Skip to main content

ກົມກວດກາ ສສກ ຫາລືໜ່ວຍງານວິຊາການຂະແໜງການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ-ກິລາ ໄຕມາດ 3 ປີ 2024

09/09/2024

ກົມກວດກາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ ປະຈໍາໄຕມາດ 3 ປີ 2024 ຜັນຂະຫຍາຍຜົນສໍາເລັດຂອງການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານກົນໄກການປະສານງານຂອງໜ່ວຍງານວິຊາການຂະແໜງສຶກສາ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 29 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ ສສກ, ມີຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆຈາກຂັ້ນກະຊວງ ພ້ອມທັງຄູ່ຮ່ວມພັດທະນາຕ່າງໆເຂົ້າຮ່ວມທັງໃນຫ້ອງປະຊຸມ ແລະ ຜ່ານລະບົບອອນລາຍ.

ໂອກາດນີ້, ທ່ານ ບຸນມີ ຈັນທະອຸດົມ ໄດ້ກ່າວວ່າ: ກະຊວງ ສສກ ໄດ້ສ້າງຕັ້ງ ແລະ ໄດ້ອອກຂໍ້ຕົກລົງລັດຖະມົນຕີກະຊວງ ສສກ ສະບັບເລກທີ 254/ສສກ, ລົງວັນທີ 27 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍງານວິຊາການຂະແໜງການສຶກສາ ແລະ ກິລາ ເພືີ່ອເປັນເວທີປຶກສາຫາລືໃນລະດັບກວ້າງ ແລະ ເປັນການປຶກສາຫາລືທາງດ້ານເຕັກນິກອັນລະອຽດກວ່າໃນກອງປະຊຸມລະດັບວິຊາການ ແລະ ລະດັບຜູ້ບໍລິຫານຂອງໜ່ວຍງານວິຊາການຂະແໜງການສຶກສາ, ການປຶກສາຫາລືໃນໜ່ວຍງານວິຊາການຍ່ອຍ ແລະ ຜົນຈາກການແນະນໍາຕ່າງໆຈະເປັນຕົວກໍານົດວາລະກອງປະຊຸມໜ່ວຍງານວິຊາການຂະແໜງການສຶກສາໃນການວາງນະໂຍບາຍ.

ນອກຈາກນັ້ນ, ໜ່ວຍງານວິຊາການຍ່ອຍຄວນໃຫ້ຄໍາແນະນໍາໃນການສົ່ງເສີມການສ້າງແຜນພັດທະນາຂະແໜງການ 5 ປີ, ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາຂະແໜງສຶກສາການຮ່ວມມືໃນລະດັບກວ້າງຂອງບັນດາປະເທດພາກໃຕ້ໃນດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ, ສິີ່ງແວດລ້ອມ ແລະ ເຕັກໂນໂລຊີສຶກສາ ແລະ ກິລາ ປະຈໍາປີ ແລະ ໜ້າທີ່ໃນການປະເມີນຜົນກາງສະໄໝຂອງແຜນພັດທະນາຂະແໜງສຶກສາ ແລະ ກິລາ ຢ່າງຫ້າວຫັນ, ບັນຫາຕ່າງໆ ທີ່ຂະແໜງການພົບພໍໍ້ແມ່ນຈະຕ້ອງນໍາມາສະເໜີເຂົ້າໃນວາລະຂອງກອງປະຊຸມໜ່ວຍງານວິຊາການຂະແໜງການສຶກສາ ເພື່ອຈະສ້າງຄວາມເຂັ້ມແຂງ ແລະ ໃຫ້ການປຶກສາຫາລືດ້ານວິຊາການທີ່ລະອຽດລົງເລິກຂອງບັນດາສະມາຊິກທີ່ປະຕິບັດງານໃນຂະແໜງການສຶກສາ. ໜ່ວຍງານທີ່ເປັນຕົວກາງໄດ້ຮັບການສ້າງຕັ້ງຂຶ້ນ ໂດຍມີເປົ້າໝາຍລວມ ເພືີ່ອສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາຢ່າງມີປະສິດທິພາບ ໂດຍສະເພາະແມ່ນເນັ້ນໃສ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຜ່ານກົນໄກການປະສານງານຂອງໜ່ວຍງານວິຊາການຂະແໜງສຶກສາ.

ສຳລັບກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ, ປະຈໍາໄຕມາດ 1 ແລະ 2 ປີ 2024 ໃນໄລຍະຜ່ານມາ ໄດ້ມີການປຶກສາຫາລື, ສົນທະນາແລກປ່ຽນບົດຮຽນ ແລະ ເອກະພາບກັນມີ 6 ເນື້ອໃນຫຼັກ ຄື: ແຜນປະຕິບັດງານປະຈໍາປີ 2024 ຂອງໜ່ວຍງານວິຊາການຍ່ອຍການບໍລິຫານ-ຄຸ້ມຄອງການສຶກສາ ແລະ ກິລາ (FG5), ຜົນການດໍາເນີນການທົບທວນ ແລະ ຕິິດຕາມປະເມີນຜົນຮ່ວມກັບຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດວຽກງານຂະແໜງການສຶກສາ ແລະ ກິລາ ປະຈໍາປີ 2023, ຄູ່ມື ແລະ ແຜນຝຶກອົບຮົມວຽກງານແຜນການ ແລະ ການເງິນໃຫ້ແກ່ຄະນະກໍາມະການແຜນການ-ການເງິນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ການພັດທະນາຍຸດທະສາດ ICT ແລະ ການພັດທະນາລະບົບຂໍ້ມູນສະຖິຕິ ປີ 2024 ແລະ ແຜນປັບປຸງປີ 2025.

ສ່ວນກອງປະຊຸມປະຈໍາໄຕມາດ 3 ປະຈໍາປີ 2024 ແມ່ນໄດ້ສຸມໃສ່ນໍາສະເໜີ ແລະ ສົນທະນາກ່ຽວກັບ 6 ບັນຫາ ສຳຄັນ ຄື: ການປັບປຸງກົດໝາຍວ່າດ້ວຍການສຶກສາ, ການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກ, ການຈັດພິມ ແລະ ການຈັດສົ່ງປື້ມແບບຮຽນ ເພື່ອຮັບປະກັນວ່າປື້ມແບບຮຽນໄດ້ຖືກແຈກຢາຍເຖິງຂັ້ນໂຮງຮຽນກ່ອນເປີດສົກຮຽນ 2024-2025, ນໍາສະເໜີຖານຂໍ້ມູນ ODAMISK, ການກະກຽມການສ້າງແຜນ 10 (ໂຄງຮ່າງແຜນ 5 ປີ ຄັ້ງທີ 10) ແລະ ໂຄງການແກ້ໄຂບັນຫາການແຕ່ງງານກ່ອນໄວຂອງຢູນີເຊັບ.

ຂ່າວ-ພາບໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ