລິສັດ ລາດສະວົງ ພັດທະນາ ຈຳກັດ ໃນວັນທີ 4 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນຝຶກອົບຮົມການທ່ອງທ່ຽວ ແລະ ໂຮງແຮມ (ສູນລານິດ) ວລ ເຕັກນິກ ປາກປ່າສັກ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ປາກປ່າສັກ, ທ່ານ ນາງ ລອງ ຖິງ ຮອງອຳນວຍການວິທະຍາໄລວິຊາຊີບ ການຄ້າ ແລະ ການທ່ອງທ່ຽວ ຈຽງສື ແລະ ທ່ານ ຟານຍັງ ຕາງໜ້າບໍລິສັດ ລາດສະວົງ ພັດທະນາ ຈຳກັດ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ວິໄລພອນ ພົມມະຫາໄຊ...

Continue reading