Skip to main content

ລາວ-ຈີນ ຈັບມືກັນພັດທະນາຫຼັກສູດວິຊາຊີບ ແລະ ການຫັນເອົາລະບົບດີຈິຕອນ ເຂົ້າໃນສາຍອາຊີວະສຶກສາ

06/09/2024

ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກຸ່ມບໍລິສັດ ການສຶກສານານາຊາດ ຖາງເຟີງ ປະຈຳສຳນັກງານໃຫຍ່ ແຫ່ງ ສປ ຈີນ ຕາງໜ້າໂດຍ ບໍລິສັດ ຖາງ ອິນເຕີເນຊັນແນວ ອີດູເຄເຊິນ ແອນ ເຕັກໂນໂລຊີ ຈຳກັດ ປະຈຳລາວ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໂຄງການການສຶກສາ ລາວ-ຈີນ 210 ເພື່ອການພັດທະນາຫຼັກສູດດ້ານພາສາ ແລະ ວິຊາຊີບ, ການພັດທະນາດີຈິຕອນ ໃຫ້ໄດ້ແບບມາດຕະຖານສາກົນ ແລະ ຮ່ວມກັນສ້າງເຄື່ອຂ່າຍຊ່ອງທາງການສື່ສານ (TVET) ການຮຽນ-ການສອນ ແບບອອນລາຍ ພ້ອມທັງສະໜັບສະໜູນນັກຮຽນຂອງ ສປປ ລາວ ທີ່ຜ່ານການຝຶກອົບຮົມໃຫ້ພວກເຂົາເຈົ້າ ໄດ້ມີໂອກາດພັດທະນາຄວາມຮູ້ທາງດ້ານພາສາ, ວັດທະນະທໍາ ແລະ ເກັບກ່ຽວປະສົບການ ທັງພາຍໃນ ແລະ ຕ່າງປະເທດ ໃນອະນາຄົດ.


ພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 6 ກັນຍາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ຕາງໜ້າລົງນາມໂດຍ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ຂັນສະແຫວງ ພິມມະສອນ ປະທານ ບໍລິສັດ ຖາງ ອິນເຕີເນຊັນແນວ ອີດູເຄເຊິນ ແອນ ເຕັກໂນໂລຊີ ຈຳກັດ ປະຈຳລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຫຼີ ຈິນຊອງ ປະທານກຸ່ມບໍລິສັດ ການສຶກສານານາຊາດ ຖາງເຟີງ ປະຈຳສຳນັກງານໃຫຍ່ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະກົມ, ສະຖາບັນ, ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບທີ່ຂຶ້ນກັບ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍຢ່າງພ້ອມພຽງ.

ການເຊັນສັນຍາຮ່ວມມືລະຫວ່າງສອງພາກສ່ວນໃນເທື່ອນີ້ ກໍເພື່ອການພັດທະນາຫຼັກສູດດ້ານພາສາ ແລະ ວິຊາຊີບ, ການພັດທະນາດີຈິຕອນ ໃຫ້ໄດ້ແບບມາດຕະຖານສາກົນ ເພື່ອເປີດກວ້າງເສີມສ້າງຄວາມຮູ້ໃໝ່ການຝຶກອົບຮົມ ຄູ-ອາຈານ ແລະ ນັກສຶກສາວິຊາຊີບ ພ້ອມທັງສະໜັບສະໜູນຄູ-ອາຈານຜູ້ຊ່ຽວຊານ ໄດ້ຈັດກິດຈະກໍາແລກປ່ຽນ ຄວາມຮູ້ ແລະ ປະສົບການກ່ຽວກັບເຕັກໂນໂລຊີການພັດທະນາອາຊີບ; ສປປ ລາວ ແລະ ສປ ຈີນ ຮ່ວມກັນສ້າງເຄື່ອຂ່າຍຊ່ອງທາງການສື່ສານ (TVET) ການຮຽນ-ການສອນ ແບບອອນລາຍ ໂດຍຜ່ານການສະໜັບສະໜູນຈາກວິທະຍາໄລວິຊາຊີບຂອງ ສປປ ລາວ ແລະ ສປ ຈີນ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ, ຄັດເລືອກເອົາ ວິທະຍາໄລວິຊາຊີບ ທີ່ເໝາະສົມ ເພື່ອການຮ່ວມມື, ເພື່ອເປີດກວ້າງ ແລະ ຍົກລະດັບຄຸນນະພາບ ການຮຽນ ແລະ ການສິດສອນ; ພັກດັນ ແລະ ສະໜັບສະໜູນ ນັກຮຽນຂອງ ສປປ ລາວ ທີ່ຜ່ານການຝຶກອົບຮົມໃຫ້ພວກເຂົາເຈົ້າ ໄດ້ມີໂອກາດພັດທະນາຄວາມຮູ້ ທັງພາສາ, ວັດທະນະທໍາ ແລະ ເກັບກ່ຽວປະສົບການ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງຮັບຮອງຢັ້ງຢືນ ດ້ວຍໃບປະກາສະນີຍະບັດ ຈາກສອງປະເທດ ທີ່ເຂົ້າຮ່ວມໃນໂຄງການ.

ໂອກາດນີ້, ທ່ານ ໜູພັນ ອຸດສາ ກ່າວວ່າ: ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ແມ່ນໄດ້ເລີ່ມຕົ້ນຮ່ວມມືກັນເປັນເວລາດົນນານ ແລະ ປະຊາຊົນທັງສອງຊາດກໍມີຄວາມຮັກແພງແບບຄູ່ຮ່ວມສະຕາກຳອັນແໜ້ນ ແຟ້ນ ຕາມທິດຊີ້ນຳຂອງຜູ້ນຳສູງສຸດຂອງສອງຊາດ, ຊຶ່ງນັບປີ 2015 ເປັນຕົ້ນມາ ສປປ ລາວ ກໍໄດ້ເຂົ້າຮ່ວມໂຄງການ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ໃນປີ 2017 ພະນະທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ກໍໄດ້ມາຢ້ຽມຢາມ ສປປ ລາວ ແລະ ກໍໄດ້ລິເລີ່ມໂຄງການທີ່ສຳຄັນທີ່ສຸດໃນ ສປປ ລາວ ເປັນຕົ້ນແມ່ນໂຄງການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ກໍໄດ້ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ການລົດໄຟລາວ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ທາງສະຖານອາຊີວະສຶກສາ ສປປ ລາວ ກໍໄດ້ມີການຮ່ວມມືກັບຫຼາຍສະຖານອາຊີວະສຶກສາຂອງ ສປ ຈີນ ລວມໄປເຖິງພາກທຸລະກິດຕ່າງໆ ຊຶ່ງເປັນການລິເລີ່ມໃນການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ຮ່ວມກັນໂດຍມີການແລກປ່ຽນທາງດ້ານ ການຈັດຕັ້ງການຮຽນ-ການສອນ, ບຸກຄະລາກອນ ແລະ ທາງດ້ານເຕັກນິກ ວິຊາການຕ່າງໆ, ສະນັ້ນ, ໃນການເຊັນສັນຍາຮ່ວມມືກັນໃນຄັ້ງນີ້ ກໍເປັນອີກໜຶ່ງນິມິດໝາຍອັນສຳຄັນ ສຳລັບການພັດທະນາວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ເປັນຕົ້ນແມ່ນ ການພັດທະນາຫຼັກສູດວິຊາຊີບ, ການຝຶກອົບຮົມຄູສອນ, ການຫັນເອົາລະບົບດີຈິຕອນເຂົ້າໃນອາຊີວະສຶກສາ, ການແລກປ່ຽນນັກສຶກສາຮ່ວມກັນ ແລະ ການແລກປ່ຽນວັດທະນະທຳ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ