Skip to main content

ວລ  ເຕັກນິກ ປາກປ່າສັກ ຮ່ວມມື 3 ຝ່າຍ ດ້ານວິຊາການ ສະໜອງວັດຖຸອຸປະກອນຮັບໃຊ້ການສຶກສາ

06/09/2024

ວິທະຍາໄລ  (ວລ) ເຕັກນິກ ປາກປ່າສັກ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ ລະຫວ່າງ ວິທະຍາໄລ ເຕັກນິກ ປາກປ່າສັກ ສປປ ລາວ, ວິທະຍາໄລ ວິຊາຊີບການຄ້າ ແລະ ການທ່ອງທ່ຽວ ຈຽງສື ສປ ຈີນ ແລະ ບໍລິສັດ ລາດສະວົງ ພັດທະນາ ຈຳກັດ ໃນວັນທີ 4 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມສູນຝຶກອົບຮົມການທ່ອງທ່ຽວ ແລະ ໂຮງແຮມ (ສູນລານິດ) ວລ ເຕັກນິກ ປາກປ່າສັກ ນະຄອນຫຼວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ປາກປ່າສັກ, ທ່ານ ນາງ ລອງ ຖິງ ຮອງອຳນວຍການວິທະຍາໄລວິຊາຊີບ ການຄ້າ ແລະ ການທ່ອງທ່ຽວ ຈຽງສື ແລະ ທ່ານ ຟານຍັງ ຕາງໜ້າບໍລິສັດ ລາດສະວົງ ພັດທະນາ ຈຳກັດ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ວິໄລພອນ ພົມມະຫາໄຊ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຢຸຍ ຊົງ ຜູ້ອຳນວຍການຝ່າຍບໍລິການດ້ານການສຶກສາ ບໍລິສັດ ປັກກິ່ງ ຮົວເທັກ ເຕັກໂນໂລຊີຂໍ້ມູນຂ່າວສານ ຈຳກັດ ພ້ອມດ້ວຍຄູອາຈານ, ພະນັກງານທັງ 3 ຝ່າຍຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ສາຍສະໝອນ ງາມສີ ກ່າວໃຫ້ຮູ້ເຖິງຈຸດປະສົງ ແລະ ທີ່ມາຂອງການຮ່ວມມືສາມຝ່າຍວ່າ: ໃນປີ 2022 ວິທະຍາໄລ ເຕັກນິກ ປາກປ່າສັກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບສະຖາບັນຈຽງສື ສປ ຈີນ ເພື່ອຮ່ວມມືທາງດ້ານວິຊາການ ແລະ ການຕອບສະໜອງທາງດ້ານວັດຖຸອຸປະກອນຮັບໃຊ້ການຮຽນການສອນໃນສາຂາເຕັກໂນໂລຊີຂໍ້ມູນຂ່າວສານ ຊຶ່ງສະຖາບັນດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກບໍລິສັດ ປັກກິ່ງ ຮົວເທັກ ເຕັກໂນໂລຊີຂໍ້ມູນຂ່າວສານ  ຈຳກັດ ໃນປີ 2021 ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກັບບໍລິສັດ ລາດສະວົງ ພັດທະນາ ຈຳກັດ ແລະ ໃນໂອກາດທີ່ຜູ້ບໍລິຫານຈາກກະຊວງສຶກສາທິການ ແລະ ກິລາ ໄປຮ່ວມກອງປະຊຸມອາຊີວະສຶກສາ ຈີນ-ອາຊີ ປະຈຳປີ 2023  ທີ່ເມືອງກຸຍໂຈ ສປ ຈີນ ໃນເດືອນສິງຫາ 2024  ໃນເວລາດັ່ງກ່າວ ຜູ້ບໍລິຫານຝ່າຍລາວ ໄດ້ມີໂອກາດພົບ ແລະ ແລກປ່ຽນຄຳເຫັນກັບຜູ້ບໍລິຫານ ບໍລິສັດ ປັກກິ່ງ ຮົວເທັກ ເຕັກໂນໂລຊີຂໍ້ມູນຂ່າວສານ ຈຳກັດ  ແລະ ສະຖາບັນ ຈຽງສື ໃນນາມທີ່ເປັນຄູ່ຮ່ວມມືດ້ານການສຶກສາ ໃນເວລາດຽວກັນນັ້ນ ທາງວິທະຍາໄລວິຊາຊີບ ການຄ້າ ແລະ ການທ່ອງທ່ຽວ ຈຽງສື ໄດ້ສະເໜີເຈດຈໍານົງຢາກຮ່ວມມືກັບວິທະຍາໄລເຕັກນິກປາກປ່າສັກ ທາງດ້ານວິຊາການ, ການສົ່ງເສີມພັດທະນາບຸກຄະລາກອນ, ສື່ການຮຽນການສອນ ແລະ ພັດທະນາຫຼັກສູດຮ່ວມກັນ ໃນຮູບແບບ 1+2 (ຮຽນຢູ່ລາວ 1 ປີ ແລະ ຮຽນຢູ່ ສປ ຈີນ 2 ປີ) ໃນສາຂາບໍລິຫານການທ່ອງທ່ຽວ, ການຕອບສະໜອງວັດຖຸອຸປະກອນ ຊຶ່ງໃນວັນທີ 26 ສິງຫາ 2024 ວິທະຍາໄລດັ່ງກ່າວ ໄດ້ມອບອຸປະກອນຮັບໃຊ້ພາກປະຕິບັດ ປະເພດອຸປະກອນຮັບໃຊ້ພາຍໃນຫ້ອງພັກ ແລະ ອຸປະກອນຄອມພິວເຕີ ໃຫ້ແກ່ວິທະຍາໄລ ເຕັກນິກ ປາກປ່າສັກ ລວມມູນຄ່າ 120.000 ຢວນ ໂດຍໄດ້ມີພິທີມອບ-ຮັບຢ່າງເປັນທາງການໃນມື້ເຊັນສັນຍາ.

ໂອກາດດຽວກັນນີ້,  ທ່ານ ຮອງຫົວໜ້າກົມອາຊີວະສຶກສາ ໄດ້ກ່າວສະແດງຄວາມຂອບໃຈໄປຍັງລັດຖະບານ ກໍຄື ກະຊວງສຶກສາທິການ ແລະ ກິລາ ສປ ຈີນ ທີ່ຢາມໃດກໍໃຫ້ການຊ່ວຍເຫຼືອວຽກງານການສຶກສາແກ່ ສປປ ລາວ, ເວົ້າສະເພາະ ບໍລິສັດ ປັກກິ່ງ ຮົວເທັກ ເຕັກໂນໂລຊີຂໍ້ມູນຂ່າວສານ ຈຳກັດ  ທີ່ໃຫ້ການຊ່ວຍເຫຼືອວັດຖຸອຸປະກອນແກ່ວິທະຍາໄລ ເຕັກນິກ ປາກປ່າສັກ, ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງທີ່ວິທະຍາໄລວິຊາຊີບ ການຄ້າ ແລະ ການທ່ອງທ່ຽວ ຈຽງສື ແລະ ບໍລິສັດ ລາດສະວົງ ພັດທະນາ ຈຳກັດ ທີ່ໃຫ້ຄວາມສົນໃຈເປັນຄູ່ຮ່ວມພັດທະນາກັບວິທະຍາໄລ ເຕັກນິກ ປາກປ່າສັກ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ ຄະນະນຳ ຄູອາຈານ ວິທະຍາໄລ ເຕັກນິກ ປາກປ່າສັກ ທີ່ສາມາດຍາດແຍງເອົາການຊ່ວຍເຫຼືອດັ່ງກ່າວ ເພື່ອພັດທະນາວຽກງານອາຊີວະສຶກສາ ກໍຄື ການຮຽນການສອນຂອງວິທະຍາໄລມີຄວາມກ້າວໜ້າ ແລະ ທັນສະໄໝ. ແນວໃດກໍຕາມ, ເພື່ອເຮັດໃຫ້ການຮ່ວມມືມີຄວາມຍືນຍົງນັ້ນ ທັງສາມຝ່າຍຕ້ອງໄດ້ມີການພົວພັນ ຕິດຕາມ ກວດກາ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເປັນປົກກະຕິ ເພື່ອຮ່ວມກັນພັດທະນາ ແລະ ແກ້ໄຂບາງຈຸດທີ່ຍັງບໍ່ສອດຄ່ອງໃຫ້ຖືກຕ້ອງ ເໝາະສົມໄປໃນທິດທາງ ແລະ ແລວດຽວກັນ.

ໂດຍ ບຸນທະວີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ