Skip to main content

ທ່ານ ຮອງລັດຖະມົນຕີ ສສກ ລົງຕິດຕາມ ຊຸກຍູ້ 2 ໂຮງຮຽນ ນວ ໂອກາດໄຂສົກຮຽນໃໝ່

06/09/2024

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ລົງຕິດຕາມ ແລະ ຊຸກຍູ້ການໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢູ່ 2 ໂຮງຮຽນໃນນະຄອນຫຼວງວຽງຈັນ (ນວ) ທີ່ຂຶ້ນກັບພາກລັດ ແລະ ເອກະຊົນ ກໍຄື ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ເພຍວັດ ເຂດເມືອງສີສັດຕະນາກ ແລະ ໂຮງຮຽນສາມັນສຶກສາ ເຄເອັນຊີ ເມືອງຫາດຊາຍຟອງ ເມື່ອວັນທີ 2 ກັນຍາ 2024.

ພາຍຫຼັງທີ່ໄດ້ມີພິທີເປີດສົກຮຽນໃໝ່ ສົກຮຽນ 2024-2025 ທົ່ວປະເທດ ຢ່າງເປັນທາງການ ສໍາເລັດລົງໃນຕອນເຊົ້າຂອງວັນທີ 2 ກັນຍາ 2024, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍທ່ານ ນາງ ລີປາເອັຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມ ແລະ ຊຸກຍູ້ການໄຂສົກຮຽນໃໝ່ ທີ່ 2 ໂຮງຮຽນດັ່ງກ່າວ ໂດຍມີທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສິສັດຕະນາກ, ເມືອງຫາດຊາຍຟອງ, ຄະນະອຳນວຍການ ແລະ ພະນັກງານ ຕະຫຼອດຮອດຄູອາຈານ ແລະ ນ້ອງນັກຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດດັ່ງກ່າວ, ທ່ານ ຜູ້ອຳນວຍການໂຮງຮຽນທັງ 2 ໂຮງຮຽນ ໄດ້ລາຍງານໃຫ້ທ່ານຮອງລັດຖະມົນຕີ ສສກ ຮັບຊາບ ໂດຍສະເພາະຜູ້ອຳນວຍການໂຮງຮຽນ ມສ ເພຍວັດ ໄດ້ລາຍງານສະພາບລວມໃນການກະກຽມຄວາມພ້ອມທາງດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່ໃຫ້ທັນຕາມກຳນົດເວລາທີ່ກະຊວງ ສສກ ໄດ້ກໍານົດໄວ້ຕາມລະບຽບການ. ຫຼັງຈາກນັ້ນ, ໄດ້ລາຍງານສະພາບການທາງດ້ານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການບໍລິຫານໂຮງຮຽນດັ່ງກ່າວ ຊຶ່ງປັດຈຸບັນມີຫ້ອງຮຽນທັງໝົດ 48 ຫ້ອງ ແຕ່ນໍາໃຊ້ຕົວຈິງມີແຕ່ 20 ຫ້ອງ. ນອກຈາກນັ້ນ, ທາງໂຮງຮຽນ ໄດ້ເປີດການຮຽນການສອນບຳລຸງຄັດເລືອກເອົານັກຮຽນທີ່ມີຄຸນນະພາບ, ມີລະບຽບວິໃນເພື່ອກຽມຮັບເອົາໃນສົກຮຽນໃໝ່.

ໃນໂອກາດດຽວກັນ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຊົມເຊີຍທີ່ທາງໂຮງຮຽນຂອງພວກເຮົາໄດ້ຫ່າງຫາກະກຽມ ເພື່ອຕ້ອນຮັບພວກຂ້າພະເຈົ້າໃນການລົງຊຸກຍູ້ຕິດຕາມໃນມື້ໄຂສົກຮຽນໃໝ່ນີ້, ສະແດງຄວາມຊົມເຊີຍຕໍ່ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງໂຮງຮຽນພວກເຮົາ ພ້ອມທັງສະເໜີໃຫ້ທາງໂຮງຮຽນເບິ່ງຄືນກ່ຽວກັບຫຼັກສູດການຮຽນການສອນ ໂດຍການສົມທົບກັບພາກສ່ວນກ່ຽວຂ້ອງເຮັດແນວໃດໃຫ້ມັນຖືກກັບສະພາບຕົວຈິງ ເພື່ອຍົກລະດັບໃຫ້ນັກຮຽນສາມາດຮຽນຮູ້ ແລະ ເຂົ້າໃຈງ່າຍໃນຍຸກປັດຈຸບັນ, ຮຽນຮູ້ໃນເລື່ອງເຕັກໂນໂລຊີສະໄໝໃໝ່ ຂໍໃຫ້ຮັກສາຕຶກອາຄານຮຽນຫຼັງນີ້ໄດ້ນຳໃຊ້ໄປຍາວນານ. ສຳລັບຂໍ້ສະເໜີບ່ອນພັກເຊົາໃຫ້ຄູອາຈານຜູ້ທີ່ມີລູກນ້ອຍ, ບ້ານຢູ່ໄກທຽວການຍາກນັ້ນມອບໃຫ້ໂຮງຮຽນສົມທົບກັບພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເຮັດໜັງສືລາຍງານຫາຄະນະນຳກະຊວງ ເພື່ອຄົ້ນຄ້ວາ ແລະ ພິຈາລະນາຕາມລະບຽບການ. ສຸດທ້າຍນີ້, ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາທ່ານທຸກພາກສ່ວນ, ຕະຫຼອດຮອດພະນັກງານ ຄູອາຈານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ.

ໃນການລົງຕິດຕາມ ແລະ ຊຸກຍູ້ສອງໂຮງຮຽນດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ມອບບານ ຈຳນວນໜຶ່ງໃຫ້ສອງໂຮງຮຽນ ເພື່ອນຳໄປເຄື່ອນໄຫວກິດຈະກຳນອກຫຼັກສູດ ເພື່ອສົ່ງເສີມນ້ອງນ້ອຍນັກຮຽນໄດ້ຫຼິ້ນກິລາອອກກຳລັງໃຫ້ມີສຸຂະພາບແຂງແຮງຄຽງກັບການຮຽນການສອນໃຫ້ກາຍເປັນນັກຮຽນເກັ່ງຂອງຊາດ.

ຂ່າວ-ພາບໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ